ຫຼີ້ນ Tiktok 1 ນາທີ ເທົ່າກັບໃຊ້ນໍ້າ 0.27 ລິດ ແລະ ໃຊ້ພື້ນທີ່ດິນ 1.88 ຕາແມັດ
ຫຼີ້ນ Tiktok 1 ນາທີ ເທົ່າກັບໃຊ້ນໍ້າ 0.27 ລິດ ແລະ ໃຊ້ພື້ນທີ່ດິນ 1.88 ຕາແມັດ
17 November, 2022
Share now
ທ່ານຮູ້ບໍ່ວ່າ... ການນໍາໃຊ້ແອັບພລິເຄຊັ້ນສັງຄົມທາງອອນລາຍ ບໍ່ວ່າຈະເປັນ TikTok, Facebook, Instagram, Reddit, YouTube ແລະ ອື່ນໆ ກໍເປັນການນຳໃຊ້ຊັບພະຍາກອນ ບໍ່ວ່າຈະເປັນພະລັງງານໄຟຟ້າຂອງອຸປະກອນຜູ້ຫຼິ້ນເອງ ຫຼື ພະລັງງານທີ່ຜູ້ເກັບຂໍ້ມູນ ຫຼື ທີ່ເອີ້ນວ່າ server ທີ່ເປັນແຫຼ່ງໃຊ້ພະລັງງານຂະໜາດໃຫຍ່.

ທັງນີ້, ແອັບເຈົ້າໃຫຍ່ແບບ TikTok ເຫັນວ່າຄອງອັນດັບໜຶ່ງ ແຊງໜ້າຫຼາຍໆແອັບ, ເຊິ່ງການນຳໃຊ້ແອັບດັ່ງກ່າວ 1 ນາທີ ເທົ່າກັບການໃຊ້ນໍ້າ 0.27 ລິດ ແລະ ໃຊ້ພື້ນທີ່ດິນ 1.88 ຕາແມັດ ເຊິ່ງເທົ່າກັບການປ່ອຍກາກບອນ 2.63 gEqCO2. ອັນດັບດັ່ງກ່າວແມ່ນຕາມມາດ້ວຍ Reddit, Pinterest ແລະ Instagram. ໃນປີ 2021, ຜົນການສຳຫຼວດໃຫ້ເຫັນວ່າຄົນເຮົາມີການນຳໃຊ້ແອັບພລິເຄຊັ້ນສັງຄົມທາງອອນລາຍປະມານ 2 ຊົ່ວໂມງ 24 ນາທີ ເຊິ່ງກໍເທົ່າກັບການໃຊ້ນໍ້າເກືອບ 39 ລິດ ແລະ ປ່ອຍກາກບອນ 379 gEqCO2 ເຊິ່ງປຽບໄດ້ກັບການນຳໃຊ້ພາຫະນະປະເພດເບົາໃນການເດີນທາງເຖິງ 3.22 ກິໂລແມັດ.

#econewslaos#climatecrisis#climatechange

ແຫຼ່ງອ້າງອີງ: https://greenspector.com/en/social-media-2021/?fbclid=IwAR1c5X4k2GWDKhHb9L-RocHYZySvmeyYEwgPNwmOSTWf9HMc6hg-0Nr53Xs

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.