WHO ລາຍງານວ່າ 99% ຂອງປະຊາກອນທົ່ວໂລກກໍລັງຫາຍໃຈເອົາອາກາດປົນເປື້ອນ
WHO ລາຍງານວ່າ 99% ຂອງປະຊາກອນທົ່ວໂລກກໍລັງຫາຍໃຈເອົາອາກາດປົນເປື້ອນ
03 May, 2022
Share now
ບົດລາຍງານຈາກອົງການອະນາໄມໂລກທີ່ເກັບຂໍ້ມູນມາຈາກ 6.000 ເມືອງໃນ 117 ປະເທດທົ່ວໂລກ ແລະພົບວ່າ 99% ຂອງປະຊາກອນໂລກອາໄສຢູ່ໃນພື້ນທີ່ທີ່ມີລະດັບມົນລະພິດທາງອາກາດສູງ ເຊິ່ງມົນລະພິດເຫຼົ່ານີ້ກໍາລັງເຮັດໃຫ້ສຸຂະພາບຂອງທຸກຄົນມີຄວາມສ່ຽງໃນການເປັນພະຍາດເພີ່ມຂຶ້ນ. ຄ່າຝຸ່ນລະອອງຂະນາດນ້ອຍ(PM10,PM2.5) ແລະ ນີໂຕຣແຊນດີອົກຊິດ (NO2) ຝຸ່ນຂະໜາດນ້ອຍເຫຼົ່ານີ້ສາມາດທໍາລາຍລະບົບທາງເດີນຫາຍໃຈໄດ້ຢ່າງຮຸນແຮງ, ເຊິ່ງມັນຈະແຊກຊຶມເຂົ້າໄປໃນປອດແລະເຂົ້າສູ່ກະແສເລືອດ, ໃນຂະນະທີ່ທາດນີໂຕແຊນດີອົກຊິດ ທີ່ເກີດຈາກຄວັນລົດແມ່ນກໍ່ໃຫ້ເກີດພະຍາດທາງເດີນຫາຍໃຈເຊັ່ນ: ພະຍາດຫອບຫືດ, ພະຍາດທາງປອດແລະຜົນຂ້າງຄຽງຕ່າງໆທີ່ຕາມມາເຊັ່ນ: ອາການໄອແລະຫາຍໃຈບໍ່ສະດວກ.

ທາງອົງການອະນາໄມໂລກກໍມີການຄາດຄະເນວ່າ ໃນແຕ່ລະປີຈະມີຄົນເສຍຊີວິດຈາກມົນລະພິດທາງອາກາດສູງເຖິງ 7 ລ້ານຄົນ, ເຊິ່ງແບ່ງອອກເປັນ 4.2 ລ້ານຄົນ ທີ່ເສຍຊີວິດຈາກການຫາຍໃຈເອົາມົນລະພິດທາງອາກາດພາຍນອກອາຄານ ແລະ ອີກຈໍານວນ 3.8 ລ້ານຄົນ ຈະເສຍຊີວິດຈາກຄວັນລົດໄຟໃນຄົວເຮືອນທີ່ເກີດຈາກເຕົາແລະເຊື້ອໄຟທີ່ບໍ່ສະອາດ, ເຊິ່ງໝາຍຄວາມວ່າ ມະນຸດເຮົາຈະມີຄວາມສ່ຽງເປັນໂຣກຫົວໃຈແລະໂຣກຕ່າງໆທີ່ກ່ຽວກັບທາງເດີນຫາຍໃຈຫຼາຍຂຶ້ນ. ອີກຜົນງານວິໄຈຂອງປະເທດໂຮນລັງກໍພົບຂໍ້ມູນທີ່ໜ້າຕົກໃຈກໍຄື ພົບໄມໂຄຣປລາສຕິກທີ່ມີຂະໜາດເສັ້ນຜ່າສູນກາງນ້ອຍກວ່າ 5 ມິນລີແມັດຢູ່ໃນກະແສເລືອດຂອງຄົນທົ່ວໄປ, ເຊິ່ງນັບວ່າເປັນອັນຕະລາຍຕໍ່ລະບົບພູມຄຸ້ມກັນຕ່າງໆໃນຮ່າງກາຍ.

ນອກຈາກນີ້, ຍັງພົບວ່າ ບັນດາເມືອງໃນປະເທດທີ່ມີລາຍໄດ້ຕໍ່າ ແລະ ລາຍໄດ້ປານກາງນ້ອຍກວ່າ 1% ມີຄຸນະພາບອາກາດເປັນໄປຕາມເກນແນະນໍາຂອງ WHO. ໃນຂະນະທີ່ປະເທດທີ່ມີລາຍໄດ້ສູງ 17% ທີ່ມີຄຸນະພາບອາກາດຕໍ່າກວ່າເກນແນະນໍາຂອງ WHO ໃນດ້ານຝຸ່ນລະອອງຂະໜາດນ້ອຍ (PM2.5 ຫຼື PM10). ຈາກການລາຍງານດັ່ງກ່າວ, ໄດ້ສະທ້ອນໃຫ້ເຫັນເຖິງຄວາມກ່ຽວເນື່ອງກັນລະຫວ່າງເສດຖະກິດ ແລະ ສິ່ງແວດລ້ອມ. ຍິ່ງປະເທດດັ່ງກ່າວຫາກມີການຂະຫຍາຍຕົວດ້ານເສດຖະກິດຫຼາຍເທົ່າໃດ ກໍຍິ່ງສົ່ງຜົນກະທົບກໍ່ໃຫ້ເກີດມີມົນລະພິດທາງອາກາດເພີ່ມຂຶ້ນເທົ່ານັ້ນ.

ແຫຼ່ງອ້າງອີງ:https://www.who.int/.../air.../who-air-quality-databasehttps://www.thaipost.net/abroad-news/118011/https://www.thairath.co.th/news/foreign/2360512

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.