10 ແມ່ນໍ້າສາຍຫຼັກທີ່ນໍາຂີ້ເຫຍື້ອປລາສຕິກກວ່າ 90% ທົ່ວໂລກໄຫຼລົງສູ່ທະເລ
10 ແມ່ນໍ້າສາຍຫຼັກທີ່ນໍາຂີ້ເຫຍື້ອປລາສຕິກກວ່າ 90% ທົ່ວໂລກໄຫຼລົງສູ່ທະເລ
01 January, 2022
Share now
ຂີ້ເຫຍື້ອປລາສຕິກໃນມະຫາສະໝຸດທົ່ວໂລກກວ່າຮ້ອຍລະ 90 ແມ່ນມາຈາກແມ່ນໍ້າສາຍຫຼັກ 10 ສາຍເຊິ່ງ​ 8 ໃນ 10 ເປັນແມ່ນໍ້າຈາກທະວີບອາຊີ ແລະ ໜຶ່ງໃນນັ້ນກໍ່ມີ “ແມ່ນໍ້າຂອງ” ນັກວິໄຈຄາດວ່າປີ 2050 ມະຫາສະໝຸດທົ່ວໂລກຈະມີຈໍານວນຂີ້ເຫຍື້ອປລາສຕິກຫຼາຍກວ່າຈຳນວນປາໃນມະຫາສະໝຸດ.

ຂໍ້ມູນການສຶກສາຂອງທີມວິໄຈສູນວິໄຈສິ່ງແວດລ້ອມ ເຮມຮອດສ໌ (Helmholtz) ລະບຸວ່າ ຂີ້ເຫຍື້ອກວ່າ 8 ລ້ານໂຕນທີ່ໄຫຼລົງສູ່ມະຫາສະໝຸດທຸກປີຫຼາຍເຖິງຮ້ອຍລະ 90​ ມາຈາກແຫຼ່ງນໍ້າສາຍຫຼັກ 10 ສາຍທົ່ວໂລກ ແລະ ພົບວ່າແມ່ນໍ້າ 8 ໃນ 10 ສາຍມີຕົ້ນກໍາເນີດ ແລະ ໄຫຼຜ່ານທະວີບອາຊີໄດ້ແກ່: ແມ່ນໍ້າແຍງຊີ, ແມ່ນໍ້າເຫຼືອງ, ແມ່ນໍ້າໄຮເຮີ, ແມ່ນໍ້າຈູຈຽງ ແລະ ແມ່ນໍ້າເຮຍຫຼົງຈຽງໃນຈີນ, ແມ່ນໍ້າອິນດັສທີ່ໄຫຼຜ່ານປາກິດສະຖານ, ແມ່ນໍ້າຄົງຄາໃນອິນເດຍ ແລະ ແມ່ນໍ້າຂອງທີ່ໄຫຼຜ່ານຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ. ​ທ່ານ ຄຣິສຕຽນ ຊະມິດທ໌ (Christian Schmidt) ໜຶ່ງໃນທີມວິໄຈຈາກສູນວິໄຈສິ່ງແວດລ້ອມ ເຮມຮອດສ໌ (Helmholtz) ກ່າວວ່າ “ຂີ້ເຫຍື້ອທີ່ມີຫຼາຍຂຶ້ນໃນແມ່ນໍ້າຈະຖືກປ່ອຍລົງສູ່ທະເລຕາມການໄຫຼຂອງແມ່ນໍ້າ ເນື່ອງຈາກບໍ່ມີມາດຕະການໃນການກຳຈັດ ຫຼື ກັກເກັບກ່ອນທີ່ຈະໄຫຼລົງສູ່ທະເລ” ໂດຍ 2 ສິ່ງທີ່ແມ່ນໍ້າແຕ່ລະສາຍມີຄືກັນກໍ່ຄື 1. ບໍລິເວນລຸ່ມແມ່ນໍ້າຈະເປັນທີ່ຕັ້ງຖິ່ນຖານຂອງປະຊາກອນຈໍານວນຫຼາຍ ບາງແຫ່ງຈໍານວນປະຊາກອນອາດຫຼາຍກວ່າ 100 ລ້ານຄົນ. 2. ແມ່ນໍ້າແຕ່ລະສາຍບໍ່ມີມາດຕະການຈັດການຂີ້ເຫຍື້ອໃນແມ່ນໍ້າກ່ອນປ່ອຍລົງສູ່ທະເລ. ສຳລັບແມ່ນໍ້າທີ່ມີຂີ້ເຫຍື້ອຫຼາຍທີ່ສຸດໄດ້ແກ່: ແມ່ນໍ້າທີ່ໄຫຼຜ່ານປະເທດຈີນໂດຍສະເພາະແມ່ນໍ້າແຍງຊີທີ່ມີປະຊາກອນອາໄສຢູ່ໃນພື້ນທີ່ບໍລິເວນທີ່ຮາບລຸ່ມແມ່ນໍ້າເຖິງ 500 ລ້ານຄົນ ເຊິ່ງກໍ່ໃຫ້ເກີດຂີ້ເຫຍື້ອປລາສຕິກໄຫຼລົງສູ່ທະເລຫຼາຍທີ່ສຸດໃນໂລກ. ຕາມມາດ້ວຍທີ່ຮາບລຸ່ມແມ່ນໍ້າຄົງຄາ ແລະ ແມ່ນໍ້າອິນດັສໃນບໍລິເວນອານຸທະວີບ. ນອກຈາກນີ້ແມ່ນໍ້າອີກ 2 ສາຍທີ່ມີມົນລະພິດຂີ້ເຫຍື້ອປລາສຕິກຫຼາຍທີ່ສຸດຢູ່ໃນທະວີບອາຟຣິກາໄດ້ແກ່: ແມ່ນໍ້ານາຍ ແລະ ແມ່ນໍ້າໄນເຈີ. ແມ່ນໍ້າຂອງເປັນແມ່ນໍ້າທີ່ມີຄວາມຍາວປະມານ 4,800 ກິໂລແມັດ ແລະ ໄດ້ໄຫຼຜ່ານ 6 ປະເທດຄື: ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ແມ່ນໍ້າຂອງມີການສະສົມຂີ້ເຫຍື້ອເປັນຈຳນວນຫຼາຍ, ເຊັ່ນດຽວກັນກັບໃນປະເທດມຽນມາມີການຖິ້ມຂີ້ເຫຍື້ອລົງໃນແມ່ນໍ້າຫຼາຍກວ່າ 200 ໂຕນຕໍ່ມື້, ຂະນະທີ່ກຳປູເຈຍ ແລະ ລາວຂີ້ເຫຍື້ອປລາສຕິກທີ່ຖືກຖິ້ມລົງໃນແຫຼ່ງນໍ້າກໍ່ເພີ່ມຂຶ້ນຕາມການພັດດທະນາຂອງປະເທດ, ສ່ວນໄທ ແລະ ຫວຽດນາມຍັງຄົງຕ້ອງພົບກັບບັນຫາຂີ້ເຫຍື້ອປຣາສຕິກທີ່ຖືກລັກລອບນໍາເຂົ້າເພື່ອກຳຈັດໂດຍທີ່ຍັງບໍ່ມີມາດຕະການຈັດການຂີ້ເຫຍື້ອເຫຼົ່ານີ້. ເຖິງຢ່າງໃດກໍ່ຕາມຈີນ ແລະ ອິນເດຍມີມາດຕະການທີ່ຈະຫຼຸດຂີ້ເຫຍື້ອປລາສຕິກໃນແຫຼ່ງນໍ້າລົງ ໂດຍອິນເດຍເປັນໜຶ່ງ ໃນ 193 ປະເທດທີ່ລົງນາມໃນການສັນຍາຂໍ້ຕົກລົງວ່າດ້ວຍການຫຼຸດຂີ້ເຫຍື້ອປລາສຕິກໃນແຫຼ່ງນໍ້າຂອງອົງກອນສະຫະປະຊາຊາດດ້ານສິ່ງແວດລ້ອມເມື່ອເດືອນທັນວາ ປີ 2017 ທີ່ຜ່ານມາ ແລະ ນາຍົກເຣນທຣາ ໂມດິ ນາຍົກລັດຖະມົນຕີອິນເດຍກ່າວວ່າ ອິນເດຍຈະຫຼຸດຂີ້ເຫຍື້ອປລາສຕິກໃຫ້ໄດ້ພາຍໃນປີ 2022 ນີ້.  ແລະ ໃນທີ່ສຸດພວກເຮົາກໍ່ຈະໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວເຊັ່ນກັນເພາະພວກເຮົາກໍ່ອາໄສລະບົບນິເວດ ແລະດຳລົງຊີວິດຢູ່ໃນໂລກດຽວກັນ. ສະນັ້ນ, ເຮົາຕ້ອງຄິດຄໍານຶງເຖິງຜົນເສຍທີ່ຈະເກີດຂຶ້ນໃນອະນາຄົດ ແລະ ຊ່ວຍກັນຫຼຸດຜ່ອນການນໍາໃຊ້ປລາສຕິກໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ເຮັດໄດ້. ແຫຼ່ງຂ່າວຈາກ: https://www.weforum.org/.../90-of-plastic-polluting.../... https://voicetv.co.th/read/Sk59VNKgX...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.