BLUE ECONOMY ເສດຖະກິດສີຟ້າໃຫ້ຄຸນຄ່າແກ່ທ້ອງທະເລ
BLUE ECONOMY ເສດຖະກິດສີຟ້າໃຫ້ຄຸນຄ່າແກ່ທ້ອງທະເລ
01 January, 2022
Share now
ແມ່ນໍ້າລຳເຊ, ທະເລ ແລະ ມະຫາສະໝຸດແມ່ນແຫຼ່ງຊັບພະຍາກອນທີ່ສຳຄັນ ເພາະໄດ້ໃຫ້ນໍ້າ, ໃຫ້ອາຫານ ແລະ ໃຫ້ຊີວິດແກ່ປະຊາກອນໂລກ. ຍິ່ງໄປກວ່ານັ້ນ, ພາກສ່ວນການຄ້າ ແລະ ການຄົມມະນາຄົມໂລກ ກໍຍັງໄດ້ດໍາເນີນຜ່ານທາງນໍ້າກວມເອົາ 80 ສ່ວນຮ້ອຍ (80%).

ແນວໃດກໍຕາມ, ໃນປັດຈຸບັນການດຳເນີນກິດຈະກຳຂອງມະນຸດໄດ້ກາຍເປັນໄພຂົ່ມຂູ່ໃຫ້ແຫຼ່ງຊັບພະຍາກອນຕ່າງໆຊຸດໂຊມ ແລະ ຫຼຸດໜ້ອຍຖອຍລົງ. ເພື່ອເປັນການປ້ອງກັນແຫຼ່ງວັດຖຸດິບ ທາງອາຫານ ແລະ ພະລັງງານ, ແນວຄວາມຄິດເສດຖະກິດສີຟ້າ ຫຼື Blue Economy ຈື່ງໄດ້ລິເລີ່ມຂື້ນໂດຍໄດ້ປະກາດໃຊ້ທຳອິດໃນຊ່ວງປີ 2012.

ເສດຖະກິດສີຟ້າ ແມ່ນການສ້າງຄວາມສົມດຸນລະຫວ່າງຜົນປະໂຫຍດຈາກທະເລ ແລະ ການຟື້ນຟູບຳລຸງຮັກສາລະບົບນິເວດຂອງໂລກໃຕ້ນໍ້າໃຫ້ເກີດຄວາມຍືນຍົງ. ການສ້າງເສດຖະກິດສີຟ້າແມ່ນນະໂຍບາຍການຫັນປ່ຽນການຊົມໃຊ້ແຫຼ່ງຊັບພະຍາກອນຈາກເທິງໜ້າດິນ ມາເປັນການຂັບເຄື່ອນເສດຖະກິດທີ່ນຳໃຊ້ແຫຼ່ງຊັບພະຍາກອນທາງທະເລ. ໂດຍການປັບໃຊ້ນະໂຍບາຍນີ້ຕ້ອງໄດ້ມີການຈັດສັນຂອບເຂດ, ການຄວບຄຸມ ແລະ ແບ່ງສ່ວນໃນການນຳໃຊ້ຊັບພະຍາກອນຢ່າງເປັນປະໂຫຍດສູງສຸດ ເພື່ອຫຼີກລ່ຽງການນຳໃຊ້ແບບຟູມເຟືອຍ ແລະ ສາມາດນຳໃຊ້ໄດ້ໃນໄລຍະຍາວ.

ສຳລັບກິດຈະກຳຂອງເສດຖະກິດສີຟ້ານັ້ນປະກອບມີ: ການເຮັດປະມົງຂອງຊຸມຊົນແບບຍືນຍົງ, ການທ່ອງທ່ຽວທາງທະເລໃນຮູບແບບອະນຸລັກ, ການຂົນສົ່ງທາງນໍ້າທີ່ເປັນມິດຕໍ່ສີ່ງແວດລ້ອມ, ການສ້າງພະລັງງານສະອາດຈາກທະເລ ແລະ ອື່ນໆ.

ພະລັງງານລົມນອກຊາຍຝັ່ງ ເປັນຮູບແບບໜຶ່ງຂອງເສດຖະກິດສີຟ້າ ເຊິ່ງເປັນແຫຼ່ງພະລັງງານທົດແທນ ທີ່ນຳໃຊ້ກັງຫັນລົມເຂົ້າໃນການຜະລິດ ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ຫຼາຍກວ່າ 18 ເທົ່າ ເມື່ອທຽບກັບການຜະລິດພະລັງງານໃນຮູບແບບອື່ນໆ ຍິ່ງໄປກວ່ານັ້ນ, ພະລັງງານລົມຍັງສາມາດຫຼຸດການປ່ອຍກາສຕ່າງໆ ທີ່ສົ່ງຜົນກະທົບຕໍ່ກັບການປ່ຽນແປງດິນຟ້າອາກາດ.

ເຊິ່ງບັນດາກິດຈະກຳເຫຼົ່ານີ້ ລ້ວນແຕ່ສົ່ງຜົນໃຫ້ຄຸນະພາບຊີວິດຂອງປະຊາກອນທີ່ອາໄສຢູູ່ໃນບໍລິເວນຊາຍຂອບແມ່ນໍ້າ ແລະ ທະເລ ມີລະດັບທີ່ດີຂື້ນ; ເນື່ອງຈາກມີການຈ້າງງານທີ່ໝັ້ນຄົງ ແລະ ກິດຈະກຳນັ້ນໆຕ້ອງກະທົບເຖິງລະບົບນິເວດໜ້ອຍທີ່ສຸດ.

ແຫຼ່ງອ້າງອີງ:

https://unric.org/.../blue-economy-oceans-as-the-next.../https://ngthai.com/environment/35301/wind-energy/https://www.facebook.com/100000156385897/posts/5804249709590184/

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.