ຕູວາລູ ກ່າວຄຳປາໄສ ໃນກອງປະຊຸມ COP27 ເຖິງການວາງແຜນສ້າງໃຫ້ປະເທດກາຍເປັນ Metaverse
ຕູວາລູ ກ່າວຄຳປາໄສ ໃນກອງປະຊຸມ COP27 ເຖິງການວາງແຜນສ້າງໃຫ້ປະເທດກາຍເປັນ Metaverse
24 November, 2022
Share now
ລັດຖະມົນຕີກະຊວງການຕ່າງປະເທດຂອງ ຕູວາລູ (Tuvalu) ກ່າວຄຳປາໄສໃນກອງປະຊຸມ COP27 ເຖິງການວາງແຜນສ້າງປະເທດໃຫ້ກາຍເປັນ Metaverse ກ່ອນທີ່ປະເທດຈະຖືກຈົມລົງນ້ຳທະເລ, ໂດຍມຸ່ງຫວັງໃຫ້ທົ່ວໂລກ ຮັບຮູ້ເຖິງຄວາມສິ້ນຫວັງທີ່ເກີດຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປະເທດຂອງຕົນໃຫ້ກາຍເປັນ "ປະເທດດິຈິຕອລແຫ່ງທຳອິດຂອງໂລກ" ເພື່ອອະນຸລັກວັດທະນະທຳ ແລະ ປະຫວັດສາດໄວ້ໃນພື້ນທີ່ດິຈິຕອລ.

ຕູວາລູ (Tuvalu) ເປັນປະເທດໝູ່ເກາະທີ່ຕັ້ງຢູ່ ມະຫາສະມຸດປາຊີຟິກ, ມີຈຳນວນປະຊາກອນທັງໝົດ 12,000 ຄົນ ເຊິ່ງເປັນປະເທດທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍທີ່ສຸດ. ເນື່ອງຈາກອຸນຫະພູມທີ່ເພີ່ມສູງຂຶ້ນຢ່າງວ່ອງໄວ, ເຮັດໃຫ້ລະດັບນ້ຳທະເລເພີ່ມຂຶ້ນ ອັນສົ່ງຜົນໃຫ້ແກ່ບັນດາປະເທດໝູ່ເກາະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ເຮັດໃຫ້ ຕູວາລູ (Tuvalu) ກາຍເປັນປະເທດສ່ຽງທີ່ຈະຖືກນ້ຳທະເລ ກືນກິນເນື້ອທີ່ໄປຫຼາຍທີ່ສຸດ. ໃນປະຈຸບັນ, ມີພື້ນທີ່ຫຼາຍກວ່າ 40% ຂອງເມືອງຫຼວງ ຕູວາລູ (Tuvalu) ທີ່ໄດ້ຈົມຢູ່ໃຕ້ນໍ້າ ແລະ ຄາດຄະເນວ່າ ເນື້ອທີ່ທັງໝົດຂອງປະເທດ ຈະຖືກຈົມລົງໃຕ້ນ້ຳທະເລພາຍໃນທ້າຍສະຕະວັດນີ້.

ຍ້ອນກັບໄປໃນ ປີ 2021 ທີ່ກອງປະຊຸມ COP26 ທ່ານ Simon Kofe ລັດຖະມົນຕີກະຊວງການຕ່າງປະເທດຂອງ ຕູວາລູ (Tuvalu) ໄດ້ໃຫ້ຄຳປາໄສຜ່ານວີດິໂອ ເຊິ່ງສະແດງໃຫ້ເຫັນເຖິງຄວາມສ່ຽງຂອງປະເທດ ທີ່ຈະຖືກຈົມລົງນ້ຳທະເລ, ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ນຳຈາກທົ່ວໂລກ ຮີບດ່ວນແກ້ໄຂຕໍ່ບັນຫາດັ່ງກ່າວ.

ແຕ່ພາຍຫຼັງສິ້ນສຸດກອງປະຊຸມ ຫຼາຍປະເທດ ກໍບໍ່ໄດ້ມີມາດຕະການໃດໆ ຈຶ່ງເຮັດໃຫ້ທ່ານ Simon Kofe ຈຳເປັນຕ້ອງໄດ້ດຳເນີນການແກ້ໄຂດ້ວຍຕົນເອງ ພ້ອມທັງກ່າວຄຳປາໄສ ໃນກອງປະຊຸມ COP27 ວ່າ: "ແຜ່ນດິນ, ມະຫາສະໝຸດ ແລະ ວັດທະນະທຳຂອງພວກເຮົາ ເປັນຊັບສິນທີ່ມີຄ່າທີ່ສຸດ, ເພື່ອອະນຸລັກ ແລະ ປົກປັກຮັກສາສິ່ງເຫຼົ່ານີ້ໃຫ້ຍັງຄົງຢູ່ ພວກເຮົາຈຶ່ງຈຳເປັນ ຕ້ອງຍ້າຍປະເທດໃຫ້ຢູ່ໃນຮູບແບບ Cloud".

ນອກຈາກນີ້, ທ່ານ Simon Kofe ຍັງໄດ້ກ່າວໃຫ້ຮູ້ອີກວ່າ: "ໃນອະນາຄົດ, ບໍ່ພຽງແຕ່ 'ຕູວາລູ' ເທົ່ານັ້ນທີ່ຈະຫັນປະເທດໃຫ້ກາຍເປັນ Metaverse, ແຕ່ປະເທດອື່ນໆທີ່ເປັນໝູ່ເກາະ ກໍອາດຈະບໍ່ສາມາດຢູ່ລອດໄດ້ເຊັ່ນດຽວກັນ ຫາກຍັງຂາດການຮ່ວມມືໃນລະດັບໂລກ ເພື່ອຊ່ວຍແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ".

ເຊິ່ງວ່າປະເທດແຫ່ງ Metaverse ທີ່ທ່ານ Simon Kofe ໄດ້ກ່າວໄປນັ້ນ, ແມ່ນຈະມີການຮວບຮວມເອົາບັນດາຮູບຖ່າຍ ແລະ ວີດີໂອຕ່າງໆ ເພື່ອນຳໄປຈຳລອງເປັນປະເທດແຫ່ງ ດິຈິຕອລໃຫ້ມີຄວາມສົມຈິງຫຼາຍທີ່ສຸດ, ໂດຍການອອກແບບດັ່ງກ່າວ ແມ່ນຈະຖືກອອກແບບໂດຍ Accenture ເຊິ່ງເປັນບໍລິສັດທີ່ໃຫ້ຄຳປຶກສາດ້ານເຕັກໂນໂລຊີ ແລະ ທຸລະກິດ.

#econewslaos#COP27#Tuvalu#ClimateChange

ແຫຼ່ງອ້າງອີງຂໍ້ມູນ

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.