ມາຮ່ວມກັນສະເຫຼີມສະຫຼອງວັນສັດປ່າໂລກ
ມາຮ່ວມກັນສະເຫຼີມສະຫຼອງວັນສັດປ່າໂລກ
03 March, 2022
Share now
ສັດປ່າມີຄວາມສໍາຄັນຄືແນວໃດ? ສັດປ່າແມ່ນສິ່ງທີ່ມີຊີວິດທີ່ສ້າງຄວາມອຸດົມສົມບູນ, ຄວາມສວຍສົດງົດງາມໃຫ້ແກ່ທໍາມະຊາດ ແລະ ເຮັດໃຫ້ລະບົບນິເວດມີຄວາມສົມດູນ. ຜູ້ຄົນໃນຫຼາຍແຫ່ງຍັງເພິ່ງພາຊັບພະຍາກອນສັດປ່າ ແລະ ຄວາມຫຼາກຫຼາຍທາງຊີວະພາບເພື່ອຕອບສະໜອງຄວາມຕ້ອງການຕໍ່ມະນຸດເຮົານັບຕັ້ງແຕ່ ອາຫານ, ເຊື້ອເພີງ, ຢາຮັກສາໂລກ, ທີ່ຢູ່ອາໄສ ແລະ ເຊື້ອເພີງ. ແຕ່ໃນປະຈຸບັນນັບວ່າເປັນເລື່ອງທີ່ໜ້າເສົ້າໃຈຫຼາຍທີ່ການລ່າສັດປ່າຍິ່ງນັບມື້ນັບເພີ່ມສູງຂຶ້ນ ເຮັດໃຫ້ຈໍານວນສິ່ງມີຊີວິດນັ້ນຍິ່ງນັບມື້ນັບໜ້ອຍລົງ ແລະ ສ່ຽງຕໍ່ການສູນພັນ.

ອັດຕາການສູນພັນຂອງສັດປ່າໃນປະຈຸບັນ? ຕໍ່ອັດຕາການສູນພັນສັດທີ່ເພີ່ມຂຶ້ນຍັງມີຄວາມສ່ຽງສູງໃນຫຼາຍບັນດາປະເທດ, ທາງອົງການ IUCN ຍັງໄດ້ມີການເປີດເຜີຍຂໍ້ມູນການສູນພັນຂອງສັດ ທີ່ລະບຸວ່າສັດປ່າ ແລະ ພືດປ່າ ຫຼາຍກວ່າ 8,400 ສາຍພັນແມ່ນສ່ຽງຕໍ່ການສູນພັນຫຼາຍທີ່ສຸດ, ໃນຂະນະທີ່ອີກ 30,000 ສາຍພັນຮັບຮູ້ວ່າຢູ່ສະຖານະທີ່ໃກ້ສູນພັນ. ຈາກຂໍ້ມູນການຄໍານວນເຫຼົ່ານີ້ ຍັງອະທິບາຍໄດ້ວ່າມີສັດຫຼາຍລ້ານຊະນິດຖືກຄຸກຄາມດ້ວຍການສູນພັນ.

ການແກ້ໄຂບັນຫາການສູນພັນສັດປ່າຂອງທາງອົງການສາກົນມີຄື? ເພື່ອໃຫ້ພືດ ແລະ ສັດປ່າສາມາດດໍາລົງຊີວິດຢ່າງມີຄຸນຄ່າໃນຜືນປ່າ, ພ້ອງທັງເປັນການຢັບຢັ້ງການລ່າສັດປ່າ ແລະ ເຮັດໃຫ້ການອະນຸລັກຜືນປ່ານັ້ນມີຄວາມຍືນຍົງຍິ່ງຂຶ້ນ. ການປະຊຸມແຫ່ງສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA), ໄດ້ມີການລົງນາມເມື່ອວັນທີ 3 ມີນາ ເປັນວັນລົງນາມອະນຸສັນຍາວ່າດ້ວຍການຄ້າລະຫວ່າງປະເທດດ້ານຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ສູນພັນ (CITES) ໃນປີ 1973 ແລະ ໃຫ້ມີການສະເຫຼີມສະຫຼອງໃນລະດັບສາກົນດ້ານຄວາມສຳຄັນຕໍ່ການອະນຸລັກສັດປ່າໃນວັນທີ 3 ມີນາຂອງທຸກໆປີ.

ການສະເຫຼີມສະຫຼອງລະດັບສາກົນຂອງປີນີ້ແມ່ນຢູ່ໃນດ້ານໃດ? ວັນສັດປ່າໂລກໃນປີ 2022 ແມ່ນຈະເສີມສະຫຼອງພາຍໃຕ້ຫົວຂໍ້ “ ການກູ້ຄືນສາຍພັນທີ່ສຳຄັນເພື່ອການຟື້ນຟູລະບົບນິເວດ”. ການສະເຫຼີມສະຫຼອງຈະສຸມໃສ່ການໃຫ້ຄວາມສຳຄັນຕໍ່ສະຖານະການອະນຸລັກຂອງສັດປ່າ ແລະ ພັນປ່າໄມ້ທີ່ໃກ້ສູນພັນຫຼາຍທີ່ສຸດ, ເພື່ອຂັບເຄື່ອນການປຶກສາຫາລືທາງດ້ານຈິນຕະນາການ ແລະ ດໍາເນີນການແກ້ໄຂບັນຫາເພື່ອການອະນຸລັກ.

ການສະເຫຼີມສະຫຼອງຄັ້ງນີ້ຈະພັດທະນາເປົ້າໝາຍໃດໄດ້ແນ່? ໂດຍການປຶກສາຫາລືໃນປີນີ້ແມ່ນໄດ້ຮັບແຮງບັນດານໃຈ ແລະ ສ້າງຄວາມພະຍາຍາມໃນການບັນລຸເປົ້າໝາຍກັນພັດທະນາທີ່ຍືນຍົງ (SDG) ໃນຫຼາຍເປົ້າໝາຍເຊັ່ນ: 1. ລຶບລ້າງຄວາມທຸກຍາກ, 2. ລຶບລ້າງຄວາມອຶດຫິວ, 12. ສົ່ງເສີມການອຸປະໂພກບໍລິໂພກ ແລະ ການຜະລິດຢ່າງມີຄວາມຮັບຜິດຊອບ, 13. ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ, 14. ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດໃນນໍ້າແບບຍືນຍົງ, 15. ອະນຸລັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດເທິງໜ້າດິນແບບຍືນຍົງ.

ເພື່ອໃຫ້ການສະເຫຼີມສະຫຼອງຂອງມື້ນີ້ມີຄວາມໝາຍຄວາມສຳຄັນ ເຮົາເອງຢາກເຊີນຊວນໃຫ້ບັນດາທ່ານໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານ ດ້ານຄວາມສຳຄັນຂອງສັດປ່າ ແລະ ເປັນສ່ວນໜຶ່ງທີ່ບໍ່ສົ່ງເສີມການບໍລິໂພກສັດປ່າ ເພື່ອເປັນການກະຕຸ້ນໃຫ້ການລ່າສັດປ່ານັ້ນຫຼຸດລົງ. #Econews #EconewsLaos #Biodiversity #wildlifeday ແຫຼ່ງຂໍ້ມູນຈາກ: https://www.worldwildlife.org/initi.../wildlife-conservation https://www.un.org/en/observances/world-wildlife-day https://wildlifeday.org/ 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.