ຮູ້ຫຼຶບໍ່? ສານໃນຄຣີມກັນແດດກໍ່ຄວາມເປັນພິດອັນຕະລາຍຕໍ່ການສູນພັນຂອງປະກາລັງ
ຮູ້ຫຼຶບໍ່? ສານໃນຄຣີມກັນແດດກໍ່ຄວາມເປັນພິດອັນຕະລາຍຕໍ່ການສູນພັນຂອງປະກາລັງ
24 May, 2022
Share now
ປະກາລັງເປັນສັດນໍ້າທີ່ອາໄສຢູ່ໃນທະເລ ແລະ ມະຫາສະໝຸດ, ເປັນສິ່ງທີ່ມີຊີວິດທີ່ມີສີສັນງົດງາມ ແລະ ມີຄວາມຫຼາກຫຼາຍທາງຊີວະນານາພັນໃນລະບົບນິເວດຂອງໂລກ. ທີ່ສຳຄັນໄປກວ່ານັ້ນ, ປະກາລັງຍັງເປັນແຫຼ່ງທີ່ຢູ່ອາໄສໃຫ້ກັບສັດນໍ້າປະມານ 25% ຂອງໂລກ, ແຕ່ໃນທາງກັບກັນປະກາລັງກໍເປັນສິ່ງທີ່ມີຊີວິດທີ່ອ່ອນແອ ແລະ ຖືກທຳລາຍໄດ້ງ່າຍ ໂດຍສະເພາະແມ່ນຈາກຝີມືຂອງມະນຸດ.

ອີງຕາມການລາຍງານຂອງ ສະມາຄົມພັນທະມິດປະກາລັງ (Coral Reef Alliance) ໄດ້ລາຍງານວ່າ: 75% ຂອງປະກາລັງໃນປະຈຸບັນກຳລັງສ່ຽງຕໍ່ການສູນພັນ ແລະ 100% ຂອງປະກາລັງຈະສູນພັນໃນປີ 2050 ຫາກເຮົາບໍ່ມີການປົກປັກຮັກສາຢ່າງຈິງຈັງ. ສາເຫດຂອງການສູນພັນ ແລະ ເສື່ອມໂຊມຂອງປະກາລັງກໍເນື່ອງມາຈາກ ການຫາປາທີ່ຫຼາຍເກີນໄປ, ມົນລະພິດທາງນໍ້າ, ການປ່ຽນແປງດິນຟ້າອາກາດ ແລະ ອີກໄພອັນຕະລາຍທີ່ສຳຄັນຄື ສານຈາກຄຣີມກັນແດດທີ່ປົນເປື້ອນຈາກກິດຈະກຳທາງນໍ້າຂອງມະນຸດ. ໃນແຕ່ລະປີພົບວ່າມີສານຈາກຄຣີມກັນແດດທີ່ປົນເປື້ອນໃນມະຫາສະໝຸດທົ່ວໂລກເຖິງ 14,000 ໂຕນຕໍ່ປີ. ໂດຍສານໃນຄຣີມກັນແດດທີ່ເຫັນວ່າມີຄວາມເປັນພິດທີ່ອັນຕະລາຍຕໍ່ປະກາລັງແມ່ນ ສານອອກຊີເບນໂຊນ (Oxybenzone) ແລະ ອອກຕິໂນເສດ (Octinoxate). ຈາກການທົດລອງຂອງມະຫາວິທະຍາໄລ ສະແຕນຝອດ (Standford) ໃນປີ 2022, ໂດຍການທົດລອງນໍາສານ ອອກຊີເບນໂຊນ ໃສ່ໃນອ່າງທົດລອງທີ່ມີດອກໄມ້ທະເລ ແລະ ປະກາລັງ ໃນອ່າງທີ່ມີແສງແດດທີ່ເປັນໂຕກະຕຸ້ນຄວາມຮ້ອນ, ພົບວ່າ ປະກາລັງສາມາດຕາຍພາຍໃນ 17 ມື້, ແຕ່ເມື່ອທົດລອງແບບບໍ່ມີແສງແດດເຫັນວ່າ ປະກາລັງຍັງສາມາດມີຊີວິດຢູ່ໄດ້. ​ທ່ານ ວິລລ້ຽມ ມິຈ (William Mitch) ນັກວິສະວະກໍາສິ່ງແວດລ້ອມ, ມະຫາວິທະຍາໄລ ສະແຕນຝອດ ກ່າວວ່າ: “ຖືເປັນເລື່ອງແປກທີ່ແສງແດດເຮັດໃຫ້ເກີດຄວາມເປັນພິດຕໍ່ປະກາລັງ ມັນເປັນສິ່ງກົງກັນຂ້າມທີ່ຄວນຈະເປັນ”. ຄວາມເປັນພິດນີ້ສາມາດສົ່ງຜົນຕໍ່ການຜະລິດຂອງປະກາລັງ, ເພາະສານພິດອອກຊີເບນໂຊນໄດ້ໄປທຳລາຍພັນທຸກຳຂອງປະກາລັງ ແລະ ກໍ່ເກີດຜົນກະທົບການຟອກຂາວຂອງປະກາລັງທີ່ອັນຕະລາຍ. ນອກຈາກນັ້ນ, ຄຣີມກັນແດດຍັງບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະກາລັງຢ່າງດຽວ, ເພາະມັນຍັງມີຄວາມອັນຕະລາຍຕໍ່ສິ່ງທີ່ມີຊີວິດໃນນໍ້າຫຼາຍຊະນິດເຊັ່ນ: ປາ, ປາໂລມາ, ສາຫຼ່າຍສີຂຽວ, ຫອຍເໝັ້ນທະເລ ໂດຍການເຮັດໃຫ້ສູນເສຍຮູບຮ່າງ, ການຂະຫຍາຍພັນຫຼຸດລົງ ແລະ ການຈະເລີນເຕີບໂຕຢ່າງບົກພ່ອງ. ​ເພື່ອເປັນການຫຼີກລ່ຽງການທຳຮ້າຍປະກາລັງ ເມື່ອຈະຫຼິ້ນກິດຈະກໍາທາງນໍ້າເຮົາຄວນເລືອກໃຊ້ຄຣີມກັນແດດໃຫ້ດີ ແລະ ເລືອກໃຊ້ຄຣີມກັນແດດທີ່ມີສ່ວນປະສົມຂອງ Benzophenone-1, Benzophenone-8, OD-PABA, 4-Methylbenzylidene camphor, 3-Benzylidene camphor, and Octocrylene ເພື່ອເປັນທາງເລືອກທີ່ມີຄວາມປອດໄພກວ່າ. #EconewsLaos #Biodiversity #sea #ocean ແຫຼ່ງຂໍ້ມູນຈາກ: https://reef-world.org/blog/surprising-coral-facts https://coral.org/en/coral-reefs-101/reef-threats/ https://coral.org/.../sunscreen-101-protecting-your-skin.../ https://newatlas.com/.../stanford-coral-study-sunscreen.../ https://news.stanford.edu/.../05/coral-killing-sunscreens/ 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.