ດື່ມກາເຟແບບບໍ່ສ້າງຂີ້ເຫຍື້ອຜ່ານການບໍລິການເຊົ່າຈອກເຈົ້າໃນ 3 ໂຕເມືອງໃຫຍ່
ດື່ມກາເຟແບບບໍ່ສ້າງຂີ້ເຫຍື້ອຜ່ານການບໍລິການເຊົ່າຈອກເຈົ້າໃນ 3 ໂຕເມືອງໃຫຍ່
24 July, 2023
Share now
ການບໍລິການເຄື່ອງດື່ມ ແລະ ກາເຟເປັນການບໍລິການທີ່ຄາດວ່າ ສ້າງຂີ້ເຫຍື້ອບັນຈຸພັນປະເພດປລາສຕິກຫຼາຍເປັນອັນດັບສອງຮອງຈາກຕຸກນໍ້າປລາສຕິກ, ຕາມການລາຍງານຂອງ ເວັບໄຊທ໌ cleanup.org.au.

ໃນປະເທດລາວເຮົາເອງ ການນຳໃຊ້ບັນຈຸພັນແບບປລາສຕິກທີ່ນຳໃຊ້ເທື່ອດຽວໃນການເສີບເຄື່ອງດື່ມແມ່ນເຫັນໄດ້ຢ່າງແພ່ຫຼາຍ. ຕາມການລາຍງານຂອງ Plastic Free Laos ຫຼື ກາໝາຍ ສປປ.ລາວ ປາສະຈາກປລາສຕິກ ແມ່ນຄາດວ່າ ມີຈອກ, ຝາຄອບ ແລະ ທໍ່ດູດ ປລາສຕິກ ຖືກນໍາໃຊ້ຢ່າງໜ້ອຍ 200 ຊຸດ ຕໍ່ຮ້ານກາເຟໜຶ່ງໆໃນລາວ.

ທັງນີ້, ເພື່ອເປັນການຮ່ວມແກ້ໄຂບັນຫາຂີ້ເຫຍື້ອປລາສຕິກຈາກການບໍລິການດັ່ງກ່າວ, ທາງກາໝາຍ ສປປ.ລາວ ປາສະຈາກປລາສຕິກ ເຊິ່ງເປັນກາໝາຍຮັບຮອງເອົາທຸລະກິດບໍລິການທີ່ສາມາດປະຕິບັດມາດຕະຖານທີ່ດີໃນການຫຼຸດຜ່ອນປລາສຕິກໃນການບໍລິການ ຮ່ວມກັບສະມາຊິກທັງ 20 ແຫ່ງ ໄດ້ມີການບໍລີການທີ່ໃຫ້ລູກຄ້າສາມາດເຊົ່າຈອກທີ່ໃຊ້ຊໍ້າໄດ້ແທນການສ້າງສິ່ງເສດເຫຼືອໃໝ່ຈາກການບໍລີໂພກແບບເອົາກັບເຮືອນ. ທັງນີ້, ການບໍລິການດັ່ງກ່າງແມ່ນຜ່ານການສະໜັບສະໜູນ ແລະ ຮ່ວມມືກັບໂຄງການ SUSTOUR ຂອງ Lasting Laos ລາວຍືນຍາວ ທີ່ເປັນໂຄງການສົ່ງເສີມການທ່ອງທ່ຽວແບບຍືນຍົງໂດຍອົງກອນ Plan International ປະຈໍາ ສປປ. ລາວ.

post-images

ບໍລິການເຊົ່າຈອກດັ່ງກ່າວມີຊື່ວ່າ “ເຊົ່າຈອກເຈົ້າ” ຫຼື Rent Your Cup ທີ່ມີການທົດລອງປະຕິບັດຮອດເດືອນນີ້ ແລະ ຈະເປັນການບໍລິການທີ່ທ່ານສາມາດນຳໃຊ້ໄດ້ຢູ່ຕະຫຼອດໃນຂັ້ນຕໍ່ໄປ. ທັງນີ້, ໂຄງການດັ່ງກ່າວຄາດວ່າຈະເປັນການສົ່ງເສີມແນວຄວາມຄິດ ແລະ ປະຕິບັດການນຳໃຊ້ຊໍ້າ ເຊິ່ງເປັນການປະຕິບັດອັນສໍາຄັນທີ່ສົ່ງເສີມທຸລະກິດແບບໝູນວຽນ, ແລະ ຊ່ວຍໃນການຫຼຸດຜ່ອນສິ່ງເສດເຫຼືອປະເພດປລາສຕິກທີ່ນຳໃຊ້ເທື່ອດຽວໄດ້.

ທ່ານສາມາດເຂົ້າເບິ່ງເພີ່ມຕື່ມໄດ້ທີ່: https://plasticfreelaos.com/rent-your-cup/

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.