ມົນລະພິດຈາກໄຟໄໝ້ປ່າ ເປັນສາເຫດການເສຍຊີວິດຈາກໂລກຫົວໃຈ ແລະ ພະຍາດລະບົບທາງເດີນຫາຍໃຈ
ມົນລະພິດຈາກໄຟໄໝ້ປ່າ ເປັນສາເຫດການເສຍຊີວິດຈາກໂລກຫົວໃຈ ແລະ ພະຍາດລະບົບທາງເດີນຫາຍໃຈ
17 November, 2021
Share now
ຄວັນຈາກໄຟໄໝ້ປ່ານັ້ນສາມາດສ້າງຝຸ່ນລະອອງຂະໜາດນ້ອຍ PM 2.5 ທີ່ກໍ່ມົນລະພິດອັນຕະລາຍຢ່າງມະຫາສານຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງມະນຸດ, ເພາະມັນສາມາດເຂົ້າສູ່ກະແສເລືອດຜ່ານທາງເຍື່ອຫຸ້ມປອດໄດ້ ແລະ ລ່ອງລອຍໃນອາກາດເປັນເວລາຍາວນານ.

ຄວັນຈາກໄຟປ່າສາມາດແຜ່ກະຈາຍໄດ້ 1,000​ ກິໂລແມັດ ແລະ PM 2.5 ດັ່ງກ່າວແມ່ນມີສານເຄມີທີ່ເປັນອັນຕະລາຍເຈືອປົນຢູ່ເຊັ່ນ: ສານ Polycyclic Aromatic Hydrocarbons (PAH) ແລະ ສານ Aldehydes ທີ່ກໍ່ໃຫ້ເກີດຂະບວນການ Oxidation ແລະ ການອັກເສບທີ່ອັນຕະລາຍໃນຮ່າງກາຍ. ການສຶກສາພົບວ່າ ການຮັບສໍາຜັດກັບມົນລະພິດຈາກໄຟໄໝ້ປ່ານັ້ນ ເຮັດໃຫ້ມີຜູ້ເສຍຊີວິດເກືອບ 33,500 ຄົນຕໍ່ປີ. ຈໍານວນຜູ້ທີ່ເສຍຊີວິດຈາກໂລກຫຼອດເລືອດຫົວໃຈ 7,000​ ຄົນ ແລະ ຈາກພະຍາດລະບົບທາງເດີນຫາຍໃຈ 3,500 ຄົນ.

ນອກນັ້ນ, ຈາກການສຶກສາການເສີຍຊີວິດຈາກທຸກສາເຫດ ຈໍານວນ 65.6 ລ້ານຄົນ ໃນຊ່ວງປີ 2000-2016 ຈາກ 749 ເມືອງ ໃນ 43 ປະເທດທົ່ວໂລກ, ພົບວ່າມີຈໍານວນຜູ້ເສຍຊີວິດ 15.1 ລ້ານຄົນ ແມ່ນເສຍຊີວິດຈາກ ສາເຫດຂອງໂລກຫົວໃຈ ແລະ ໂລກຫຼອດເລືອດ, ຈໍານວນ 6.8 ລ້ານຄົນ ເສຍຊີວິດຈາກ “ສາເຫດຂອງລະບົບທາງເດີນຫາຍໃຈ. ປະເທດທີ່ມີອັດຕາການເສຍຊີວິດຈາກການສໍາຜັດຄວັນໄຟໄໝ້ປ່າ ແລະ ຝຸ່ນ PM 2.5 ສູງທີ່ສຸດ ແມ່ນປະເທດໄທ ຈໍານວນ 2.32%, ປາຣາກວຍ 2.09% ແລະ ແມັກຊີໂກ 1.72%. ຕິດຕາມເວັບໄຊທ໌ຂ່າວຂອງພວກເຮົາໄວໆນີ້. ແຫຼ່ງ

ຂໍ້ມູນຈາກ: https://www.scidev.net/asia-pacific/news/wildfire-pollution-linked-to-fatal-heart-respiratory-illness/?fbclid=IwAR3lI8GRhg_xl652waFEX0mOvnu-ajUyYRVgyPBevZ9u6wrVxBv-3V2UhPQ

#EconewsLaos#COP26#ClimateChange#NetZero

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.