ການໃຊ້ໜ້າກາກອະນາໄມພຽງຄັ້ງດຽວ ສົ່ງຜົນກະທົບຫຼາຍກວ່າທີ່ຄິດ
ການໃຊ້ໜ້າກາກອະນາໄມພຽງຄັ້ງດຽວ ສົ່ງຜົນກະທົບຫຼາຍກວ່າທີ່ຄິດ
06 March, 2022
Share now
ນັບຕັ້ງແຕ່ເລີ່ມມີການແຜ່ລະບາດໂຄວິດ-19, ໜ້າກາກອະນາໄມກໍເລີ່ມຖືກນໍາໃຊ້ເປັນຈຳນວນຫຼາຍ ແລະ ເປັນຂໍ້ທີ່ຕ້ອງປະຕິບັດມາຕະຫຼອດເພື່ອຄວາມປອດໄພ, ເຊິ່ງມີໜ້າກາກອະນາໄມປະມານ 129 ຕື້ອັນຖືກນຳໃຊ້ໃນທຸກໆເດືອນ ແລະ 3 ລ້ານອັນຖືກຖິ້ມໃນທຸກໆນາທີ.

ທຸກຄົນຮູ້ຫຼືບໍ່? ໜ້າກາກອະນາໄມທີ່ເຮົານໍາໃຊ້ໃນປັດຈຸບັນນີ້ບາງຄັ້ງບໍ່ໄດ້ຖືກນໍາໄປຈັດການຢ່າງຖືກວິທີ, ມີບາງສ່ວນກະແຈກກະຈາຍຢູ່ຕາມສະຖານທີ່ຕ່າງໆເຊັ່ນ: ຕາມຄອງແມ່ນໍ້າ, ສະຖານທີ່ສາທາລະນະ, ຖະໜົນຫົນທາງ, ແຫຼ່ງທ່ອງທ່ຽວ... ຖ້າຫາກຖິ້ມຢ່າງບໍ່ຖືກວິທີ ມັນກໍກາຍເປັນມົນລະພິດທີ່ສາມາດສົ່ງຜົນກະທົບໂດຍກົງຕໍ່ລະບົບນິເວດ ແລະ ສິ່ງທີ່ມີຊີວິດໄດ້. ເນື່ອງຈາກວ່າໜ້າກາກອະນາໄມທີ່ໃຊ້ພຽງຄັ້ງດຽວ ຜະລິດມາຈາກປລາສຕິກຫຼາຍຊະນິດເຊັ່ນ: ( Polypropylene-PP) ພໍລິໂພພີລິນ, ( Polyethylene-PE) ໂພລີເອທີລິນ ແລະ (Vinyl) ໄວນິລ. ນັ້ນໝາຍຄວາມວ່າໜ້າກາກອະນາໄມເຫຼົ່ານີ້ຕ້ອງໃຊ້ເວລາໃນການຍ່ອຍສະລາຍເຖິງ 450 ປີ ແລະ ບາງຄັ້ງປລາສຕິກກໍຍັງຄົງຢູ່ໃນຮູບແບບຂອງໂມເລກຸນທີ່ນ້ອຍທີ່ສຸດເຊັ່ນດຽວກັນກັບໄມໂຄຣປລາສຕິກທີ່ອາດຈະສົ່ງຜົນກະທົບຕໍ່ກັບວົງຈອນສິ່ງທີ່ມີຊີວິດໄດ້. ພວກເຮົາສາມາດມີສ່ວນຮ່ວມເພື່ອແກ້ໄຂບັນຫານີ້ໄດ້ໂດຍ: 1. ເລືອກໃຊ້ໜ້າກາກອະນາໄມທີ່ກັບມາໃຊ້ຊໍ້າໄດ້, ເພື່ອໃຫ້ເກີດການໝູນໃຊ້ໜ້າກາກອະນາໄມ ແລະ ຫຼຸດຜ່ອນປະລິມານຂີ້ເຫຍື້ອຢ່າງໃຫ້ຫຼຸດລົງ. 2. ຄິດໄຕ່ຕອງຮອບຄອບ ແລະ ຄິດຄັດແຍກກ່ອນຖີ້ມໜ້າກາກອະນາໄມ, ເພາະໜ້າກາກອະນາໄມເປັນຂີ້ເຫຍື້ອປະເພດຕິດເຊື້ອ. ກ່ອນຖິ້ມພວກເຮົາຕ້ອງໄດ້ສັງເກດກ່ອນວ່າຖັງທີ່ທ່ານຈະຖິ້ມລົງເປັນຂີ້ເຫຍື້ອປະເພດໃດ? ອີກຢ່າງກໍຄືກ່ອນຖິ້ມ ສັງເກດເບິ່ງສະຖານທີ່ຖິ້ມເພື່ອໝັ້ນໃຈວ່າຂີ້ເຫຍື້ອຈະຖືກຈັດການຢ່າງຖືກວິທີ. 3. ຕັດສາຍຫ້ອຍໜ້າກາກອະນາໄມອອກກ່ອນຖິ້ມໃຊ້ເວລາພຽງ 2-3 ວິນາທີ. ເພາະເມື່ອຫາກໜ້າກາກອະນາໄມບໍ່ໄດ້ຖືກຈັດການແບບຖືກວິທີ ກໍຈະໄປເກາະພັນຕາມຕົນຕົວຂອງສັດປ່າ ແລະ ສັດນ້ຳ . ຕິດຕາມເວັບໄຊ້ຂອງພວກເຮົາໄດ້ໄວໆນີ້. ແຫຼ່ງຂໍ້ມູນຈາກ: https://www.greenpeace.org/.../plastic-single-use-face.../ https://www.youtube.com/watch?v=d0iUCDyrSgE

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.