ວັນສັດໂລກ | World Animal Day 4 ຕຸລາ 2023
ວັນສັດໂລກ | World Animal Day 4 ຕຸລາ 2023
04 October, 2023
Share now
ຮ່ວມຕະໜັກເຖິງຄວາມສຳຄັນຂອງການອະນຸລັກຮັກສາສັດ ເຊິ່ງມີຄວາມສຳຄັນຕໍ່ກັບລະບົບນິເວດໃນໂລກ ລວມເຖິງສິດທິຂອງສັດທີ່ພວກເຂົາຄວນຈະມີ ເນື່ອງໃນວັນສັດໂລກ 4 ຕຸລາ 2023.

ມັນເປັນວັນສໍາຄັນທີ່ໄດ້ຖືກກຳນົດຂຶ້ນນັບຕັ້ງແຕ່ປີ 1925, ໂດຍໄດ້ຮັບການສະໜັບສະໜຸນຈາກປະຊາຄົມສາກົນເພື່ອທີ່ຈະຢຸດເຊົາການທໍລະມານສັດທຸກຮູບແບບ.

ໃນວັນດັ່ງກ່າວນີ້ ຄົນຈາກທົ່ວທຸກມຸມໂລກໄດ້ຮ່ວມໃຈກັນເຮັດກິດຈະກຳຫຼາຍຮູບແບບເພື່ອສົ່ງເສີມການກະຈາຍຄວາມຮຸ້ກ່ຽວກັບໄພຂົ່ມຂຸ່ຕ່າງໆທີ່ມີຕໍ່ສັດ. ເຊັ່ນໃນປີນີ້ ຫົວຂໍ້ກ່ຽວກັບການທໍລະມານສັດໃນຟາມ, ການລ່າສັດປ່າ, ການມີໄພຂົ່ມຂຸ່ທີ່ສ່ຽງຕໍ່ການສຸນພັນຂອງສັດປ່າ ແລະ ສັດນໍ້າ ໄດ້ຖືກຍົກຂຶ້ນມາສົນທະນາ.

ທ່ານເອງກໍສາມາດຮ່ວມເປັນກະບອກສຽງເຊັ່ນດຽວກັນໂດຍການເຂົ້າຮ່ວມກິດຈະກຳມວນຊົນຕ່າງໆທີ່ອົງກອນກ່ຽວຂ້ອງໃນຊຸມຊົນຂອງທ່ານຈັດຂຶ້ນ ຫຼື ນຳໃຊ້ສື່ອອນລາຍຂອງທ່ານໃນການບອກໃຫ້ຄົນທົ່ວໄປໄດ້ຮັບຮູ້ເຖິງຄວາມສຳຄັນຂອງມື້ດັ່ງກ່າວນີ້.

#econewslaos #WorldAnimalDay

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.