ບັນຫາສິ່ງແວດລ້ອມໂລກ ສວາຍເກີນແກ້? ຜູ້ນຳ UN ອອກປະກາດພາວະໂລກເດືອດ
ບັນຫາສິ່ງແວດລ້ອມໂລກ ສວາຍເກີນແກ້? ຜູ້ນຳ UN ອອກປະກາດພາວະໂລກເດືອດ
29 July, 2023
Share now
“ຍຸກຂອງພາວະໂລກເດືອດ (Global Boiling) ໄດ້ມາຮອດແລ້ວ” ກ່າວໂດຍ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ອັນໂຕນີໂອ ກຸດແຕເຣສ (António Guterres) ກ່າວໃນວັນພະຫັດທີ່ຜ່ານມາ ຫຼັງນັກວິທະຍາສາດໄດ້ຢືນຢັນແລ້ວວ່າ ເດືອນ ກໍລະກົດ 2023 ນີ້ຈະເປັນເດືອນທີ່ຮ້ອນທີ່ສຸດໃນປະຫວັດສາດໂລກທີ່ໄດ້ບັນທຶກມາ ລວມທັງສາມເດືອນທີ່ຜ່ານມາ ແຕ່ເດືອນກໍລະກົດຈະສູງກວ່າໝູ່ຢ່າງພົ້ນເດັ່ນ.

ຂໍ້ມູນດັ່ງກ່າວໄດ້ຖືກຢັ້ງຢືນຈາກນັກວິທະຍາສາດຂອງອົງການອຸຕຸນິຍົມໂລກ (WMO) ແລະໂຄງການສັງເກດການໂລກ Copernicus Earth ຂອງ EU ເຊິ່ງມີສາເຫດມາຈາກການເຜົາໄຫມ້ຂອງເຊື້ອໄຟຟອດຊິວ ຫຼື ນໍ້າມັນດິບ ແລະ ສະພາບອາກາດທີ່ຮຸນແຮງ.

ນອກນີ້, ທ່ານ ກຸດແຕເຣສ ຍັງໄດ້ຮຽກຮ້ອງໃຫ້ນັກການເມືອງ ແລະ ຜູ້ນໍາໂລກເອົາໃຈໃສ່ແກ້ບັນຫາຢ່າງຈິງແທ້ ແລະ ຈິງຈັງ ໂດຍທ່ານໄດ້ກ່າວເສີມວ່າ “ຜູ້ນໍາຕ້ອງນໍາພາ. ບໍ່ຕ້ອງລັງເລອີກຕໍ່ໄປ, ບໍ່ມີຂໍ້ແກ້ຕົວອີກຕໍ່ໄປ, ບໍ່ຕ້ອງລໍຖ້າໃຫ້ຄົນອື່ນເດີນກ່ອນ. ເຮົາບໍ່ມີເວລາຫຼາຍສໍາລັບການນັ້ນ.”

ແນວໃດກໍດີ, ທ່າມກາງຄວາມຫວັງໃຫ້ຜູ້ນຳໂລກມີຄວາມຈິງໃຈແກ້ໄຂບັນຫານີ້, ໃນເດືອນດຽວກັນນີ້ ຜູ້ນຳກຸ່ມປະເທດ G20 ທີ່ລວມເອົາປະເທດມະຫາອຳນາດທາງເສດຖະກິດ ໄດ້ປະຕິເສດການເຮັດຂໍ້ຕົກລົງໃນການຫຼຸດນໍ້າມັນເຊື້ອໄຟ ອັນເປັນສາເຫດຫຼັກຂອງການປ່ຽນແປງດິນຟ້າອາກາດ.

ອ່ານຂ່າວນີ້ຈາກເຮົາ ເພີ່ມຕື່ມໄດ້ທີ່:

https://www.econewslaos.com/g20-fossil-gas-global-warming/

ແຫຼ່ງຂໍ້ມູນອ້າງອີງ:

https://www.theguardian.com/science/2023/jul/27/scientists-july-world-hottest-month-record-climate-temperatures?fbclid=IwAR1dy4Gec0NJwTmuS6EKGgWd9fZ0juGxAMJu0JgmfoAlUnRpqG7KlA4Mjek

#econewslaos #climatechange #globalwarming #Globalboiling

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.