ກົ້ນມະຫາສະໝຸດເລິກທີ່ສຸດທີ່ມະນຸດເຄີຍໄປ 10,912 ແມັດ ຍັງພົບຂີ້ເຫຍື້ອປລາສຕິກ
ກົ້ນມະຫາສະໝຸດເລິກທີ່ສຸດທີ່ມະນຸດເຄີຍໄປ 10,912 ແມັດ ຍັງພົບຂີ້ເຫຍື້ອປລາສຕິກ
11 June, 2022
Share now
ລາຍການ Expedition Deep Ocean ທີ່ສາຍທາງຊ່ອງໂທລະພາບ discovery+ ໄດ້ຄົ້ນພົບຂີ້ເຫຍື້ອປລາສຕິກໃນປະຕິບັດການສຳຫຼວດກົ້ນທະເລເລິກ 10,912 ແມັດ ທີ່ເຂດ Mariana Trench ທີ່ມະຫາສະໝຸດ ປາຊີຟິກ ທີ່ເປັນຈຸດເລິກສຸດທີ່ມະນຸດເຄີຍໄປ ແລະ ຍັງເຊື່ອວ່າເປັນຈຸດທີ່ເລິກທີ່ສຸດຂອງກົ້ນມະຫາສະໝຸດ.

ໃນການລົງຄົ້ນຄວ້າຄັ້ງນີ້, ເຂົາເຈົ້າຄົ້ນພົບສິ່ງທີ່ມີຊີວິດກົ້ນມະຫາສະໝຸດຫຼາຍຊະນິດທີ່ຍັງບໍ່ເຄີຍຖືກຄົ້ນພົບມາກ່ອນ ແຕ່ກໍບໍ່ໜ້າເຊື່ອວ່າເຂົາເຈົ້າກໍພົບວັດຖຸທີ່ມີລັກສະນະຫຼ່ຽມທີ່ທຳມະຊາດບໍ່ສາມາດເຮັດຂຶ້ນມາໄດ້. ເມື່ອຊູມເຂົ້າໄປ ເຂົາເຈົ້າພົບເຫັນໂຕໜັງສື ແລະ ຈຶ່ງຮູ້ວ່າມັນແມ່ນຂີ້ເຫຍື້ອປລາສຕິກຈາກເທິງໜ້າດິນນັ້ນເອງ

ແຫຼ່ງອ້າງອີງ: - https://vt.tiktok.com/ZSdt9Wqn5/?k=1https://www.youtube.com/watch?v=exB3EWsnJKghttps://www.youtube.com/watch?v=s_WqLD_7to8

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.