ນິວເດລີ ປະເທດອິນເດຍ ກຳລັງປະສົບບັນຫາວິກິດທາງອາກາດ
ນິວເດລີ ປະເທດອິນເດຍ ກຳລັງປະສົບບັນຫາວິກິດທາງອາກາດ
11 November, 2022
Share now
ປັດຈຸບັນ ນະຄອນຫຼວງນິວເດລີ ປະເທດອິນເດຍ ກໍາລັງປະສົບກັບວິກິດມົນລະພິິດທາງອາກາດຢ່າງໜັກໜ່ວງ ເນື່ອງຈາກເຄື່ອງກວດຈັບດັດຊະນີຄຸນະພາບທາງອາກາດກວດພົບວ່າ ຄຸນະພາບອາກາດໃນກຸງນິວເດລີ ຢູ່ໃນລະດັບ 450 ເຊິ່ງຖືວ່າຕົກຢູ່ໃນລະດັບອັນຕະລາຍເກີນມາດຕະຖານ. ວິກິດດັ່ງກ່າວໄດ້ເຮັດໃຫ້ອິນເດຍປະກາດປິດໂຮງຮຽນປະຖົມຊົ່ວຄາວທົ່ວນະຄອນຫຼວງ ໂດຍບໍ່ມີກໍານົດ ຕາມຕົວເມືອງນະຄອນຫຼວງ ໃນວັນທີ 4 ພະຈິກທີ່ຜ່ານມານີ້ ແລະ ໄດ້ມີການກຽມມາດຕະການຮອງຮັບ-ຄວບຄຸມການສັນຈອນ.

ມາໃນວັນທີ 11 ພະຈິກ ທາງລັດຖະບານໄດ້ແນະນໍາໃຫ້ກຸ່ມເດັກນ້ອຍ, ຜູ້ສູງອາຍຸ ແລະ ກຸ່ມຄົນທີ່ມີບັນຫາສຸຂະພາບ ຫຼີກລ່ຽງເຮັດການກິດຈະກໍາຕ່າງໆ ນອກບ້ານໃຫ້ໄດ້ຫຼາຍທີ່ສຸດ. ພ້ອມນັ້ນຍັງໄດ້ ປະກາດປິດໂຮງງານ, ເຂດກໍ່ສ້າງ ແລະ ຈໍາກັດການສັນຈອນ ແລ້ວຈັດການສີດນໍ້າ ເພື່ອຄວບຄຸມຝຸ່ນຄວັນທີ່ປົກຄຸມຕາມຕົວເມືອງ ແລະ ມີການຕິດຕັ້ງຫໍຄອຍພັດລົມຂະໜາດໃຫຍ່ 40 ເຄື່ອງທີ່ສາມາດປ່ອຍອາກາດບໍລິສຸດໄດ້ 1,000 ແມັດກ້ອນຕໍ່ວິນາທີ.

ນິວເດລີເປັນໜຶ່ງໃນຕົວເມືອງທີ່ຕິດອັນດັບສູງສຸດ ເມື່ອທຽບກັບຕົວເມືອງອື່ນໆ ໃນອິນເດຍ ທີ່ປະສົບກັບບັນຫາຝຸ່ນຄວັນຫຼັງເທດສະການດີວາລີ ເຊິ່ງໃນເທດສະການໄດ້ມີການຈູດກະໂພກເປັນຈໍານວນຫຼວງຫຼາຍ; ວິກິດການດັ່ງກ່າວໄດ້ທະວີຄູນໃນຊ່ວງລະດູໜາວ ຈາກການຈູດປ່າເຮັດໄຮ່ຂອງປະເທດອ້ອມຂ້າງ, ບວກກັບສະພາບອາກາດທີ່ເຢັນລົງ ເຊິ່ງເປັນປັດໄຈທີ່ສົ່ງຜົນກະທົບໃຫ້ປະຊາກອນຫຼາຍກວ່າ 20 ລ້ານກວ່າຄົນ ໃນເມືອງນິວເດລີຕ້ອງຫາຍໃຈເອົາອາກາດທີ່ເປັນພິດ. #econewslaos#airpollution ແຫຼ່ງຂໍ້ມູນອ້າງອີງ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.