ໂອກາດ  50/50 ທີ່ໂລກຈະຮ້ອນຂື້ນຫລາຍກວ່າ 1.5°C ໃນອີກ 5 ປີຂ້າງໜ້າ
ໂອກາດ 50/50 ທີ່ໂລກຈະຮ້ອນຂື້ນຫລາຍກວ່າ 1.5°C ໃນອີກ 5 ປີຂ້າງໜ້າ
17 May, 2022
Share now
ໂລກຂອງເຮົາມີໂອກາດທີ່ຈະເກີດພາວະໂລກຮ້ອນເກີນເກນເພີ່ມຂຶ້ນ, ຕາມການວິເຄາະຂອງນັກວິໄຈ UK Met Office ກ່າວວ່າໃນຕອນນີ້ມີໂອກາດປະມານ 50/50 ທີ່ໂລກຈະຮ້ອນຂຶ້ນຫລາຍກວ່າ 1.5°C ໃນອີກ 5 ປີຂ້າງໜ້າ. ການເພີ່ມຂຶ້ນຂອງອຸນຫະພູມຈະເກີດຂຶ້ນພຽງຊົ່ວຄາວ, ແຕ່ນັກວິໄຈມີຄວາມກັງວົນກ່ຽວກັບຜົນກະທົບໂດຍລວມຂອງອຸນຫະພູມ. ເກືອບເປັນທີ່ແນ່ນອນວ່າ ປີ 2022-2026 ຈະເປັນປີທີ່ຮ້ອນທີ່ສຸດ.

ຂໍ້ມູນອັບເດດຈາກອົງການອຸຕຸນິຍົມໂລກ (WMO) ທີ່ດໍາເນີນການໂດຍ ສະຫະລາດຊະອານາຈັກອັງກິດ Met Office ກ່າວວ່າໂອກາດທີ່ອຸນຫະພູມໂລກຈະເພິ່ມສູງກວ່າ 1.5°C ໃນໜຶ່ງຂອງຫ້າປີຂ້າງໜ້າແມ່ນບໍ່ເຄີຍສູງກວ່ານີ້ມາກ່ອນ. ການສຶກສາຊີ້ໃຫ້ເຫັນວ່າອຸນຫະພູມລະຫວ່າງປີ 2022 ຫາ ປີ 2026 ຈະຢູ່ລະຫວ່າງ 1.1°C ຫາ 1.7°C. ເນື່ອງຈາກລະດັບອາຍກ໊າສໃນຊັ້ນບັນຍາກາດໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນຊ່ວງ 30 ປີທີ່ຜ່ານມາ, ອຸນຫະພູມຂອງໂລກກໍໄດ້ຕອບສະໜອງໂດຍການເພີ່ມຂຶ້ນເທື່ອລະດັບ.

ທຽບໃສ່ໃນຊ່ວງ 7ປີທີ່ຜ່ານມາການເພີ່ມຂຶ້ນຂອງອຸນຫະພູມຢູ່ທີ່ 1°C ໃນຊ່ວງປີ 2016 ແລະ 2020ນັ້ນ ຖືເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດ. ນັກວິທະຍາສາດກ່າວວ່າເມື່ອໂລກຮ້ອນຂຶ້ນພຽງ 1°C ໂລກຕ້ອງປະເຊີນກັບຜົນກະທົບທີ່ຮຸນແຮງເຊັ່ນ: ເຫດການໄຟປ່າທີ່ບໍ່ເຄີຍເກີດຂຶ້ນມາກ່ອນໃນອາເມລິກາເໜືອໃນປີທີ່ຜ່ານມາ ຫຼື ຄື່ນຄວາມຮ້ອນທີ່ຮຸນແຮງກໍາລັງເກີດຂຶ້ນໃນອິນເດຍ ແລະ ປາກີສະຖານ.

​ ນັກວິໄຈ Met Office ຍັງຄາດຄະເນວ່າໃນຊ່ວງໜຶ່ງປີຂອງໄລຍະເວລາດັ່ງກ່າວໂອກາດທີ່ອຸນຫະພູມຈະກາຍລະດັບ 1.5°C ແມ່ນມີເຖິງ 48% ຫຼືຢູ່ໃກ້ກັບລະດັບ 50/50. ເຖິງຢ່າງໃດກໍຕາມໃນງານກອງປະຊຸມສະຫະປະຊາຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ ທີ່ Glasgow ໃນເດືອນພະຈິກຜ່ານມາ ລັດຖະບານໄດ້ໃຫ້ສັນຍາວ່າຈະພະຍາຍາມຮັກສາການເພີ່ມຂຶ້ນຂອງອຸນຫະພູມໃຫ້ຢູ່ໃນເກນ 1.5°C ເພື່ອປ້ອງກັນຜົນກະທົບຈາກພາວະໂລກຮ້ອນທີ່ຈະຕາມມາ.

ແຫຼ່ງທີ່ມາ: https://www.bbc.com/news/science-environment-61383391https://public.wmo.int/.../wmo-update-5050-chance-of...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.