ທະເລຊາຍ Atacama ເປັນບ່ອນຖີ້ມຂີ້ເຫຍື້ອເຄື່ອງນຸ່ງໃໝ່ໆກວ່າ 100,000 ໂຕນ
ທະເລຊາຍ Atacama ເປັນບ່ອນຖີ້ມຂີ້ເຫຍື້ອເຄື່ອງນຸ່ງໃໝ່ໆກວ່າ 100,000 ໂຕນ
20 April, 2022
Share now
ພາບຈາກ Twitter ຂອງ People Dispatch ເຜີຍໃຫ້ເຫັນຂີ້ເຫຍື້ອເຄື່ອງນຸ່ງໃໝ່ໆທີ່ບາງໂຕຍັງມີປ້າຍລາຄາຕິດຢູ່ ແລະ ຍັງບໍ່ເຄີຍຖືກໃຊ້ ນັບ 100,000 ໂຕນ ຖືກຖິ້ມທີ່ ທະເລຊາຍ Atacama ທີ່ປະເທດ ຊີລີ.

ເຊິ່ງນີ້ກໍເປັນຜົນພວງມາຈາກການຜະລິດອຸສາຫະກໍາເຄື່ອງນຸ່ງແບບເນັ້ນຈໍານວນ ຫຼື Fast Fashion ເຊິ່ງເປັນອຸສາຫະກຳຂະໜາດໃຫຍ່ທີ່ສຸດອັນດັບ 2 ຂອງໂລກຮອງຈາກອຸສາຫະກຳນໍ້າມັນດິບ ແລະ ກວມເອົາ 10% ຂອງການປ່ອຍກາກບອນຂື້ນສູ່່ຊັ້ນບັນຍາກາດ. #EconewsLaos #FastFashion ທີ່ມາ: https://twitter.com/.../status/1478773537758351364/photo/1 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.