ປະຊາກອນເຜີ້ງທົ່ວໂລກຫຼຸດລົງເຖິງ 40,7% ນັບຕັ້ງແຕ່ປີ 2019-2020
ປະຊາກອນເຜີ້ງທົ່ວໂລກຫຼຸດລົງເຖິງ 40,7% ນັບຕັ້ງແຕ່ປີ 2019-2020
05 April, 2022
Share now
ມີຫຍັງແນ່ທີ່ສົ່ງຜົນກະທົບຕໍ່ການສູນເສຍຂອງປະຊາກອນເຜິ້ງ?

1. ມົນລະພິດທາງສິ່ງແວດລ້ອມ: ຜົນການວິໄຈຂອງນັກວິທະຍາສາດຈາກອັງກິດ ພົບວ່າ 14-31% ຂອງການປະສົມເກສອນກັບພືດຫຼຸດລົງ ແມ່ນມາຈາກການສໍາຜັດກັບສະພາບແວດລ້ອມທີ່ເປັນພິດ. 2. ການປ່ຽນແປງຂອງສະພາບອາກາດ: ຄວາມບໍ່ຄົງທີ່ຂອງສະພາບອາກາດມີຜົນຕໍ່ສິ່ງມີຊີວິດນ້ອຍໆ ທີ່ອາດບໍ່ສາມາດປັບຕົວກັບອຸນຫະພູມທີ່ເພິ່ມຂຶ້ນ ຫຼື ຫຼຸດລົງຢ່າງບໍ່ຄົງທີ່ໄດ້. 3. ທີ່ຢູ່ອາໄສຖືກຮຸກຮານ: ປັດຈຸບັນ 5-8% ຂອງພື້ນທີ່ກະສິກຳສົ່ງຜົນຕໍ່ສິ່ງມີຊີວິດທີ່ເປັນຕົວແຜ່ກະຈາຍເກສອນມາຈາກການຖາງປ່າເຮັດໄຮ່. 4. ການສີດຢາກໍາຈັດແມງໄມ້: ການສໍາຜັດກັບຢາປາບສັດຕູພືດເຮັດໃຫ້ ຈໍາກັດອາຍຸເຜິ້ງໃຫ້ສັ້ນລົງ, ພູມຕ້ານທານທີ່ຖືກທໍາລາຍ, ຄວາມສາມາດໃນການລ້ຽງສັດຫຼຸດລົງ, ແລະການນໍາທາງບົກຜ່ອງ. 5. ການແຊກແຊງຂອງສັດຕູພືດ ຫຼື ກາຝາກ ແມງໄມ້ ແລະ ແມງວັນໃຊ້ຕົວຂອງແມງໄມ້ອື່ນເປັນບ່ອນວາງໄຂ່ ຫຼັງ​ຈາກໄຂ່ພັກອອກ​ແລ້ວ, ຕົວ​ອ່ອນ​​ກາ​ຝາກ​ຈະ​ອາໄສຕາມຕົວແມ່ກາຝາກ ເຮັດໃຫ້ແມ່ກາຝາກແກ່ໂຕ ແລະ ຕາຍໃນທີ່ສຸດ. ແຫຼ່ງຂໍ້ມູນອ້າງອີງ: - https://ento.psu.edu/.../resourc.../disappearing-pollinatorshttps://www.buzzaboutbees.net/insect-pollination.htmlhttps://ento.psu.edu/.../disappea.../parasatoids-and-cleptos #EconewsLaos #Biodiversity #Bee #Pollinator #ClimateChange

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.