ຮູບແກະສະຫຼັກໝີຂາວ 1,8 ແມັດ ງານສີລະປະທີ່ເປັນຕົວແທນບົ່ງບອກເຖິງຜົນກະທົບຂອງພາວະໂລກຮ້ອນ ແລະ ຊະຕາການເປັນຢູ່ຂອງມັນ
ຮູບແກະສະຫຼັກໝີຂາວ 1,8 ແມັດ ງານສີລະປະທີ່ເປັນຕົວແທນບົ່ງບອກເຖິງຜົນກະທົບຂອງພາວະໂລກຮ້ອນ ແລະ ຊະຕາການເປັນຢູ່ຂອງມັນ
23 January, 2023
Share now
ຮູບແກະສະຫຼັກໝີຂາວຂະຫນາດ 1.8 ແມັດ ທີ່ປະກົດຢູ່ກອງປະຊຸມການປ່ຽນແປງດິນຟ້າອາກາດ, ຈັດໂດຍອົງການສະຫະປະຊາຊາດ COP15 ໄດ້ເຜີຍໃຫ້ເຫັນໂຄງເຫຼັກໃຫຍ່ພ້ອມກັບນໍ້າກ້ອນທີ່ກຳລັງລະລາຍ ເພື່ອສື່ເຖິງ "ພາວະໂລກຮ້ອນ" ທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ທີ່ຢູ່ອາໄສຂອງໝີຂາວ, ເຊິ່ງພວມຕົກຢູ່ໃນຄວາມສ່ຽງຕໍ່ການສູນພັນ.

ງານສິລະປະດັ່ງກ່າວແມ່ນຄິດສ້າງໂດຍ ມາກ ໂຄເຮັດ (Mark Coreth) ແລະ ໄດ້ນໍາໄປວາງສະແດງຢູ່ ເມືອງໂຄເປັນຮາເກັນ ປະເທດເດນມາກ (Denmark) ໃນຊ່ວງເວລາໃກ້ໆກັບໄລຍະທີ່ກໍາລັງຈະມີກອງ COP15 ທີ່ປະເທດການາດາ (Canada) ເປັນເຈົ້າພາບ. #ເປັນຫຍັງຈຶ່ງຕ້ອງແມ່ນໝີຂົ້ວໂລກ? ມາກ, ເຈົ້າຂອງຜົນງານດັ່ງກ່າວໄດ້ເລົ່າວ່າ: ລາວໄດ້ຮັບແຮງບັນດານໃຈມາຈາກການທີ່ລາວໄດ້ພົບເຫັນຄວາມປ່ຽນແປງດ້ວຍຕົນເອງ ຈາກການເດີນທາງໄປເກາະ ບາຟິນ (Baffin Island) ປະເທດການາດາ ໃນຊ່ວງປີ 2007 ແລະ ລາວຄິດວ່າຍັງມີຫຼາຍຄົນຍັງບໍ່ໄດ້ສໍາພັດກັບອາກາດໃນອາກຕິກ ລາວຈຶ່ງຢາກສະເໜີໃຫ້ເຫັນພາບຜ່ານຜົນງານແກະສະຫຼັກໝີນໍ້າດັ່ງກ່າວ. ນອກຈາກນີ້ແລ້ວ, ໝີຂົ້ວໂລກຍັງເປັນສັດຊະນິດໜຶ່ງທີ່ສ່ຽງຕໍ່ການສູນພັນ ຫາກແຫຼ່ງທີ່ຢູ່ອາໄສຂອງມັນທີ່ເປັນຜືນແຜ່ນນໍ້າກ້ອນໄດ້ລະລາຍໝົດໄປ. #ແລ້ວເປັນຫຍັງເຮົາຈຶ່ງຕ້ອງໃສ່ໃຈສະພາບໃນຂົ້ວໂລກໃນປັດຈຸບັນ? ພື້ນທີ່ປົກຫຸ້ມຂອງນໍ້າກ້ອນໃນມະຫາສະຫມຸດອາກຕິກໃນປັດຈຸບັນ ໄດ້ບາງລົງເຖິງ 45% ນັບຕັ້ງແຕ່ຊຸມປີ 1970, ສູນເສຍເຖິງ 70% ຂອງປະລິມານພື້ນທີ່ຫຼາຍກວ່າທີ່ຜ່ານມາ ແລະ ຄາດວ່າຈະລະລາຍໝົດໄປໃນເວລາບໍ່ເຖິງ 30 ປີ. ຜົນກະທົບທາງລົບຕໍ່ຄົນ ແລະ ສັດທີ່ອາໄສຢູ່ໃນອາກຕິກ ອາດຈະມີຫຼາຍກວ່າຜົນດີທີ່ເກີດຈາກການທີ່ອຸນຫະພູມຮ້ອນຂຶ້ນ; ຍ້ອນວ່າການປ່ຽນແປງຂອງດິນຟ້າອາກາດດັ່ງກ່າວນີ້ ພວມຂົ່ມຂູ່ທີ່ຈະທໍາລາຍລະບົບນິເວດ ແລະ ວັດທະນະທໍາທີ່ສືບສ້າງມາເປັນເວລາຫຼາຍພັນປີ. #econewslaos #climatechange ແຫຼ່ງຂໍ້ມູນອ້າງອີງ: https://wwf.panda.org/.../past_events/cop_15/icebearproject/ https://www.facebook.com/1645801842334096/posts/pfbid094qH8FUc8WpiG4dT7VpKnf3TeWexQZHRsZrNWSFW97QJoZqJer6UkfKWdZmd7xnAl/?mibextid=cr9u03

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.