ກຸ່ມປະເທດ G20 ລົ້ມເຫຼວໃນການສ້າງຂໍ້ຕົກລົງຫຼຸດຜ່ອນການຜະລີດນໍ້າມັນເຊື້ອໄຟເຍີ້ນເວລາຮັບຜິດຊອບຕໍ່ພາວະໂລກຮ້ອນ
ກຸ່ມປະເທດ G20 ລົ້ມເຫຼວໃນການສ້າງຂໍ້ຕົກລົງຫຼຸດຜ່ອນການຜະລີດນໍ້າມັນເຊື້ອໄຟເຍີ້ນເວລາຮັບຜິດຊອບຕໍ່ພາວະໂລກຮ້ອນ
26 July, 2023
Share now
ກຸ່ມປະເທດ G20 ທີ່ຮວມເອົາບັນດາປະເທດທີ່ເປັນກົງຈັກສຳຄັນໃນການເດີນໜ້າເສດຖະກິດໂລກ ແລະ ກວມເອົາຫຼາຍກ່ວາສາມສ່ວນສີ່ຂອງການປ່ອຍອາຍພິດທົ່ວໂລກ ໄດ້ມີການຈັດກອງປະຊຸມເປິກສາຫາລື 4 ມື້ໃນ ເມືອງ ປານາຈີ, ນະຄອນຫຼວງຂອງລັດ Goa ຂອງອິນເດຍໃນວັນເສົາທີ່ຜ່ານມານີ້.

ກອງປະຊຸມດັ່ງກ່າວມີຄວາມລົ້ມເຫຼວໃນການສ້າງຂໍ້ຕົກລົງໃນການຫຼຸດການຜະລິດ ແລະ ນໍາໃຊ້ນໍ້າມັນເຊື້ອໄຟອັນເປັນສາເຫດໃຫຍ່ຂອງການປ່ຽນແປງດິນຟ້າອາກາດ ສວນທາງກັບເປົ້າໝາຍທິ່ເຄີຍວາງໄວ້ວ່າຈະຫຼຸດຜ່ອນການນຳໃຊ້ພະລັງງານຮູບແບບດັ່ງກ່າວຂອງຜູ້ນຳປະເທດ G7 (ເປັນ 7 ປະເທດໃນ G20) ໃນກອງປະຊຸມເດືອນພຶດສະພາທີ່ຜ່ານມາ ທີ່ເມືອງ ຮິໂຣຊິມາ ປະເທດຍີ່ປຸ່ນ. ນອກນີ້, ຍັງບໍ່ໄດ້ມີການກ່າວເຖິງພະລັງງານຖ່ານຫິນທີ່ເປັນສາເຫດຫຼັກອີກຢ່າງໜຶ່ງຂອງພາວະໂລກຮ້ອນອີກດ້ວຍ.

ທັງນີ້, ໃນປະຈຸບັນ ອຸນຫະພູມໃນທົ່ວໂລກໄດ້ຂຶ້ນສູ່ລະດັບສູງເປັນປະຫວັດສາດ, ເຮັດໃຫ້ເກີດໄພນໍ້າຖ້ວມ, ພະຍຸ ແລະ ຄື້ນຄວາມຮ້ອນໃນຫຼາຍໆບ່ອນທົ່ວໂລກ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ມີການແກ້ໄຂບັນຫາໂດຍຮິບດ່ວນ ລວມທັງຄວາມໝາຍໝັ້ນໃນການແກ້ໄຂບັນຫາດັ່ງກ່າວນີ້ຈາກຜູ້ນຳໂລກ.

ແນວໃດກໍ່ຕາມ, ຄວາມບໍ່ລົງຮອຍກັນຂອງການເປິກສາຫາລືນີ້ ໄດ້ລວມເຖິງການໃຫ້ມີການເພີ່ມຂຶ້ນຂອງການຜະລິດ ແລະ ນໍາໃຊ້ພະລັງງານທົດແທນເປັນສາມເທົ່າພາຍໃນປີ 2030 ສົ່ງຜົນໃຫ້ເຈົ້າໜ້າທີ່ໄດ້ອອກຖະແຫຼງການຜົນໄດ້ຮັບຂອງກອງປະຊູມ ແລະ ບົດສະຫຼຸບຂອງປະທານ ແທນທີ່ຈະເປັນຖະແຫຼງການຮ່ວມ ໃນຕອນທ້າຍຂອງກອງປະຊຸມ.

ທັງນີ້, ຊາອຸດີ ອາຣາເບຍ, ຣັດເຊຍ, ຈີນ, ອາຟຣິກາໃຕ້ ແລະ ອິນໂດເນເຊຍ ລ້ວນແຕ່ເປັນທີ່ຮູ້ກັນວ່າຄັດຄ້ານເປົ້າໝາຍຂອງການເພີ່ມກຳລັງການຜະລິດພະລັງງານທົດແທນສາມເທົ່າໃນທົດສະວັດນີ້.

ແຫຼ່ງອ້າງອີງ:

https://www.scmp.com/news/asia/south-asia/article/3228611/g20-energy-ministers-fail-agree-road-map-phase-down-use-fossil-fuels?fbclid=IwAR0FtPOAbUY5JkFEWyw-uMCh_zsaj2Nu1vFBHiv6tq9XQtho_8p5yrcLoAg

https://www.theguardian.com/world/2023/jul/22/g20-countries-fail-to-reach-agreement-on-cutting-fossil-fuels?fbclid=IwAR3VLXbyCmJnsrYtKqh-BwHpmsC_P9R_5f01IgBKL7uul8u0p5-TqnZQvHM

#econewslaos #climatechange #G20Summit2023.

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.