ແຜ່ນດິນໄຫວທີ່ແຮງທີ່ສຸດຂອງໄຕ້ຫວັນໃນຮອບເກືອບ "25ປີ" ໄດ້ສ້າງຄວາມເສຍຫາຍຢ່າງໜັກ
ແຜ່ນດິນໄຫວທີ່ແຮງທີ່ສຸດຂອງໄຕ້ຫວັນໃນຮອບເກືອບ "25ປີ" ໄດ້ສ້າງຄວາມເສຍຫາຍຢ່າງໜັກ
04 April, 2024
Share now
ໃນຊ່ວງເຊົ້າ ວັນພຸດ 03 ເມສາ 2024 ທີ່ຜ່ານມາ, ໄຕ້ຫວັນໄດ້ປະສົບກັບແຜ່ນດິນໄຫວທີ່ມີຄວາມຮຸນແຮງໃນລະດັບສູງທີ່ສຸດໃນຮອບ 25 ປີ, ໄດ້ສັ່ນສະເທືອນໄປທົ່ວເກາະ ສ້າງຄວາມເສຍຫາຍໃຫ້ກັບອາຄານຕ່າງໆ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ສົ່ງຜົນໃຫ້ເກີດຄຳເຕືອນ ສຶນາມິໃນປະເທດຍີ່ປຸ່ນ ແລະ ປະເທດຟິລິບປິນ.

ອົງການຕິດຕາມກວດກາແຜ່ນດິນໄຫວຂອງໄຕ້ຫວັນໄດ້ໃຫ້ຄວາມແຮງເປັນ 7.2 ໃນຂະນະທີ່ອົງການສໍາຫຼວດທໍລະນີສາດສະຫະລັດອາເມຣິກາໃຫ້ເປັນ 7.4. ມັນໄດ້ໂຈມຕີປະມານ 18 ກິໂລແມັດ (11.1 ໄມ) ທິດຕາເວັນຕົກສຽງໃຕ້ຂອງ ເມືອງ ຮົວລຽນ ແລະ ເລິກປະມານ 35 ກິໂລແມັດ (21 ໄມ). ເກີດແຜ່ນດິນໄຫວຫຼາຍຄັ້ງຕາມມາ ແລະ USGS ກ່າວວ່າ ແຜ່ນດິນໄຫວທີ່ເກີດຂຶ້ນ ຄັ້ງຕໍ່ມາແມ່ນ 6.5 ຣິກເຕີ ແລະ ເລິກ 11.8 ກິໂລແມັດ. ແຜ່ນດິນໄຫວຕື້ນມີແນວໂນ້ມທີ່ຈະເຮັດໃຫ້ເກີດຄວາມເສຍຫາຍຫຼາຍດ້ານ.

ບັນດາອາຄານຕຶກ 5 ຊັ້ນໃນເມືອງ ຮົວລຽນ ປະກົດວ່າໄດ້ຮັບຄວາມເສຍຫາຍຢ່າງໜັກ, ໄດ້ພັງລົງມາຊັ້ນໜຶ່ງ ແລະ ເຮັດໃຫ້ສ່ວນທີ່ເຫຼືອນອນຢູ່ໃນມຸມ 45 ອົງສາ. ກະເບື້ອງໄດ້ຕົກລົງມາຈາກຕຶກເກົ່າ ແລະ ໃນອາຄານຫ້ອງການໃຫມ່ບາງແຫ່ງ, ໂຮງຮຽນໄດ້ຍົກຍ້າຍນັກຮຽນຂອງພວກເຂົາໄປທີ່ສະຫນາມກິລາ ແລະ ໃຫ້ພວກເຂົາໃສ່ຫມວກກັນກະທົບ. ບາງຄົນຍັງປົກຫຸ້ມດ້ວຍປຶ້ມແບບຮຽນເພື່ອປ້ອງກັນສິ່ງຂອງທີ່ຕົກໃນຂະນະທີ່ເກີດແຜ່ນດິນໄຫວ ແລະ ມີລາຍງານວ່າກະແສໄຟຟ້າດັບໃນຫຼາຍພື້ນທີ່.

ການລາຍງານຈາກເຈົ້າໜ້າໄດ້ກ່າວວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 4 ຄົນ ແລະ ມີຜູ້ບາດເຈັບອີກຫຼາຍສິບຄົນຈາກເຫດການແຜ່ນດິນໄຫວ ແລະ ໜັງສືພິມ United Daily News ທ້ອງຖິ່ນລາຍງານວ່າ ມີນັກຍ່າງປ່າ 3 ຄົນເສຍຊີວິດ ໃນເຫດດິນເຈື່ອນໃນອຸທະຍານແຫ່ງຊາດ ທາໂຣໂກ ໃກ້ກັບຈຸດສູນກາງຂອງແຜ່ນດິນໄຫວນອກຊາຍຝັ່ງ.

ໄພພິບັດທາງທຳມະຊາດໃນຄັ້ງນີ້ ກໍຕ້ອງໄດ້ມີການເຝົ້າລະຫວັງ ແລະ ການຮ່ວມມືກັນຂອງເຈົ້າໜ້າທີ່ເຂົ້າໃຫ້ການຊ່ວຍເຫຼືອ, ໂດຍກົມອຸຕຸນິຍົມວິທະຍາໄຕ້ຫວັນໄດ້ປະກາດເຕືອນໄພ ສຶນາມິ, ພ້ອມເຕືອນໃຫ້ປະຊາຊົນທີ່ອາໄສຢູ່ບໍລິເວນຊາຍຝັ່ງໃຫ້ລະວັງຄື້ນສຶນາມິລະດັບສູງ, ທາງສຳນັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ປະກາດແຈ້ງເຕືອນ ສຶນາມິ ຢູ່ທີ່ເກາພມິຍາໂຄຈິມາ ແລະ ເກາະໂອນິກາວາ ທີ່ຢູ່ທາງພາກໃຕ້ຂອງປະເທດຍີ່ປຸ່ນ ຄາດວ່າຈະມີຄື້ນລະດັບສູງປະມານ 3 ແມັດຊັດເຂົ້າຊາຍຝັ່ງ ແລະ ໃນຄະນະດຽວກັນກໍເຕືອນໃຫ້ປະຊາຊົນເລັ່ງອົບພະຍົບຈາກບໍລິເວນພື້ນທີ່ຊາຍຝັ່ງເກາະໂອນິກາວາ.

ຂໍ້ມູນອ້າງອີງ: https://www.cnbc.com/.../03/taiwan-earthquake-updates.html

#econewslaos #Taiwan #earthquake #NaturalDisaster

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.