ເສົາຫຼາ ສັດປ່າຫາຍາກທີ່ສຸດໃນໂລກທີ່ຖືກຄົ້ນພົບໃນລາວ ອາດສູນພັນໄປທັງໝົດໃນປີ 2050
ເສົາຫຼາ ສັດປ່າຫາຍາກທີ່ສຸດໃນໂລກທີ່ຖືກຄົ້ນພົບໃນລາວ ອາດສູນພັນໄປທັງໝົດໃນປີ 2050
25 May, 2022
Share now
“ເສົາຫຼາ” (Saola) ສັດລ້ຽງລູກດ້ວຍນໍ້ານົມຂະໜາດໃຫຍ່ທີ່ຖືກຂະໜານນາມວ່າເປັນ “ຢູນິຄອນແຫ່ງອາຊີ” (Asian Unicorn).

ເສົາຫຼາ ເປັນສັດປ່າມີລັກສະນະຄ້າຍຄືກວາງ, ມີເຂົາຍາວ ແລະ ເປັນສັດເຄືອດຽວກັນກັບຈໍາພວກງົວປ່າ, ເຊິ່ງໄດ້ນັກວິທະຍາສາດຖືກຄົ້ນພົບຄັ້ງທໍາອິດໃນປີ 1992 ທີ່ເຂດປ່າສະຫງວນ Vu Quang, ປະເທດຫວຽດນາມ. ເສົາຫຼາໂດຍສ່ວນໃຫຍ່ ແມ່ນຖືກພົບໃນເຂດສາຍພູຫຼວງ ຊາຍແດນລາວ-ຫວຽດນາມ.

​ ໃນປີ 2010, ເສົາຫຼາໄດ້ຖືກຄົ້ນພົບ ແລະ ບັນທຶກພາບໄວ້ໂດຍປະຊາຊົນ ແຂວງບໍລິຄໍາໄຊ ແຕ່ໜ້າເສຍດາຍທີ່ບໍ່ເທົ່າໃດມື້ຕໍ່ມາກໍເສຍຊີວິດລົງ; ຍິ່ງໄປກວ່ານັ້ນ, ຈາກການຢືນຢັນຄັ້ງລ່າສຸດ ແມ່ນເກີດຂຶ້ນຕັ້ງແຕ່ປີ 2013 ທີ່ປະເທດຫວຽດນາມ, ເຊິ່ງນັ້ນເປັນຄັ້ງສຸດທ້າຍທີ່ໄດ້ພົບເຫັນເສົາຫຼາ ແລະ ຈົນມາຮອດປັດຈຸບັນນີ້ ກໍບໍ່ມີໃຜສາມາດພົບເຫັນມັນໄດ້ອີກເລີຍ.

ທາງອົງກອນລະຫວ່າງປະເທດເພື່ອການອະນຸລັກທໍາມະຊາດ (IUCN) ໄດ້ຄາດການວ່າ ຈໍານວນປະຊາກອນເສົາຫຼາທັງໝົດໃນປັດຈຸບັນນີ້ ແມ່ນມີໜ້ອຍກວ່າ 750 ໂຕໃນໂລກ. ໃນທຸກໆ 10 ປີ ສັດຊະນິດນີ້ແມ່ນຈະມີຈໍານວນຫຼຸດລົງເຖິງ 80% ແລະ ຄາດການວ່າຈະສູນພັນໄປທັງໝົດໃນປີ 2050, ເນື່ອງຈາກບໍ່ສາມາດປັບຕົວໄດ້ກັບສະພາບແວດລ້ອມໃນປັດຈຸບັນທີ່ມີພື້ນທີ່ປ່າຫຼຸດລົງ, ການຕົກເປັນເຫຍື່ອກັບດັກທີ່ຖືກວາງໄວ້ທົ່ວທີບໃນປ່າ ເພື່ອລ່າກວາງ ແລະ ໝູປ່າ, ອີກທັງການຖືກລ່າເພື່ອເອົາອະໄວຍະວະພາຍໃນ ແລະ ເຂົາມາເປັນຊັບສິນ ແລະ ຢາພື້ນເມືອງຕາມຄວາມເຊື່ອແບບບູຮານ ແມ່ນລ້ວນແຕ່ເປັນສາເຫດຕົ້ນຕໍທີ່ເຮັດໃຫ້ຈໍານວນເສົາຫຼາຫຼຸດລົງໃກ້ເຖິງຂີດຈໍາກັດ.

ອີງຕາມຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II, ເລກທີ 08/ນຍ ນະຄອງຫຼວງວຽງຈັນ ວັນທີ 25.02.2021, ໃນປັດຈຸບັນ “ເສົາຫຼາ” ໄດ້ກາຍເປັນໜຶ່ງໃນສັດ “ປະເພດຫວງຫ້າມ” (ບັນຊີ I) ຮ່ວມກັບສັດອື່ນໆອີກ 164 ຊະນິດທີ່ ໄດ້ຖືກລະບຸໄວ້ວ່າ ເປັນສັດຊະນິດຫາຍາກ-ໃກ້ສູນພັນ, ມີຄວາມສໍາຄັນເປັນພິເສດໃນການສຶກສາຄົ້ນຄວ້າດ້ານວິທະຍາສາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນດ້ານຊີວະນານາພັນເປັນຕົ້ນ. #Econews#EconewsLaos#Biodiversity#wildlifeconservation

ແຫຼ່ງຂໍ້ມູນ: https://www.wwf.org.la/about/why_important/saola/

https://www.theguardian.com/.../scientists-step-up-hunt...

https://www.youtube.com/watch?v=dsJHaeV7mSA

https://wwfasiapacific.exposure.co/in-search-of-the-saola

https://a-z-animals.com/blog/10-rarest-animals-in-the-world/

https://a-z-animals.com/animals/saola/

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.