ພົບປາຕາຍເປັນຈຳນວນຫຼາຍຢູ່ເຂື່ອນນໍ້າອູ 5 ເມືອງສຳພັນ, ແຂວງຜົ້ງສາລີ
ພົບປາຕາຍເປັນຈຳນວນຫຼາຍຢູ່ເຂື່ອນນໍ້າອູ 5 ເມືອງສຳພັນ, ແຂວງຜົ້ງສາລີ
29 June, 2023
Share now
ໃນວັນທີ 27 ເດືອນມີຖຸນາ 2023 ທີ່ຜ່ານມາ ປະຊາຊົນຢູ່ ເມືອງສໍາພັນ ແຂວງຜົ້ງສາລີ ພົບປາຕາຍເປັນຈໍານວນຫຼາຍຢູ່ເຂື່ອນນໍ້າອູ 5 ໂດຍທີ່ ແຫຼ່ງຂໍ້ມູນ ໄດ້ກ່າວວ່າສາເຫດມາຈາກການນໍາໃຊ້ຢາກັນຊຶມຢູ່ເຂື່ອນ ເຊິ່ງໄດ້ສົ່ງຜົນກະທົບໃຫ້ກັບລະບົບນິເວດນໍ້າ. ☢️ເນື່ອງຈາກສາເຫດປາຕາຍເປັນຈໍານວນຫຼວງຫຼາຍຕາມເຂດແມ່ນໍ້າ ສະແດງເຖິງຄວາມສ່ຽງອັນຕະລາຍຕໍ່ຊີວະນາໆພັນ ລວມເຖິງມະນຸດ. ດັ່ງນັ້ນ, ປະຊາຊົນທີ່ອາໄສຢູ່ຕາມເຂດບໍລິເວນດັ່ງກ່າວຄວນຫຼີກລ່ຽງການບໍລິໂພກປາຊົ່ວຄາວ.
post-images

ເພື່ອແກ້ຂໍ້ສົງໄສຈາກະຊາຊົນ, ບໍລິສັດໄຟຟ້າພະລັງນໍ້າ ນໍ້າອູຈໍາກັດຫຼວງພຣະບາງໄດ້ອອກໜັງສືຊີ້ແຈງ ໃນວັນທີ 28 ມີຖຸນາ 2023 ກ່ຽວກັບສະພາບປາຕາຍທີ່ເຂື່ອນນໍ້າອູ 5 ວ່າ ສາເຫດນັ້ນມາຈາກການລະບາຍນໍ້າລະດັບຕໍ່າຂອງເຂື່ອນ ເພື່ອປ້ອງກັນການເກີດອຸທົກກະໄພຊ່ວງລະດູຝົນ ເນື່ອງຈາກວ່າລະດັບນໍ້າໃນອ່າງຂອງເຂື່ອນນໍ້າອູ 5 ນັ້ນມີລະດັບຕໍ່າກວ່າທີ່ຈະໃຊ້ງານໄດ້. ດ້ວຍເຫດນັ້ນ ຈຶ່ງໄດ້ມີການປ່ອຍນໍ້າລະດັບຕໍ່າຂອງເຂື່ອນລົງໄປຍັງເຂື່ອນໄຟຟ້ານໍ້າອູ 4.

post-images

ແຕ່ເນື່ອງຈາກວ່ານໍ້າທີ່ກັກເກັບໄວ້ໃນເຂື່ອນໄຟຟ້ານໍ້າອູ 5 ນັ້ນເປັນນໍ້າທີ່ບໍ່ໄຫລ ທີ່ກັກເກັບໄວ້ຕັ້ງແຕ່ປີ 2015 ເປັນຕົ້ນມາ ເປັນນໍ້າທີ່ຢູ່ໃນລະດັບຕໍ່າກວ່າລະດັບນໍ້ານໍ້າຕາຍ (ລະດັບນໍ້າທີ່ຕໍ່າຈົນບໍ່ສາມາດໃຊ້ປັ່ນພະລັງງານໄດ້) ຈຶ່ງມີການຕົກຕະກອນຂອງຊີວະມວນສານສະສົມໄວ້ເປັນເວລາຍາວນານ ເຮັດໃຫ້ການປ່ອຍນໍ້າອອກຈາກເຂື່ອນນີ້ ສົ່ງຜົນກະທົບຕໍ່ສິ່ງມີຊີວິດໃນນໍ້າ ໂດຍສະເພາະປາໄດ້ຮັບຜົນກະທົບ, ລວມໄປເຖິງສົ່ງຜົນຕໍ່ລະບົບນິເວດອ້ອມຂ້າງລວມໄປເຖິງຄວາມປອດໄພ ແລະ ການທໍາມາຫາກິນຂອງປະຊາຊົນອີກດ້ວຍ.

post-images

#econewslaos #polution #savenamou #phongsaly

ແຫຼ່ງຂໍ້ມູນອ້າງອີງ:

https://www.facebook.com/photo/?fbid=594960499484416&set=pb.100069114146960.-2207520000

https://www.facebook.com/laonewsdotnet/posts/577715887875834

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
08 October, 2024
ພາຍຸໄຕ້ຝຸ່ນຂັ້ນຮຸນແຮງຢາກິ (Super Typhoon Yagi) ສ້າງຄວາມເສຍຫາຍຕໍ່ເນື່ອງພາໃຫ້ຂົວທີ່ຫວຽດນາມພັງເສຍຫາຍ
ໃນຊ່ວງຕົ້ນເດືອນກັນຍາທີ່ຜ່ານມາ, ຫວຽດນາມເປັນປະເທດໜື່ງທີ່ຜະເຊີນກັບພາຍຸໄຕ້ຝຸ່ນທີ່ຮຸນແຮງໃນຮອບຫຼາຍປີ.​ ປະຊາຊົນຫຼາຍພັນຊິວິດໄດ້ຮັບຜົນກະທົບຈາກນໍ້າຖ້ວມຂັງ, ບ້ານເຮືອນຫຼາຍຫຼັງຄາຖືກລົມພັດປິວ ແລະ ຮ້າຍແຮງໄປກວ່ານັ້ນ, ຂົວຟອງເຊົາ “Phong Châu” ທີ່ເປັນໜື່ງໃນຂົວທີ່ມີຜູ້ຄົນນໍາໃຊ້ເປັນຈຳນວນຫຼາຍ ໄດ້ຫັກລົງໃນເມື່ອຕອນເຊົ້າຂອງວັນທີ 9 ເດືອນກັນຍາທີ່ຜ່ານມາ ເນື່ອງຈາກອິດທິພົນຂອງພາຍຸຢາກິທີ່ສົ່ງຜົນໃຫ້ເກີດຝົນຕົກແຮງ ແລະ ດິນຖະຫຼົ່ມ ເຊີ່ງໂຄງສ້າງຂອງຂົວເອງກໍບໍ່ສາມາດຮອງຮັບກຳລັງແຮງຂອງພາຍຸໄດ້.
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
25 September, 2024
10 ອັນດັບປະເທດ ທີ່ມີປະສິດທິພາບດ້ານສິ່ງແວດລ້ອມທີ່ດີທີ່ສຸດໃນປີ 2024
ດັດຊະນີປະສິດທິພາບດ້ານສິ່ງແວດລ້ອມປີ 2024 (Environmental Performance Index : EPI) ເຊິ່ງຈັດໂດຍສູນກົດໝາຍ ແລະ ນະໂຍບາຍສິ່ງແວດລ້ອມແຫ່ງມະຫາວິທະຍາໄລເຢລ (Yale Center for Environmental Law & Policy) ແລະ ສູນເຄືອຂ່າຍຂໍ້ມູນວິທະຍາສາດໂລກຂອງມະຫາວິທະຍາໄລໂຄລໍາເບຍ (Columbia) ເຊິ່ງໄດ້​ເຜີຍແຜ່ຜົນການຈັດ​ອັນ​ດັບ​​ປະ​ເທດຕ່າງໆ​​ທົ່ວ​ໂລກ​ໃນດ້ານຄວາມ​ຍືນ​ຍົງ ​ແລະ ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​.