ການດັບໄຟ ໃນສະໜາມຂີ້ເຫຍື້ອ ຫຼັກ 8 ນະຄອນຫຼວງພະບາງ ຍັງມີຄວາມທ້າທາຍ.
ການດັບໄຟ ໃນສະໜາມຂີ້ເຫຍື້ອ ຫຼັກ 8 ນະຄອນຫຼວງພະບາງ ຍັງມີຄວາມທ້າທາຍ.
02 March, 2023
Share now
ໃນວັນທີ 13 ກຸມພາ 2023 ທີ່ຜ່ານມາ ໄດ້ເກີດມີໄຟໄໝ້ໃນສະໜາມຂີ້ເຫຍື້ອ ຫຼັກ 8 ນະຄອນຫຼວງພະບາງ ເຊີ່ງຕະຫຼອດຄືນຂອງມື້ດັ່ງກ່າວ ທາງພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າມາຄວບຄຸມສະຖານະການ ແລະ ໄດ້ມີການສືບຕໍ່ສົບທົບກຳລັງສຸມໃສ່ດັບມອດໄຟ ແລະ ສະກັດກັ້ນບໍ່ໃຫ້ເກີດໄຟລຸມລາມ ແລະ ຂະຫຍາຍວົງກວ້າງໃນສະໜາມ.

ເຫດການໄຟໄໝ້ສະໜາມຂີ້ເຫຍື້ອໃນຄັ້ງນີ້ ຄາດວ່າມີສາເຫດມາຈາກການຂາດສະຕິຕື່ນຕົວຂອງບຸກຄົນທີ່ເຂົ້າໄປໄຈ້ແຍກສີ່ງເສດເຫຼືອຈາກຂີ້ເຫຍື້ອ ໂດຍເຮັດໃຫ້ເກີດມັດໄຟໃສ່ຂີ້ເຫຍື້ອທີ່ເປັນອາຍແກ໊ສ. ແນວໃດກໍຕາມ, ການດຳເນີນການດັບມອບໄຟດັ່ງກ່າວຍັງມີ ຄວາມທ້າທ້າຍ ເນື່ອງຈາກຂອບເຂດຂອງບໍລິເວນທີ່ເກີດເຫດມີເນື້ອທີ່ກວ້າງ ແລະ ມີຄວາມເລິກຫລາຍແມັດ ເຊີ່ງ ອ່າງເກັບຂີ້ເຫຍື້ອນັ້ນມີຂີ້ເຫຍື້ອຖືກທັບຖົມ ແລະ ກອງສູງເປັນ 3 ຊັ້ນ ໂດຍອຸປະສັກໃນການດັບໄຟແມ່ນຄາດວ່າໄຟໄດ້ລຸກໄໝ້ຮອດຊັ້ນທຳອິດຂອງອ່າງເກັບຂີ້ເຫຍື້ອ.

ຍິ່ງໄປກວ່ານັ້ນ, ການປະຕິບັດຕົວຈິງຕໍ່ການດັບມອບໄຟໃນສະໜາມ ແມ່ນຍັງດໍາເນີນຢູ່ ແລະ ຍັງປະສົບກັບຄວາມຫຍຸ້ງຍາກ ໂດຍສະເພາະຢ່າງຍິ່ງ ການຂາດງົບປະມານໃນການຈັດຊື້ນ້ຳມັນເຊື້ອໄຟ ແລະ ອຸປະກອນຈຳເປັນເພື່ອສະໜອງ ແລະ ຮັບໃຊ້ໃນການດັບມອດໄຟ. ພ້ອມດຽວກັນນັ້ນ, ບັນດາພາຫະນະ ແລະ ອຸປະກອນກົນຈັກທີ່ຮັບໃຊ້ຢູ່ພາຍໃນສະໜາມຂີ້ເຫຍື້ອຕ້ອງໄດ້ຮັບການບຳລຸງຮັກສາ ແລະ ສ້ອມແປງເປັນປະຈຳ. ໂດຍມາຮອດປັດຈຸບັນ, ສະຖານະການໄຟໄໝ້ດັ່ງກ່າວຍັງຫຼົງເຫຼືອພຽງແຕ່ຄວັນໄຟທີ່ປ່ອຍອອກມາຈາກແຫຼ່ງເກັບຂີ້ເຫຍື້ອ ແລະ ພາກສ່ວນທີ່ຮັບຜິດຊອບໄດ້ມີການຊີດນ້້ຳສະກັດຄວັນຢ່າງຕໍ່ເນື່ອງ ເຊີ່ງໄດ້ຮັບການຮ່ວມຢ່າງດີຈາກທັ້ງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດໃນການຊ່ວຍສະກັດກັ້ນໃນຄັ້ງນີ້. #econewslaos #wastemanagement #pollution #airpollution

ແຫຼ່ງອ້າງອີງ:

https://www.laophattananews.com/archives/154852?fbclid=IwAR1XmLL5aAWULWKkjn89b6YXR11KGJs32zj-AeTVLFS2QW_EmFFqU6I2KlA https://www.facebook.com/targetmagazinelaos/posts/pfbid02QE9m78S3DDcJy8ZjWTNUwXS9SaXCf8oNaQ8oEFdEjuTap5DKnPty7W5EPk1tsCotl

https://www.facebook.com/permalink.php?story_fbid=pfbid02R2ZnoGCFmVP3FkA5MPRVkKh5NKsrpcyrw9QWXggUaBQxwPKBSbKQVWnk1RBeG1zAl&id=100069114146960

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.