"ການຂີ່ລົດຖີບ" ກິດຈະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມຄວນຖືກສົ່ງເສີມແນວໃດ?
"ການຂີ່ລົດຖີບ" ກິດຈະກໍາທີ່ເປັນມິດຕໍ່ສິ່ງແວດລ້ອມຄວນຖືກສົ່ງເສີມແນວໃດ?
15 June, 2022
Share now
ທ່າມກາງວິກິດການຂາດແຄນນໍ້າມັນທີ່ເກີດຂຶ້ນໃນຊ່ວງໄລຍະນີ້ ແມ່ນໄດ້ສ້າງຄວາມຫຍຸ້ງຍາກແກ່ຜູ້ຄົນໃນຫຼາຍໆດ້ານ ເປັນຕົ້ນແມ່ນ ການຄົມມະນາຄົມ. ດັ່ງນັ້ນ, ເພື່ອເປັນການຫຼີກລ່ຽງຜົນກະທົບດັ່ງກ່າວ ຫຼາຍຄົນຈຶ່ງໄດ້ຫັນປ່ຽນມາສົນໃຈ ແລະ ສົ່ງເສີມກິດຈະກຳ “ການຂີ່ລົດຖີບ” ເຊັ່ນກິດຈະກຳທີ່ພວມເປັນກະແສຄື #bikelikeaboss ໃນຕອນນີ້.

ທຸກຄົນຮູ້ຫຼືບໍ່ ວ່າ “ລົດຖີບ” ແມ່ນຖືກຈັດເປັນ Zero Emission Vehicle ຫຼື ພາຫະນະປ່ອຍມົນລະພິດເປັນສູນ (0) ທີ່ລ້ວນແຕ່ເປັນມິດຕໍ່ສິ່ງແວດລ້ອມ, ເຊິ່ງວ່າໃນການເດີນທາງດ້ວຍລົດຖີບ ທຸກໆ 10 ກິໂລແມັດ ແມ່ນຈະສາມາດຫຼຸດຜ່ອນການປ່ອຍກາສເຮືອນແກ້ວ (Greenhouse Gas) ໄດ້ເຖິງ 1.500 ກິໂລກຣາມຕໍ່ປີ. ແລະ ຫາກວ່າຈໍານວນຜູ້ນໍາໃຊ້ລົດຖີບມີການເພີ່ມຂຶ້ນເລື້ອຍໆ ເຮົາຍັງສາມາດຫຼຸດຜ່ອນການປ່ອຍກາສກາກໂບນິກ (CO2) ໄດ້ຫຼາຍເຖິງ 6-14 ລ້ານໂຕນ ແລະ ຫຼຸດຜ່ອນການນໍາໃຊ້ພະລັງງານເຊື້ອໄຟ (fuel) ໄດ້ປະມານ 700 ລ້ານ - 1,6 ຕື້ໂຕນໄດ້ໂດຍສະເລ່ຍ.

ນອກຈາກນັ້ນແລ້ວ, ລົດຖີບ ຍັງເປັນພາຫະນະທີ່ບໍ່ກໍ່ໃຫ້ເກີດສຽງລົບກວນ ຫຼືທີ່ເອີ້ນວ່າ “ມົນລະພິດທາງສຽງ” ທີ່ສາມາດສົ່ງຜົນຕໍ່ບັນຫາສຸຂະພາບໃນໄລຍະຍາວອີກດ້ວຍ, ໂດຍອີງຈາກການວິໄຈຂອງປະເທດການາດາ (Canada) ພົບວ່າ ອັດຕາການເສຍຊີວິດດ້ວຍໂຣກຫົວໃຈຂອງຜູ້ຄົນທີ່ອາໄສໃນ ເຂດທີ່ມີສຽງດັງລົບກວນໂດຍຍານພາຫະນະ ແມ່ນມີຫຼາຍກວ່າເຂດອື່ນເຖິງ 22%.

ຖ້າຫາກຄິດເຖິງກິດຈະກຳທີ່ເປັນມິດຕໍ່ສິ່ງແວດລ້ອມໃນຊີວິດປະຈໍາວັນ “ການຂີ່ລົດຖີບ” ແມ່ນຖືເປັນໜຶ່ງໃນຕົວເລືອກທີ່ດີ ແລະ ທຸກຄົນສາມາດປະຕິບັດນໍາກັນໄດ້, ແຕ່ຄຽງຄູ່ໄປກັບການສົ່ງເສີມນັ້ນ ສະພາບແວດລ້ອມ ແລະ ນະໂຍບາຍ ແມ່ນຖືເປັນປັດໄຈສໍາຄັນທີ່ຄວນເອົາໃຈໃສ່ ເພື່ອເປັນອໍານວຍຄວາມສະດວກໃຫ້ແກ່ຜູ້ຂັບຂີ່ ລວມເຖິງການຮັບປະກັນຄວາມປອດໄພຂອງການນໍາໃຊ້ລົດຖີບໃນການສັນຈອນອີກດ້ວຍ ຢ່າງເຊັ່ນ:

1. ສ້າງເລນສໍາລັບການຂີ່ລົດຖີບໂດຍສະເພາະ (Bicycle Lane).ເພື່ອການສ້າງຄວາມປອດໄພ ແລະ ຫຼີກລ່ຽງການລົບກວນຈາກຍານພາຫະນະຊະນິດອື່ນທີ່ມີຄວາມແຕກຕ່າງທາງດ້ານຂະໜາດ ແລະ ຄວາມໄວ. ອີງຕາມມາດຕະຖານເລນລົດຖີບໂດຍທົ່ວໄປແລ້ວ ແມ່ນຕ້ອງມີຄວາມກວ້າງຂະໜາດ 1.5 ແມັດເປັນຢ່າງຕໍ່າ; ບວກກັບການເພີ່ມພື້ນທີ່ສໍາລັບການຈອດລົດຖີບໃຫ້ຫຼາຍຂຶ້ນ ເຊິ່ງອາດຈະຟຣີ ຫຼື ເສຍຄ່າບໍລິການເລັກໜ້ອຍກໍໄດ້.

post-images

2. ປັບປຸງເສັ້ນທາງ ແລະ ຜັງເມືອງໃຫ້ມີຄວາມແທດເໝາະ ແລະ ສະດວກແກ່ຜູ້ນໍາໃຊ້ລົດຖີບ.ໂດຍທົ່ວໄປແລ້ວ, ສະພາບເສັ້ນທາງທີ່ເໝາະສົມກັບການຂີ່ລົດຖີບ ແມ່ນຕ້ອງເປັນຖະໜົນທີ່ມີລັກສະນະເປັນພື້ນລຽບພຽງ; ອີກທັງ ຕ້ອງມີການອອກແບບຜັງເມືອງ ແລະ ເລນທາງລົດຖີບທີ່ສາມາດເຊື່ອມຕໍ່ໄປສູ່ສະຖານທີ່ຕ່າງໆຕັ້ງແຕ່ຈຸດເລີ່ມຕົ້ນ ຈົນເຖິງປາຍທາງໄດ້ຢ່າງປອດໄພ. ສໍາລັບການອອກແບບເສັ້ນທາງໃນຕົວເມືອງ ແມ່ນສາມາດເຂົ້າໄປເບິ່ງສຶກສາ ແລະ ເບິ່ງວິທີການເພີ່ມເຕີມໄດ້ ຈາກບົດຄວາມ (ພາສາອັງກິດ) ຫຼື ຄລິບວິດິໂອໃນນີ້ໄດ້ທີ່: https://thecityfix.com/.../4-ways-to-design-safe-streets.../

post-images

3. ມີກົດລະບຽບການສັນຈອນເຂັ້ມງວດ ແລະ ຮັບປະກັນຄວາມປອດໄພຂອງຜູ້ໃຊ້ລົດຖີບ.ເມື່ອເວົ້າເຖິງກົດຈາລະຈອນໃນຫຼາຍໆປະເທດແມ່ນລ້ວນແຕ່ມີຄວາມແຕກຕ່າງກັນຂອງໃຜລາວ, ໃນການຂີ່ລົດຖີບ ປະເທດອາເຈນຕິນ່າ (Argentina), ອົດສະຕຣາລີ (Australia) ແລະ ນິວຊີແລນ (New Zealand) ໄດ້ມີການບັນຈຸ “ການໃສ່ໝວກກັນກະທົບ” ເຂົ້າໃນລະບຽບການສັນຈອນ. ສ່ວນປະເທດເກົາຫຼີ (South Korea) ກໍໄດ້ມີການຕິດຕັ້ງປ້າຍສັນຍານຕ່າງໆ ເຊັ່ນ: ປ້າຍຫ້າມຈອດ, ປ້າຍຜ່ອນຄວາມໄວ ແລະ ອື່ນໆໃຫ້ການຜູ້ນໍາໃຊ້ຂັບຂີ່ລົດຖີບໂດຍສະເພາະເປັນຕົ້ນ.

post-images

#econewslaos#climatechange#Biking ແຫຼ່ງອ້າງອີງ:

https://www.reidbikes.com/.../the-environmental-impacts.../ https://consumer.org.my/how-government-can-promote-cycling/ https://nacto.org/.../urban-bikeway-design-guide/bike-lanes/ https://en.wikipedia.org/wiki/Bicycle_helmet_laws_by_country

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.