ພົບໄມໂຄຣີປລາສຕິກປົນເປື້ອນໃນເລືອດຂອງມະນຸດ
ພົບໄມໂຄຣີປລາສຕິກປົນເປື້ອນໃນເລືອດຂອງມະນຸດ
07 April, 2022
Share now
ພົບໄມໂຄຣປລາສຕິກປົນເປື້ອນໃນເລືອດຂອງມະນຸດ ໄມໂຄຣປລາສຕິກເປັນຊິ້ນສ່ວນຂອງປລາສຕິກຂະໜາດນ້ອຍທີ່ມີເສັ້ນຜ່າສູນກາງບໍ່ເກີນ 5 mm, ເປັນມົນລະພິດໜຶ່ງທີ່ກະຈາຍໃນສິ່ງແວດລ້ອມຫຼາຍແຫ່ງ ແລະ ປົນເປື້ອນໃນລະດັບຕ່ອງໂສ້ອາຫານຂອງສິ່ງທີ່ມີຊີວິດ.

ໃນຄັ້ງນີ້ມີລາຍງານ ບົດວິໄຈໃຫມ່ຈາກປະເທດ ໂຮນລັງ (ເນເທີແລນ) ທີ່ຖືກເຜີຍແຜ່ໃນເວັບໄຊ້ Science direct ວັນທີ 24 ມີນາ 2022, ເປັນບົດວິໄຈທີ່ໄດ້ຮັບທຶນການສະໜັບສະໜູນຈາກ ອົງກອນຄົ້ນຄວ້າສຸຂະພາບແຫ່ງຊາດຂອງໂຮນລັງ ແລະ ການພັດທະນາ ແລະ ທະເລສາມັນ, ເປັນອົງກອນເພື່ອສັງຄົມທີ່ເຮັດວຽກງານໃນການຫຼຸດຜ່ອນມົນລະພິດປລາສຕິກ. ຈາກການສຶກສາໂດຍເກັບຕົວຢ່າງຈາກອາສາສະໝັກບໍຈາກເລືອດ 22 ຄົນ ທີ່ມີສຸຂະພາບແຂງແຮງດີ, ໃນນັ້ນພົບວ່າມີໄມໂຄຣປລາສຕິກປົນເປື້ອນຢູ່ໃນເລືອດຂອງ 17 ຄົນ ຄິດເປັນ 80% ຂອງຈໍານວນຕົວຢ່າງ; ມີຄວາມເຂັ້ມຂຸ້ນຂອງປະລິມານໄມໂຄຣປລາສຕິກໃນເລືອດຢູ່ທີ່ 16 µg/ml. ບັນດາປະເພດປລາສຕິກກຸ່ມໃຫຍ່ທີ່ພົບເຫັນໃນການທົດລອງຄັ້ງນີ້ປະກອບມີ: ປລາສຕິກ (PET) ປົນເປື້ອນໃນເຄິ່ງໜຶ່ງຂອງຕົວຢ່າງທັງໝົດ ສາມາດພົບໄດ້ໃນຕຸກນໍ້າດື່ມທົ່ວໄປ; 1 ໃນ 3 ຂອງຕົວຢ່າງປົນເປື້ອນ ໂພລີສະໄຕລີນ (PS) ພົບໄດ້ໃນປະເພດກ່ອງອາຫານ, ບ່ວງ, ສ້ອມເປັນຕົ້ນ ແລະ 1 ໃນ 4 ຂອງຕົວຢ່າງປົນເປື້ອນ ໂພລີເອທີລີນ (PE) ທີ່ພົບເຫັນໄດ້ໃນປະເພດຖົງຢາງ ແລະ ບັນຈຸພັນອື່ນໆ. ທ່ານ ສາດສະດາຈານ Dick Vethaak, ນັກພິດວິທະຍາຈາກ Vrije Universiteit Amsterdamໃນປະເທດໂຮນລັງ, ທີ່ເປັນໜຶ່ງໃນທີມນັກວິໄຈຍັງໄດ້ກ່າວວ່າ: “ແນ່ນອນວ່າມັນເປັນເລື່ອງສົມເຫດສົມຜົນທີ່ໜ້າເປັນຫ່ວງ”, “ອະນຸພາກປລາສຕິກນ້ອຍໆເຫຼົ່ານັ້ນກໍາລັງຖືກລຳລຽງທົ່ວຮ່າງກາຍຂອງເຮົາ”, ເພິ່ນຍັງໄດ້ສະແດງ ຜົນງານການວິໄຈທີ່ຜ່ານມາຊີ້ໃຫ້ເຫັນວ່າ ເດັກນ້ອຍນັ້ນມີການປົນເປື້ອນໄມໂຄຣປລາສຕິກໃນອຸດຈາລະຫຼາຍກວ່າຜູ້ໃຫຍ່ເຖິງ 10 ເທົ່າ, ເດັກນ້ອຍຈະໄດ້ຮັບຈາກການກິນນໍ້າໃນຕຸກນົມປລາສຕິກ ເປັນຈໍານວນຫຼາຍລ້ານອັນຕໍ່ມື້. ນັບວ່າເປັນສັນຍານເຕືອນໄພໃຫມ່ທີ່ສະແດງເຖິງຄວາມອັນຕະລາຍຢ່າງຍິ່ງທີ່ມັນສາມາດດູດຊຶມເຖິງລະດັບເລືອດຂອງມະນຸດໄດ້, ມັນເປັນສິ່ງທີ່ສະແດງໃຫ້ເຫັນວ່າວົງຈອນຊີວິດຂອງຄົນເຮົານັ້ນໄດ້ຕິດພັນກັບມົນລະພິດປລາສຕິກຢ່າງໃກ້ຊິດ. ເຮົາຄວນມີວິທີແກ້ໄຂຢ່າງຈິງຈັງຕໍ່ກັບບັນຫາດັ່ງກ່າວ, ເພື່ອບໍ່ໃຫ້ເປັນພາລະໜ້າທີ່ຂອງລູກຫຼານເຮົາໃນອານາຄົດ. ມາຮ່ວມແຮງຮ່ວມໃຈຫຼຸດຜ່ອນ, ຍົກເລີກນໍາໃຊ້ ແລະ ໝູນໃຊ້ຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ ເພື່ອບໍ່ປ້ອງກັນບັນຫາການຕົກຄ້າງ ແລະ ເພີ່ມຂຶ້ນຂອງປລາສຕິກ. ອ່ານບົດວິໄຈໄດ້ທີ່: https://www.sciencedirect.com/.../pii/S0160412022001258...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.