UNDP ແລະ ຄູ່ຮ່ວມງານຈັດກອງປະຊຸມມີສ່ວນຮ່ວມຫຼາຍຝ່າຍກ່ຽວກັບການຜະລິດ ແລະ ການນາໃຊ້ປລາສຕິກທີ່ນໍາໃຊ້ເທື່ອດຽວຢູ່ໃນ ສປປ ລາວ
UNDP ແລະ ຄູ່ຮ່ວມງານຈັດກອງປະຊຸມມີສ່ວນຮ່ວມຫຼາຍຝ່າຍກ່ຽວກັບການຜະລິດ ແລະ ການນາໃຊ້ປລາສຕິກທີ່ນໍາໃຊ້ເທື່ອດຽວຢູ່ໃນ ສປປ ລາວ
14 June, 2022
Share now
ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປລາວ (UNDP) ຮ່ວມກັບ ສະຖາບັນຄົ້ນຄວ້າຊັບພະຍາກອນ ແລະ ສິ່ງແວດລ້ອມແຫ່ງຊາດ (NRERI) ຂອງ ກະຊວງຊັບພະຍາກອນທໍາມະຊາດ (MONRE) ແລະ Green Vientiane ໄດ້ຈັດກອງປະຊຸມ “ຜູ້ມີສ່ວນຮ່ວມໃນການຜະລິດ ແລະ ການນຳໃຊ້ປລາສຕິກ ແບບນຳໃຊ້ໄດ້ພຽງຄັ້ງດຽວ ໃນ ສປປ ລາວ" ໃນວັນທີ 8 ມິຖຸນາ 2022 ທີ່ຜ່ານມາ.

ໃນກອງປະຊຸມຄັ້ງນີ້ ຖືເປັນໂອກາດອັນດີໃນການແລກປ່ຽນຄໍາຄິດເຫັນ ແລະ ສິ່ງທ້າທາຍສຳລັບທຸລະກິດທີ່ຜະລິດ ແລະ ປຸງແຕ່ງຜະລິດຕະພັນປລາສຕິກທີ່ນໍາໃຊ້ພຽງຄັ້ງດຽວ, ໂດຍແນໃສ່ ການສົ່ງເສີມຄວາມຮູ້ຄວາມເຂົ້າໃຈດ້ານຜົນກະທົບຂອງມົນລະພິດປລາສຕິກ ແລະ ໄພຂົ່ມຂູ່ຕໍ່ສຸຂະພາບ ແລະ ສິ່ງແວດລ້ອມຂອງຄົນເຮົາ.

post-images

ເພື່ອເປັນການຢຸດພາວະມົນລະພິດປລາສຕິກທີ່ຮ້າຍແຮງ, ສປປລາວ ກໍເປັນປະເທດໜຶ່ງທີ່ໄດ້ລົງນາມໃນມະຕິ 5/14 ຂອງອົງການສະພາສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEA) ທີ່ເປັນຂໍ້ຕົກລົງສາກົນທີ່ຜູກມັດທາງກົດໝາຍໃນປີ 2024, ເຊິ່ງຈະເປັນສິ່ງສຳຄັນສຳລັບບັນດາວິສາຫະກິດ ແລະ ຜູ້ວາງນະໂຍບາຍໃນການວາງແຜນ ເພື່ອການຫັນປ່ຽນໄປສູ່ການຖອນອອກຈາກມົນລະພິດທີ່ເກີດຈາກປລາສຕິກ.

post-images

ທ່ານນາງ Catherine Phuong ຮອງຜູ້ຕາງໜ້າອົງການ UNDP ຍັງໄດ້ໃຫ້ຄວາມເຫັນຕໍ່ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນນີ້ວ່າ: “ການຮັບມືກັບມົນລະພິດປລາສຕິກບໍ່ແມ່ນທາງເລືອກ ແຕ່ມັນເປັນຄວາມຈໍາເປັນ”

post-images

.

UNDP Lao PDR Green Vientiane MONRE ກຊສ

ແຫຼ່ງທີ່ມາ: https://www.facebook.com/343751645665793/posts/7777827952258088/?sfnsn=mo

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.