ຮ້ອງພາກສ່ວນຮັບຜິດຊອບ! ພົບເຫັນກຸ່ມຊື້-ຂາຍສັດປ່າຢ່າງເປີດແປນເທິງເຟສບຸກ
ຮ້ອງພາກສ່ວນຮັບຜິດຊອບ! ພົບເຫັນກຸ່ມຊື້-ຂາຍສັດປ່າຢ່າງເປີດແປນເທິງເຟສບຸກ
02 November, 2022
Share now
ການລ່າ ແລະ ຊື້-ຂາຍ ສັດປ່າ ແມ່ນຜິດກົດໝາຍ ສປປ. ລາວ ເຖິງຢ່າງໃດກໍຕາມ ໃນປະຈຸບັນ ເຮົາຍັງພົບເຫັນການ ຊື້-ຂາຍ ສິນຄ້າປະເພດນີ້ຢູ່ ບໍ່ວ່າຈະເປັນ ບາງຕະຫຼາດໃນຕ່າງແຂວງ ແລະ ແຄມເສັ້ນທາງລະຫວ່າງແຂວງ.

ການລ່າ ແລະ ຊື້-ຂາຍ ສັດປ່າ ແມ່ນຜິດກົດໝາຍ ສປປ. ລາວ

ເຖິງຢ່າງໃດກໍຕາມ ໃນປະຈຸບັນ ເຮົາຍັງພົບເຫັນການ ຊື້-ຂາຍ ສິນຄ້າປະເພດນີ້ຢູ່ ບໍ່ວ່າຈະເປັນ ບາງຕະຫຼາດໃນຕ່າງແຂວງ ແລະ ແຄມເສັ້ນທາງລະຫວ່າງແຂວງ. ລ່າສຸດໄດ້ມີການພົບເຫັນວ່າມີການ ຊື້-ຂາຍ ສັດປ່າ ຢ່າງເປີດແປນຜ່ານຫຼາຍໆກຸ່ມທາງ ເຟສບຸກ ເຊິ່ງເປັນຊື່ກາງສື່ອອນລາຍທີ່ຄົນລາວສ່ວນຫຼາຍນຳໃຊ້.

ສັດທີ່ພົບເຫັນວ່າມີການຊື້-ຂາຍໃນຊ່ອງທາງດັ່ງກ່າວລ້ວນແຕ່ເປັນສັດປ່າ ທີ່ຢູ່ໃນບັນຊີ ສັດນໍ້າ-ສັດປ່່າ ປະເພດຫວງຫ້າມ ປະເພດ 1 ແລະ 2 ເຊັ່ນ ແມວໂພງ, ເຫງັນ, ລີງ, ບ່າງລົ້ວ, ນາກ, ເໝັ້ນ ເປັນຕົ້ນ.

ທັງນີ້, ຜູ້ຕິດຕາມ Econews ບາງທ່ານໄດ້ບອກວ່າ ໄດ້ມີການຮຽກຮ້ອງໄປຫຼາຍໜ່ວຍງານທີ່ກ່ຽວຂ້ອງ ແຕ່ກຸ່ມດັ່ງກ່າວກໍຍັງມີຢູ່ ແລະ ປະກົດມີຄົນມາໂພສຂາຍຢູ່ເລື່ອຍໆ.

ຫາກທ່ານພົບເຫັນການຊື້-ຂາຍ ສັດປ່າ ຜິດກົດໝາຍ ສາມາດແຈ້ງ 1601 ໄດ້ຕະຫຼອດເວລາ ແລະ ທຸກມື້.

ເບິ່ງເພີ່ມຕື່ມ: https://lctwildlife.org/contact/#econewslaos#wildlife#wildlifetrade

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.