ເລີ່ມແລ້ວ! ຮ້ານອາຫານ fast food ຊື່ດັງ ເລີ່ມເສີບອາຫານໃສ່ພາຊະນະທີ່ໃຊ້ຊໍ້າໄດ້
ເລີ່ມແລ້ວ! ຮ້ານອາຫານ fast food ຊື່ດັງ ເລີ່ມເສີບອາຫານໃສ່ພາຊະນະທີ່ໃຊ້ຊໍ້າໄດ້
22 November, 2022
Share now
ຜູ້ໃຊ້ ທະວິດເຕີ @juanbuis ໄດ້ມີການໂພສພາບອາຫານ ແລະ ເຄື່ອງດື່ມທີ່ ຮ້ານອາຫານ fast food ຊື່ດັງ ພ້ອມບັນຍາຍວ່າ: "absolutely *loving* the design of this reusable packaging that's being introduced at mcdonalds france" ຫຼື ແປວ່າ "ມັກການອອກແບບແຮງ ບັນຈຸພັນທີ່ເປັນແບບໃຊ້ຊໍ້າໄດ້ ທີ່ເປິດໂຕໃນແມັກໂດນັລ ປະເທດຝຣັ່ງ".

ທັງນີ້, ທະວິດດັ່ງກ່າວກໍຖືກ ປະທານປະເທດ ຝຣັ່ງ ທ່ານ Emmanuel Macron ນຳໄປຣີທະວິດ ຫຼື ແບ່ງປັນຕື່ມພ້ອມຄຳບັນຍາຍວ່າ:

La loi anti-gaspillage, ce n’est pas seulement la fin des pailles en plastique. Observez autour de vous : en France, les changements sont à l'œuvre pour faire évoluer nos modes de consommation et réduire nos déchets. On pousse pour le faire au niveau mondial. Changeons la donne !

ຫຼື ແປວ່າ "ກົດໝາຍຕ້ານສິ່ງເສດເຫຼືອບໍ່ແມ່ນພຽງແຕ່ການສິ້ນສຸດຂອງທໍ່ດູດປລາສຕິກເທົ່ານັ້ນ. ມາເບິ່ງຮອບໆຕົວທ່ານ: ໃນປະເທດຝຣັ່ງ, ການປ່ຽນແປງນີ້ແມ່ນລວມເອົາປ່ຽນຮູບແບບການບໍລິໂພກ ແລະ ຫຼຸດຜ່ອນສິ່ງເສດເຫຼືອຂອງພວກເຮົາ. ພວກເຮົາກໍາລັງຊຸກຍູ້ໃຫ້ເຮັດມັນເກີດຂຶ້ນທົ່ວໂລກ. ມາປ່ຽນແປງສະຖານະການນີ້ນໍາກັນ!"

ທັງນີ້, ການປ່ຽນແປງຂອງຮ້ານອາຫານດັ່ງກ່າວກໍຍັງບໍ່ທັນເກີດຂຶ້ນທົ່ວໂລກ ແຕ່ນັບໄດ້ວ່າເປັນຈຸດເລີ່ມຕົ້ນທີ່ແປກໃໝ່ ແລະ ທ້າທາຍ ໃນວົງການອາຫານ fastfood ທີ່ສ້າງຂີ້ເຫຍື້ອຫຼາຍໃນແຕ່ລະປີ. ເຊັ່ນໃນປະເທດອັງກິດ, ຂີ້ເຫຍື້ອປລາສຕິກຈາກພາກສ່ວນນີ້ແມ່ນສູງເຖິງ 2.2 ລ້ານໂຕນ ຕໍ່ປີ.

#econewslaos#plasticfree#plasticcrisis#France

ແຫຼ່ງອ້າງອີງ: https://twitter.com/juanbuis/status/1594008547414736896?t=IRCNEU7TFuW-EVAcb9ZpHQ&s=08&fbclid=IwAR0EhVhwlPSQfx7qjhWFIGfblaKg9Gt9L4hGocSP546FJkQkiqs0wv_tRI8

https://takeawaypackaging.co.uk/fast-food-packaging-waste-statistics/?fbclid=IwAR1yvTvlpk_cFYRU9acvg1SibI81JN8mh3pG6hhdg5UsrGp5EafDHZxpcBI

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.