Waste to Energy ການປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານ
Waste to Energy ການປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານ
15 June, 2023
Share now
ຮູ້ຈັກກັບ Waste to Energy ການປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານ ອີກວິທີທາງການຜະລິພະລັງງານໄຟຟ້າໃຫ້ຊົມໃຊ້ໃນຄົວເຮືອນຜ່ານການເຜົາໄໝ້ຂີ້ເຫຍື້ອ

ເມື່ອສະໜາມຂີ້ເຫຍື້ອບໍ່ສາມາດຮອງຮັບປະລິມານຂອງຂີ້ເຫຍື້ອທີ່ເຫຼືອໄດ້ເຮົາຈະເຮັດແນວໃດ?

ອີງຕາມສະຖິຕິຈາກ Environmental Protection Agency ຫຼື EPA ໃນປີ 2018, ປະມານ 146 ລ້ານໂຕນຂອງຂີ້ເຫຍື້ອໃນຂອບເຂດເທດສະບານຢູ່ສະຫະລັດອາເມລິການັ້ນ ໄດ້ຖືກນໍາໄປຖິ້ມຢູ່ສະໜາມຂີ້ເຫຍື້ອ; ເຊິ່ງສ່ວນໃຫຍ່ຈະແມ່ນສິ່ງເສດເຫຼືອປະເພດອາຫານ ກວມເອົາປະມານ 24 ສ່ວນຮ້ອຍຂອງຈໍານວນທັງໝົດ. ສ່ວນປລາສຕິກແມ່ນ ກວມເອົາເຖິງ 18 ສ່ວນຮ້ອຍ, ຂີ້ເຫຍື້ອປະເພດເຈ້ຍ ແລະ ແກັດແມ່ນກວມເອົາປະມານ 12 ສ່ວນຮ້ອຍ, ປະເພດຢາງ, ໜັງ ແລະ ເນື້ອຜ້າ ກວມເອົາປະມານ 11 ສ່ວນຮ້ອຍ ແລະ ອີກ 10 ສ່ວນຮ້ອຍແມ່ນເປັນຂີ້ເຫຍື້ອປະເພດອື່ນໆ.

ກົນໄກຂອງການປ່ຽນວັດຖຸສິ່ງເສດເຫຼືອທີ່ບໍ່ສາມາດຣີໄຊເຄີລໄດ້ໃຫ້ກາຍເປັນພະລັງງານໄຟຟ້ານັ້ນ ແມ່ນຕ້ອງໄດ້ອາໄສຄວາມຮ້ອນທີ່ເຜົາໄໝ້ເສດຂີ້ເຫຍື້ອປະເພດເຈ້ຍ, ປລາສຕິກທີ່ບໍ່ສາມາດລີໄຊເຄີ້ລໄດ້, ແລະ ອື່ນໆ ແລ້ວຜັນປ່ຽນພະລັງງານດັ່ງກ່າວໃຫ້ກາຍເປັນພະລັງງານໄຟຟ້າ. ວິທີນີ້ແມ່ນການສ້າງພະລັງງານສະອາດເພື່ອຫຼຸດຜ່ອນການປ່ອຍອາຍຄາບອນ ທີ່ໄດ້ມາຈາກການເຜົາຜານພະລັງງານແບບວິທີດັ້ງເດີມ ແລະ ເພື່ອຫຼຸດຜ່ອນການຜະລິດ methane ຈາກສະໜາມຂີ້ເຫຍື້ອ. ຄວັນທີ່ເກີດຈາກການເຜົາໄໝ້ຈະຖືກກັ່ນຕອງບໍ່ໃຫ້ປ່ອຍອອກສູ່ອາກາດ ແລະ ສ່ວນຂີ້ເຖົ່າອີກ 10 ສ່ວນຮ້ອຍທີ່ເຫຼືອຈາກການເຜົາໄໝ້ນັ້ນຈະຖືກສົ່ງໄປຖິ້ມລົງສະໜາມຂີ້ເຫຍື້ອ.

ການໝູນໃຊ້ສິ່ງເສດເຫຼືອໄປຜະລິດເປັນພະລັງງານໄຟຟ້ານັ້ນຖືເປັນທາງອອກທີ່ດີຕໍ່ບັນຫາສິ່ງແວດລ້ອມ ຫຼື ບໍ່?

ໜຶ່ງໃນຜົນປະໂຫຍດຂອງການຜັນປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານທົດແທນນັ້ນ ແມ່ນຈະເປັນການຊ່ວຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ເພາະເມື່ອສິ່ງເສດເຫຼືອຊີວະພາບຖືກປະຖິ້ມໄວ້ເພື່ອໃຫ້ຍ່ອຍສະຫຼາຍເອງໃນສະໜາມຂີ້ເຫຍື້ອ, ມັນກໍຈະມີການຜະລິດກາສເມຕານ ເຊິ່ງແມ່ນອາຍກາສເຮືອນແກ້ວທີ່ມີສ່ວນໃນການປ່ຽນແປງຂອງດິນຟ້າອາກາດ. ໂດຍມີຕົວຢ່າງຈາກບັນດາປະເທດທີ່ໄດ້ນໍາໃຊ້ວິທີການນີ້ໃນການຜະລິດພະລັງງານ ພ້ອມກັບແກ້ໄຂບັນຫາສະໜາມຂີ້ເຫຍື້ອເຫຼືອລົ້ນ.

ຕົວຢ່າງຂອງລັດທີ່ນໍາໃຊ້ແຜນໂຄງການດັ່ງກ່າວ ແລະ ດໍາເນີນການໄດ້ສໍາເລັດ

ລັດຮາວາຍ ໄດ້ນໍາໃຊ້ແຜນໂຄງການປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານ ທີ່ເອີ້ນວ່າ ໂຄງການໂຮໂນລູລູ (H-POWER) ຕັ້ງຢູ່ ເກາະ ໂອອາຮູ ລັດຮາວາຍ (Oahu, Hawaii). ໂດຍມີບໍິລິສັດຫຼັກຊື່ວ່າ Covanta ທີ່ມີໂຮງງານທີ່ດໍາເນີນການໂຄງການດັ່ງກ່າວຢູ່ປະມານ 20 ຈຸດໃນສະຫະລັດອາເມລິກາ ແລະ ແຄນນາກາ. ເພື່ອເປັນການຕອບສະຫນອງຄວາມຕ້ອງການໃນການຈັດການສິ່ງເສດເຫຼືອຂອງປະຊາຊົນທີ່ອາໄສຢູ່ເທິງເກາະ ເຖິງ 950,000 ຄົນ ແລະ ນັກທ່ອງທ່ຽວຫົກລ້ານຄົນຕໍ່ປີ ໃນລັກສະນະທີ່ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມທີ່ສຸດ. ໃນປີ 2012, H-POWER ໄດ້ດໍາເນີນການເພີ່ມປະລິມານຂີ້ເຫຍື້ອທີ່ຖືກເຜົາໃຫ້ເປັນ 900 ໂຕນຕໍ່ມື້ເພື່ອເພີ່ມກໍາລັງການຕອບສະຫນອງພະລັງງານໄຟຟ້າໃຫ້ກັບ 10 ສ່ວນຮ້ອຍຂອງເກາະ. ນັບຕັ້ງແຕ່ປີ 2009 ເຖິງ ປັດຈຸບັນ ໂຮໂນລູລູ ໄດ້ຫຼຸດຜ່ອນການປ່ອຍມົນລະພິດ ເຖິງ 50 ສ່ວນຮ້ອຍ ຈາກໂຮງງານ.

ແລ້ວຖ້າມີທາງເລືອກອື່ນເດ, ເຊັ່ນການຫຼຸດຜ່ອນປະລິມານຂີ້ເຫຍື້ອຕໍ່ຄົວເຮືອນລົງ ແມ່ນຈະເປັນທາງອອກທີ່ດີກວ່າບໍ່? ທ່ານຜູ້ອ່ານມີຄວາມຄິດເຫັນແນວໃດ? #econewslaos #wastemanagement #waste #energy

ທີ່ມາ:

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.