ເປັນຫຍັງສວນສາທາລະນະໃນໂຕເມືອງຈຶ່ງສຳຄັນກັບສິ່ງແວດລ້ອມ
ເປັນຫຍັງສວນສາທາລະນະໃນໂຕເມືອງຈຶ່ງສຳຄັນກັບສິ່ງແວດລ້ອມ
20 October, 2023
Share now
ສວນສາທາລະນະໃນໂຕເມືອງເປັນຫຼາຍກວ່າບ່ອນພັກຜ່ອນຢ່ອນໃຈຂອງຄົນທີ່ອາໄສບໍລິເວນໃກ້ຄຽງ ລວມທັງຄົນທີ່ມາທ່ຽວຊົມ. ທັງນີ້, ເນື່ອງຈາກສວນສາທາລະນະໃນໂຕເມືອງແມ່ນເປັນ Green Space ຫຼື ພື້ນທີ່ສີຂຽວ ທີ່ມີໜ້າທີ່ເປັນສ່ວນໜຶ່ງໃນການຄວບຄຸມຄຸນະພາບຂອງສິ່ງແວດລ້ອມໃນໂຕເມືອງ. ດັ່ງນັ້ນແລ້ວ, ນັກວາງແຜນ ແລະ ອອກແບບໂຕເມືອງຈຶ່ງໃຫ້ຄວາມສຳຄັນກັບພື້ນທີ່ສີຂຽວ ກໍຄືສວນສາທາລະນະໃນໂຕເມືອງ ຫຼາຍ.

ຄວາມສໍາຄັນຂອງສວນສາທາລະນະໃນໂຕເມືອງກັບສິ່ງແວດລ້ອມອັນທຳອິດທີ່ມັກຖືກເວົ້າເຖິງແມ່ນໄດ້ແກ່ການທີ່ຕົ້ນໄມ້ ຫຼື ພືດໃນພື້ນທີ່ສີຂຽວນີ້ ສາມາດຫຼຸດມົນລະພິດທາງອາກາດ ແລະ ເຮັດໃຫ້ມີອາກາດທີ່ສະອາດຂຶ້ນກວ່າເກົ່າໂດຍການເຮັດໜ້າທີ່ເປັນປອດຂອງເມືອງ. ຕາມການຄາດຄະເນຂອງ European Environment Agency, ໃນປີ 2020, 96% ຂອງປະຊາຊົນທີ່ອາໄສຢູ່ໃນ EU ໄດ້ປະເຊີນກັບລະດັບມົນລະພິດທາງອາກາດ (PM2.5) ສູງກວ່າເກນແນະນຳຂອງ WHO. ການສ້າງພື້ນທີ່ສີຂຽວໃນໂຕເມືອງທີ່ດີ ຖືເປັນບູລິມະສິດການສ້າງໂຕເມືອງໃຫ້ມີຄວາມຍືນຍົງ.

ນອກຈາກນັ້ນ, ໃນຫຼາຍໆເມືອງໃຫຍ່ທີ່ໃຫ້ຄວາມສຳຄັນກັບຄວາມອຸດົມສົມບູນທາງຊີວະນານາພັນຍັງຕ້ອງຄຳນຶງເຖິງການປູກພືດທ້ອງຖິ່ນຂອງເຂດດັ່ງກ່າວ, ພືດທີ່ເກື້ອໜູນໃຫ້ແກ່ສັດໃນບໍລິເວນນັ້ນເພື່ອເປັນບ່ອນອາໄສ, ຫາອາຫານ ຫຼື ເປັນເສັ້ນການເດີນທາງຂອງພວກເຂົາ.

ພື້ນທີ່ສີຂຽວຍັງປະກອບສ່ວນເຂົ້າໃນຫນ້າທີ່ການຄຸ້ມຄອງນ້ໍາຈາກພາຍຸ, ຫຼຸດຜ່ອນການໄຫຼຂອງນໍ້າເທິງໜ້າດິນ ແລະ ເຮັດໃຫ້ໂຄງສ້າງພື້ນຖານຂອງນ້ໍາ ແລະ ສຸຂາພິບານ ມີຄວາມສະຖຽນ. ຍິ່ງໄປກວ່ານັ້ນ, ການຈັດຕັ້ງປະຕິບັດມາດຕະຖານການວາງແຜນສີຂຽວສາມາດປັບປຸງການກັກຂອງນໍ້າຈາກພາຍຸ ແລະປົກປ້ອງລະບົບນິເວດທີ່ມີຄວາມສໍາຄັນ.

ນອກນີ້, ໃນຫຼາຍແຫ່ງກໍນຳໃຊ້ພືດ ຫຼື ຕົ້ນໄມ້ ໃນການເປັນວັດຖຸກັນສຽງດັງຈາກການຈາລະຈອນ ແລະ ກິດຈະກຳໂຕເມືຶອງຕ່າງໆ ໃຫ້ແກ່ພົນລະເມືອງຜູ້ຢູ່ອາໄສ ໄດ້ອີກດ້ວຍ.

#Econewslaos #urbansustainability 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.