"ຂ້ອຍຫຼຸດມົນລະພິດໃນອຸດສາຫະກໍາແຟຊັ່ນໂດຍໃຊ້ວັດສະດຸ Recycle" ຄໍາຕອບມົງລົງຈາກຜູ້ຊະນະເລີດ Miss Universe 2022, R’Bonney Babriel ໄດ້ກ່າວໄວ້
"ຂ້ອຍຫຼຸດມົນລະພິດໃນອຸດສາຫະກໍາແຟຊັ່ນໂດຍໃຊ້ວັດສະດຸ Recycle" ຄໍາຕອບມົງລົງຈາກຜູ້ຊະນະເລີດ Miss Universe 2022, R’Bonney Babriel ໄດ້ກ່າວໄວ້
17 January, 2023
Share now
ຖ້າເຈົ້າໄດ້ເປັນ Miss Universe ເຈົ້າຈະເຮັດແນວໃດ ເພື່ອສະແດງໃຫ້ເຫັນວ່າເຮົາເປັນອົງກອນທີ່ເສີມສ້າງພະລັງ ແລະ ຄວາມກ້າວໜ້າ?
post-images

"ຂ້ອຍຈະເຮັດໃຫ້ອົງກອນເປັນຜູ້ນໍາໃນການປ່ຽນແປງ ໃນຖານະນັກອອກແບບທີ່ມີຄວາມມັກຮັກໃນສິ່ງນີ້ມາຕະຫຼອດ 13 ປີ, ໃນການຕັດຫຍິບ ຂ້ອຍຈະຂັບເຄື່ອນໂດຍແຟຊັ່ນເພື່ອເປັນຕົວຂັບເຄື່ອນໃນທາງທີ່ດີ. ໃນບໍລິສັດຂອງຂ້ອຍໄດ້ຊ່ວຍຫຼຸດຜ່ອນມົນລະພິດຜ່ານການຫມູນໃຊ້ວັດສະດຸເພື່ອຕັດຫຍິບເຄື່ອງນຸ່ງ; ຂ້ອຍມີການສອນຕັດຫຍິບໃຫ້ກັບແມ່ຍິງທີ່ລອດຈາກຂະບວນການຄ້າມະນຸດ ແລະ ຄວາມຮຸນແຮງໃນຄອບຄົວ. ທີ່ຂ້ອຍເວົ້າມານີ້ກໍເພາະວ່າມັນເປັນເລື່ອງສໍາຄັນຫຼາຍທີ່ເຮົາຕ້ອງລົງທຶນໃຫ້ກັບຄົນ, ກັບຊຸມຊົນ ແລະ ອາໄສສັກກະຍະພາບສະເພາະຂອງແຕ່ລະຄົນໃນການສ້າງຂະບວນການປ່ຽນແປງ. ເຮົາທຸກຄົນມີຄວາມພິເສດ ແລະ ເຮົາຈະເປັນຜູ້ປູກຝັງເມັດພັນເຫຼົ່ານັ້ນ ເພື່ອຜັນປ່ຽນ ແລະ ນໍາພາໄປສູ່ການປ່ຽນແປງ".

ນັ້ນຄືຄໍາຕອບຈາກຜູ້ຊະນະເລີດ Miss Universe ປະຈໍາປີ 2022, R’Bonney Gabriel ຕົວແທນຈາກສະຫະລັດອາເມຣິກາ, ສາວລູກຊອດ ຟິລິບປິນ-ອາເມຣິກາ ຂວັນໃຈກຳມະການ ແລະ ປວງຊົນ. ພ້ອມທັງ, ຍັງເປັນຫນຶ່ງໃນຜູ້ທີ່ພະຍາຍາມຂັບເຄື່ອນການແກ້ບັນຫາສິ່ງແວດລ້ອມ ດ້ວຍແບຣນດ໌ເຄື່ອງນຸ່ງທີ່ເປັນມິດຕໍ່ສິ່ງແວດລ້ອມ "R’Bonney Nola" ອີກດ້ວຍ.

ເສື້ອຜ້າແບຣນດ໌ຂອງ R’Bonney ເປັນເຄື່ອງນຸ່ງທີ່ຜະລິດຈາກເຄື່ອງນຸ່ງທີ່ໃຊ້ແລ້ວນໍາມາຜະລິດໃຫມ່, ນໍາໃຊ້ວັດສະດຸທີ່ສາມາດຫມູນໃຊ້ຄືນໄດ້ໃໝ່ເຊັ່ນ: ຂວດປລາສຕິກ ແລະ ເສັ້ນໄຍທີ່ມາຈາກທຳມະຊາດ; ເຊິ່ງທັງຫມົດນັ້ນ ແມ່ນເຮັດດ້ວຍມື, ນໍາໃຊ້ນະວັດຕະກຳແບບພິເສດ ເພື່ອບໍ່ໃຫ້ເກີດສິ່ງເຫຼືອໃຊ້ຈະຂະບວນການຜະລິດໃຫ້ໄດ້ຫຼາຍທີ່ສຸດ.

post-images
post-images

ໃນອຸດສາຫະກຳແຟຊັ່ນນັ້ນ ແມ່ນໜຶ່ງໃນສິ່ງທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ, ເພາະ 10% ຂອງກາສກາກບອນທີ່ຖືກປ່ອຍທົ່ວໂລກນັ້ນແມ່ນມາຈາກອຸດສະຫະກຳດັ່ງກ່າວ, ບໍ່ວ່າຈະເປັນຜ້າຝ້າຍ ຫຼື ເສັ້ນໄຍສັງເຄາະ. ສ່ວນເຄື່ອງນຸ່ງທີ່ຖືກໃຊ້ແລ້ວ ກໍຈະຖືກກຳຈັດໂດຍການນໍາໄປເຜົາ ຫຼື ກາຍເປັນຂີ້ເຫຍື້ອຖືກຝັງຖິ້ມຮ່ວມກັບ ຂີ້ເຫຍື້ອປະເພດອື່ນໆ.

ໃນແຕ່ລະປີທົ່ວໂລກ, ຈະມີເສື້ອຜ້ານັບ 82 ລ້ານໂຕນ ຖືກສົ່ງໄປບັນດາປະເທດໂລກທີ 3 ເພື່ອກຳຈັດເຄື່ອງນຸ່ງທີ່ບໍ່ໃຊ້ແລ້ວ ແລະ ຄາດວ່າພາຍໃນປີ 2030 ເສດເຄື່ອງນຸ່ງຈະເພີ່ມຂຶ້ນເຖິງ 134 ລ້ານໂຕນ.

ອ້າງອີງຂໍ້ມູນຈາກ:

Environman https://www.facebook.com/abscbnNEWS/posts/pfbid0MQbVA4jJz3gZwZdiWi4VQ8LHAUm7Uc73hDXafuD5JeNBvDsYLdyPN6sGL4YvYWLbl

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.