UN ເຕືອນ ສົງຄາມທີ່ຢູເຄຣນ ຖືເປັນໄພຄຸກຄາມຕໍ່ສິ່ງແວດລ້ອມຫາກຫຼາຍໆ ປະເທດມີການນໍາໃຊ້ເຊື້ອໄຟຟອສຊິລເພີ່ມຫຼາຍຂຶ້ນ
UN ເຕືອນ ສົງຄາມທີ່ຢູເຄຣນ ຖືເປັນໄພຄຸກຄາມຕໍ່ສິ່ງແວດລ້ອມຫາກຫຼາຍໆ ປະເທດມີການນໍາໃຊ້ເຊື້ອໄຟຟອສຊິລເພີ່ມຫຼາຍຂຶ້ນ
30 March, 2022
Share now
ສະຖານະການຄວາມບໍ່ສະຫງົບທີ່ກຳລັງເກີດຂຶ້ນທີ່ປະເທດຢູເຄຣນ ໄດ້ກາຍເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ແລະ ອາດສົ່ງຜົນກະທົບໃຫ້ການປະຕິບັດເປົ້າໝາຍຄວບຄຸມການປ່ຽນແປງດິນຟ້າອາກາດຂອງໂລກ (Climate Change) ບໍ່ບັນລຸຕາມຄາດໝາຍ ຫາກບັນດາປະເທດໃນໂລກມີການຕອບໂຕ້ຕໍ່ສົງຄາມ ດ້ວຍການປະຕິເສດການຊົມໃຊ້ນໍ້າມັນ ແລະ ກາສ ຫັນປ່ຽນມານຳໃຊ້ເຊື້ອໄຟຟອສຊິລຫຼາຍຂຶ້ນ.

ອິດທິພົນຂອງສົງຄາມໄດ້ສົ່ງຜົນເຮັດໃຫ້ລາຄາຂອງຖ່ານຫີນ, ນໍ້າມັນເຊື້ອໄຟ ແລະ ກາສໃນຫຼາຍໆປະເທດທົ່ວໂລກມີການເຄື່ອນເໜັງເພີ່ມສູງຂຶ້ນ; ໂດຍສະເພາະໃນປະເທດເອີຣົບ, ໃນໄລຍະທີ່ຜ່ານມາບັນດາປະເທດໃນພາກພື້ນນີ້ມີການນໍາເຂົ້າບັນດາກາສ ແລະ ນໍ້າມັນຈາກປະເທດຣັດເຊຍ ປະມານ 40% ໂດຍສະເລ່ຍ. ແຕ່ໃນປັດຈຸບັນ, ເນື່ອງຈາກຄວາມຕ້ອງການສະແດງຈຸດຢືນຂອງປະເທດຕົນຕໍ່ສົງຄາມ, ບັນດາປະເທດເອີຣົບຈຶ່ງຕັດສິນໃຈຫຼຸດຜ່ອນການນໍາເຂົ້າດັ່ງກ່າວ ແລະ ຫັນປ່ຽນມານໍາໃຊ້ຖ່ານຫີນ ແລະ ກາສທໍາມະຊາດແບບແຫຼວທີ່ຖືກຂຸດຄົ້ນໄດ້ຈາກປະເທດອື່ນທົດແທນເປັນກໍລະນີສຸກເສີນ. ສຳລັບຊັບພະຍາກອນທົດແທນເຫຼົ່ານັ້ນລ້ວນແລ້ວແຕ່ແມ່ນ “ກຸ່ມເຊື້ອໄຟຟອສຊິລ (Fossil Fuel)” ທີ່ເມື່ອຖືກເຜົາໄໝ້ໄປກໍນັບວ່າເປັນຕົວການສໍາຄັນໃນການປ່ອຍກາສກາກໂບນິກ (CO2) ຂຶ້ນສູ່ຊັ້ນບັນຍາກາດຂອງໂລກ. ທ່ານ Antonio Guterres ເລຂາທິການໃຫຍ່ອົງການສະຫະປະຊາຊາດ (UN) ໄດ້ອອກມາກ່າວເຕືອນເຖິງການຊົມໃຊ້ຊັບພະຍາກອນປະເພດດັ່ງກ່າວວ່າ: “ກົນລະຍຸດການທົດແທນເຊື້ອໄຟຟອສຊິລນໍາເຂົ້າຈາກຣັດເຊຍນີ້ ເຖິງແມ່ນຈະເປັນການສິ່ງທີ່ເກີດຂຶ້ນໃນໄລຍະສັ້ນ, ແຕ່ມັນສາມາດສ້າງຜົນກະທົບໃຫ້ມີການເພິ່ງພາເຊື້ອໄຟຟອສຊິລໃນໄລຍະຍາວ ແລະ ພວກເຮົາຄົງຕ້ອງໄດ້ປິດປະຕູໃສ່ ເປົ້າໝາຍການຮັກສາອຸນຫະພູມໂລກໃຫ້ຄົງຢູ່ໃນລະດັບ 1.5 ອົງສາ˚C ໄດ້.” ພ້ອມດຽວກັນນັ້ນ, ທ່ານ Guterres ເພິ່ນຍັງໄດ້ມີການກ່າວຕື່ມອີກວ່າ: “ແທນທີ່ການສ້າງຜົນກະທົບຕໍ່ການຫຼຸດຜ່ອນການປ່ອຍກາສກາກໂບນິກຂອງເສດຖະກິດໂລກ, ມັນເຖິງເວລາແລ້ວທີ່ເຮົາຈະຢຽບຄັນເລັ່ງໃຫ້ແກ່ການສ້າງພະລັງງານໝູນວຽນໃນອະນາຄົດ”. ເຖິງແມ່ນວ່າເຫດການ ການຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟຈາກຣັດເຊຍໃນຄັ້ງນີ້ ໄດ້ຖືກດໍາເນີນການໄປແບບເລັ່ງດ່ວນ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຫຼາຍໆປະເທດໃນຊ່ວງໄລຍະນີ້ກໍຕາມ, ແຕ່ວິກິດການດັ່ງກ່າວຍັງຖືເປັນສັນຍານກະຕຸ້ນໃຫ້ຫຼາຍໆປະເທດຫັນມາໃສ່ໃຈ, ພັດທະນາ ແລະ ເສີມຂະຫຍາຍຂອບເຂດການນໍາໃຊ້ພະລັງງານແບບໝູນວຽນໃຫ້ຫຼາຍຂຶ້ນໃນອະນາຄົດ. ຂໍ້ມູນອ້າງອີງ: https://www.theguardian.com/.../ukraine-war-threatens... https://www.bbc.com/news/science-environment-60815547 https://www.theguardian.com/.../could-ukraine-war-help...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.