ເຕືອນປະຊາຊົນ ງົດໃຊ້ນໍ້າ ແລະ ຫາປາກໍລະນີອຸບັດເຫດລົດບັນທຸກສານເຄມີປີ້ນເຮັດໃຫ້ສານພິດຮົ່ວໄຫລລົງສູ່ແມ່ນໍ້າຄານ
ເຕືອນປະຊາຊົນ ງົດໃຊ້ນໍ້າ ແລະ ຫາປາກໍລະນີອຸບັດເຫດລົດບັນທຸກສານເຄມີປີ້ນເຮັດໃຫ້ສານພິດຮົ່ວໄຫລລົງສູ່ແມ່ນໍ້າຄານ
04 April, 2024
Share now
ເຕືອນເຖິງປະຊາຊົນຢູ່ລຽບແມ່ນ້ຳຄານ ກໍລະນີເກີດອຸບັດເຫດ ລົດບັນທຸກສານເຄມີປີ້ນ ເຮັດໃຫ້ສານເຄມີຈຳນວນຫຼາຍໄຫຼລົງສູ່ແມ່ນ້ຳ ໃຫ້ງົດການຫາປາມາບໍລິໂພກເພື່ອຄວາມປອດໄພ.

ກໍລະນີ ລົດບັນທຸກສານເຄມີ ໄດ້ເສຍຫຼັກປີ້ນຄວ້ຳ ໃນວັນທີ 3 ເມສາ 2024 ທີ່ ບ້ານພູຊ້າງຄຳ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ເວລາປະມານ 15:30 ໂມງ. ເຮັດໃຫ້ສານເຄມີຢູ່ໃນຖັງບັນທຸກເກີດຮົ່ວໄຫຼລົງສູ່ແມ່ນ້ຳຄານ ສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດໃນນ້ຳເປັນວົງກວ້າງ ເກີດມີປາຕາຍຟູໜ້ານ້ຳເປັນຈຳນວນຫຼວງຫຼາຍ.

ເຈົ້າໜ້າທີ່ໄດ້ແຈ້ງເຖິງບັນດາປະຊາຊົນຕາມບໍລິເວນທີ່ເກີດເຫດການດັ່ງກ່າວ ບໍ່ໃຫ້ລົງນ້ຳ ຫຼື ເກັບປາທີ່ຕາຍແລ້ວມາກິນເດັດຂາດ ເພາະແມ່ນ້ຳປົນເປື້ອນໄປດ້ວຍສານເຄມີ ແລະ ຂໍໃຫ້ປະຊາຊົນເປັນກະບອກສຽງຊ່ວຍກັນ ເພື່ອຄວາມປອດໄພຂອງທຸກຄົນ. #econewslaos #waterpollution

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.