ໄອເດຍເສດຖະກິດໝູນວຽນ ປັບປ່ຽນມົນລະພິດກາກບອນເປັນກະໂລປູພື້ນ
ໄອເດຍເສດຖະກິດໝູນວຽນ ປັບປ່ຽນມົນລະພິດກາກບອນເປັນກະໂລປູພື້ນ
19 May, 2022
Share now
ອິນເດຍເປັນປະເທດທີ່ເຮັດອຸດສາຫະກຳການຜະລິດກ້ອນດິນຈີ່ໃຫຍ່ເປັນອັນດັບ 2 ຂອງໂລກ ເຊິ່ງມີສ່ວນສຳຄັນເປັນຢ່າງຍິ່ງຕໍ່ການສ້າງມົນລະພິດໄປສູ່ຊັ້ນບັນຍາກາດ ເຮັດໃຫ້ອິນເດຍຕ້ອງປະເຊີນກັບບັນຫາມົນລະພິດທາງອາກາດເປັນອັນດັບຕົ້ນໆຂອງໂລກ, ເຊິ່ງມີຫຼາຍກວ່າ 21 ຕົວເມືອງທີ່ໄດ້ຮັບຜົນກະທົບຈົນເຮັດໃຫ້ມີປະຊາຊົນເສຍຊີວິດຫຼາຍກວ່າ 1 ລ້ານຄົນຕໍ່ປີ.

ດ້ວຍເຫດນີ້, ນັກສະຖາປະນິກຄົນອິນເດຍຊື່ວ່າ ທ່ານ ເຕຈັສ ຊິດນານ (Tejas Sidnal) ຈຶ່ງໄດ້ຄິດຄົ້ນນະວັດຕະກຳທີ່ຊ່ວຍຫຼຸດຜ່ອນມົນລະພິດທາງອາກາດ. ພ້ອມດຽວກັນນັ້ນ, ກໍຍັງເປັນການເພີ່ມມູນຄ່າໃຫ້ກັບກາກບອນສີດຳ ພາຍໃຕ້ການສ້າງເສດຖະກິດແບບໝູນວຽນ ໂດຍການກໍ່ຕັ້ງໂຄງການ Carbon Craft Design ເພື່ອນໍາກາກບອນຈາກມົນລະພິດມາຜະລິດເປັນກະໂລ.

ການຜະລິດກະໂລກາກບອນນີ້ ເປັນການຮ່ວມມືກັນລະຫວ່າງ Carbon Craft Design ແລະ Graviky Labs ເພື່ອນຳໃຊ້ອຸປະກອນຈາກຫ້ອງທົດລອງດັ່ງກ່າວມານຳໃຊ້ໃນການກັ່ນຕອງເພື່ອດຶງເອົາກາກບອນສີດຳທີ່ສ້າງມົນລະພິດໃນອາກາດເຊັ່ນ: ຝຸ່ນ PM2.5, ຄວັນຈາກທໍ່ລົດ ແລະ ກາກບອນອື່ນໆທີ່ເປັນພິດຈາກຝຸ່ນຄວັນ ແລະ ໂລຫະໜັກ, ຈົນໄດ້ກາກບອນທີ່ບໍລິສຸດ ແລະ ສົ່ງມອບຜົງກາກບອນໃຫ້ກັບ Carbon Craft Design, ເພື່ອນຳໄປປະສົມກັບປູນຊີເມັນ ແລະ ເສດຫີນອ່ອນ ໄປເຮັດເປັນກະໂລ.

​ ທ່ານ ເຕຈັສ ຊິດນານ ໄດ້ກ່າວວ່າ: ການຫຼຸດຜ່ອນກາກບອນສີດຳ ຈະຊ່ວຍຫຼຸດຜ່ອນບັນຫາພາວະໂລກຮ້ອນ ແລະ ຊ່ວຍປັບປຸງຄຸນນະພາບອາກາດໄດ້. ນອກຈາກນີ້, ທາງບໍລິສັດກໍຍັງໄດ້ຕັ້ງເປົ້າໝາຍເພື່ອໃຫ້ກະໂລແຕ່ລະແຜ່ນມີວັດສະດຸທີ່ເຫຼືອໃຊ້ຢ່າງໜ້ອຍ 70% ແລະ ສົ່ງອອກສູ່ຕະຫຼາດໃນລາຄາ 29 ໂດລາຕໍ່ແມັດ. ເຖິງແມ່ນວ່າລາຄາຈະສູງ ເມື່ອທຽບໃສ່ກັບກະໂລເຊລາມິກແບບທົ່ວໄປ, ແຕ່ທາງບໍລິສັດກໍຫວັງຢ່າງຍິ່ງວ່າຈະສາມາດຫຼຸດລາຄາກະໂລໃຫ້ຖືກລົງ ແລະ ຕີຕະຫຼາດໂລກເພື່ອໃຫ້ຄົນທຸກກຸ່ມສາມາດເຂົ້າເຖິງໄດ້.

ແຫຼ່ງຂໍ້ມູນ

https://web.facebook.com/.../a.17572495.../3333791096749314/https://www.youtube.com/watch?v=UTVDpvBwKqohttps://edition.cnn.com/.../carbon-tiles.../index.html...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.