ຮ່ວມສະເຫຼີມສະຫຼອງ ວັນດິນບໍລິເວນນໍ້າໂລກ 2 ກຸມພາ World wetlands day
ຮ່ວມສະເຫຼີມສະຫຼອງ ວັນດິນບໍລິເວນນໍ້າໂລກ 2 ກຸມພາ World wetlands day
02 February, 2022
Share now
ຄວາມສໍາຄັນຂອງການລົນນະລົງໃນປີນີ້ແມ່ນດຶງດູດໃຫ້ການລົງທຶນທາງການເງິນ, ມະນຸດ ແລະ ການເມືອງ ເພື່ອຊ່ວຍພື້ນທີ່ດິນບໍລິເວນນໍ້າໂລກບໍ່ໃຫ້ຫາຍໄປ ແລະ ເພື່ອຟື້ນຟູພື້ນທີ່ ທີ່ເສື່ອມໂຊມ. ພິເສດໃນປີ 2022 ນີ້ເປັນປີທໍາອິດທີ່ວັນດິນບໍລິເວນນໍ້າໂລກຈະຖືກກໍາໜົດເປັນວັນສາກົນຂອງອົງການສະຫະປະຊາຊາດ. ເພື່ອເປັນການໃຫ້ຄວາມໝາຍຄວາມສຳຄັນຂອງງານໃນມື້ນີ້ເຮົາມາທໍາຄວາມຮູ້ຈັກກັບຄວາມໝາຍຂອງດິນບໍລິເວນນໍ້າ ແລະ ຂອບເຂດການເຮັດວຽກຂອງສົນທີສັນຍາດິນບໍລິເວນນໍ້າລະດັບນາໆຊາດໄປນໍາກັນ.

ວັນດິນບໍລິເວນນໍ້າແມ່ນຫຍັງ?

ວັນດິນບໍລິເວນນໍ້າໂລກແມ່ນວັນ ທີ່ສະແດງໃຫ້ຄົນທົ່ວໂລກເຫັນເຖິງຄວາມສຳຄັນໃນການອະນຸລັກພື້ນທີ່ດິນບໍລິເວນນໍ້າທີ່ມີຄວາມສໍາຄັນຕໍ່ມະນຸດ ແລະ ໂລກ, ໂດຍສະເຫຼີມສະຫຼອງໃນວັນທີ 2 ກຸມພາຂອງທຸກໆປີ. ເຊິ່ງວັນດິນບໍລິເວນນໍ້າແມ່ນຖືກຮັບຮອງອະນຸສັນຍາວ່າດ້ວຍດິນບໍລິເວນນໍ້າ ຫຼື ສົນທິສັນຍາຣາມຊ່າ ໃນວັນທີ 2 ກຸມພາ 1971 ໃນເມືອງ ແຣມຊາ, ປະເທດ ອິຫຼ່ານ.

ຂອບເຂດສົນທິສັນຍາດິນບໍລິເວນນໍ້າ ຫຼື ສົນທິສັນຍາຣາມຊາມີຄືແນວໃດ?

ເປັນການເນັ້ນການອະນຸລັກ ແລະ ການໃຊ້ປະໂຫຍດຂອງພື້ນທີ່ດິນບໍລິເວນນໍ້າຢ່າງຊານສະຫຼາດໃນທຸກດ້ານ, ຕະຫຼອດເຖິງການອະນຸລັກ ແລະ ຢັບຢັ້ງການສູນຫາຍຂອງດິນບໍລິເວນນໍ້າໃນໂລກ. ພັນທະທີ່ສຳຄັນທີ່ກ່າວເຖິງຄື: “ເປັນການດໍາເນີນງານຮ່ວມມືລະດັບນາໆຊາດເພື່ອກໍ່ໃຫ້ເກີດໃຫ້ເກີດການພັດທະນາທີ່ຍືນຍົງ ໃນທຸກພູມມີພາກທົ່ວໂລກ”

ດິນບໍລິເວນນໍ້າແມ່ນພື້ນທີ່ແບບໃດ?

ດິນບໍລິເວນນໍ້າແມ່ນພື້ນທີ່ບຶງ, ໜອງ, ດິນຕົມ ຫຼື ນໍ້າ ທີ່ເກີດຂຶ້ນເອງຕາມທໍາມະຊາດ ຫຼື ມະນຸດສ້າງຂຶ້ນ. ເຊິ່ງມີນໍ້າຖ້ວມຂັງຊົ່ວຄາວ ຫຼື ຖາວອນ, ເຊິ່ງມີນໍ້ານິ້ງ ຫຼື ນໍ້າໄຫຼ ເປັນນໍ້າຈືດ, ນໍ້າເຄັມ, ນໍ້າກ່ອຍ ລວມທັງພື້ນທີ່ນໍ້າທະເລທີ່ມີຄື້ນຕໍ່າ ທີ່ມີຄວາມເລິກຂອງລະດັບນໍ້າບໍ່ເກີນ 6 ແມັດ.

ດິນບໍລິເວນນໍ້າໃນປະຈຸບັນມີຈັກແຫ່ງໃນທົ່ວໂລກ?

ປະຈຸບັນມີທັງໝົດ 2,435 ແຫ່ງ ໃນ 172 ປະເທດທີ່ຢູ່ໃນສົນທິສັນຍາດິນບໍລິເວນນໍ້າ ແລະ ໃນປະເທດລາວເຮົາກໍມີດິນບໍລິເວນນໍ້າທີ່ຈົດທະບຽນຂຶ້ນບັນຊີໃນສົນທີສັນຍາດິນບໍລິເວນນໍ້າຢູ່ 2 ແຫ່ງເຊັ່ນ: ບຶງເຊຈໍາພອນ, ແຂວງສະຫວັນນະເຂດ ແລະ ບຶງກຽດໂງ້ງ, ແຂວງ ຈໍາປາສັກ.

post-images
post-images

ແຫຼ່ງຂໍ້ມູນຈາກ:

https://www.unep.org/events/un-day/world-wetlands-day-2022https://www.ramsar.org

#Econews#EconewsLaos#WorldWetlandsDay2022

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.