ຄວາມຍືນຍົງຂອງສິ່ງແວດລ້ອມ ສະທ້ອນຜ່ານເສດຖະກິດ ແລະ ທຸລະກິດສີຂຽວ
ຄວາມຍືນຍົງຂອງສິ່ງແວດລ້ອມ ສະທ້ອນຜ່ານເສດຖະກິດ ແລະ ທຸລະກິດສີຂຽວ
06 March, 2022
Share now
ການຂັບເຄື່ອນສັງຄົມໃດໜຶ່ງໃຫ້ຂະຫຍາຍຕົວ ແລະ ກ້າວໜ້າ ແມ່ນອີງໃສ່ຫຼາຍໆປັດໄຈ. ໜຶ່ງໃນປັດໄຈທີ່ສໍາຄັນກໍຄືເສດຖະກິດ.​ ໃນເວລາດຽວກັນ, ການດໍາເນີນທຸລະກິດອາດສົ່ງຜົນກະທົບຕໍ່ກັບສະພາບແວດລ້ອມ ທີ່ພົວພັນເຖິງຄຸນະພາບຊິວິດຂອງຄົນໃນສັງຄົມ. ດັ່ງນັ້ນ, ແນວຄວາມຄິດທາງເສດຖະກິດເປັນຕົ້ນແມ່ນທຸລະກິດສີຂຽວ ຈື່ງຖືກຳເນີດຂື້ນເພື່ອຄຳນຶງເຖິງຄວາມຍືນຍົງຂອງຕົວທຸລະກິດ ແລະ ສະພາບແວດລ້ອມເຊັ່ນດຽວກັນ.

 ທຸລະກິດສີຂຽວ ຫຼຶ ທຸລະກິດເພື່ອຄວາມຍືນຍົງ ແມ່ນຮູບການເສດຖະກິດປະເພດໜຶ່ງທີ່ມີຈຸດປະສົງໃນການສົ່ງເສີມການຫັນປ່ຽນທຸລະກິດທົ່ວໄປ ໃຫ້ມາຄຳນຶງເຖິງສັງຄົມ ແລະ ສະພາບແວດລ້ອມຕາມຫຼັກການຂອງ Triple Bottom Line ຫຼື ສາມບັນທັດຖານ ເຊິ່ງຫຼັກການດັ່ງກ່າວປະກອບດ້ວຍ People, Profit, ແລະ Planet ເຊິ່ງກໍຄືຜູ້ຄົນ, ຜົນກຳໄລ ແລະ ສະພາບແວດລ້ອມ. ສຳລັບ 3 ກົນໄກດັ່ງກ່າວແມ່ນຈະຊ່ວຍເສີມສ້າງຄວາມສົມດຸນທາງທຸລະກິດໃຫ້ເກີດມີຄວາມຍືນຍົງໃນອະນາຄົດ. ຍິ່ງໄປກວ່ານັ້ນ, ທຸລະກິດທີ່ຍືນຍົງຍັງສາມາດຍົກສູງຊິວິດຄວາມເປັນຢູ່ຂອງຜູ້ຄົນໃນສັງຄົມໃຫ້ດີຂື້ນ ແລະ ຫຼຸດຜ່ອນຜົນກະທົບທາງສິ່ງແວດລ້ອມຕໍ່ຊີວິດຂອງມະນຸດ ເປັນຕົ້ນແມ່ນ, ການຫຼຸດຜ່ອນການປ່ອຍມົນລະພິດ, ສິ່ງເສດເຫຼືອ ແລະ ອື່ນໆ ໂດຍຜ່ານຮູບແບບເສດຖະກິດໝູນວຽນ ຫຼື Circular Economy ທີ່ມີການປັບປ່ຽນການຊົມໃຊ້ວັດຖຸດິບທາງທຳມະຊາດໂດຍກົງ ມາປ່ຽນແທນດ້ວຍການນຳໃຊ້ວັດຖຸດິບທີ່ມີຢູ່ ຫຼື ທີ່ໃຊ້ແລ້ວ ເພື່ອໝູນໃຊ້ເຂົ້າໃນການຜະລິດ.  ນອກຈາກນັ້ນ, ແນວຄວາມຄິດລິເລີ່ມເສດຖະກິດສີຂຽວ ຫຼື Green Economy Initiative (GEI) ໄດ້ຖືກເປີດຕົວຂື້ນໂດຍ UN Environment ໃນປີ 2008. ໂດຍແນວຄວາມຄິດດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມໃຫ້ມີນະໂຍບາຍການລົງທຶນ ແລະ ການດຳເນີນທຸລະກິດທີ່ຄຳນຶງເຖິງສິ່ງແວດລ້ອມ. ໃນໄລຍະຕໍ່ມາ, ທາງ UN Environment ກໍໄດ້ມີການພັດທະນາຄວາມໝາຍຂອງ Green Economy ຈົນທ້າຍທີ່ສຸດກໍໄດ້ເປັນ “ເສດຖະກິດທີ່ດໍາເນີນເພື່ອປັບປຸງຄວາມເປັນຢູ່ຂອງມະນຸດ ແລະ ຄວາມເທົ່າທຽມທາງສັງຄົມ. ຄຽງຄູ່ກັນນັ້ນກໍຊ່ວຍຫຼຸດຜ່ອນຄວາມສ່ຽງທາງສິ່ງແວດລ້ອມ ແລະ ຄວາມຂາດເຂີນທາງລະບົບນິເວດໄດ້ເປັນຢ່າງດີ.” ຈາກຈຸດເລີ່ມຕົ້ນຂອງ GEI ຈົນໄດ້ຮັບການພັດທະນາກາຍມາເປັນ Inclusive Green Economy ຫຼື (IGE) ໃນເວລາຕໍ່ມາ. ແນວຄິດ IGE ແມ່ນເນັ້ນການສ້າງເສດຖະກິດທີ່ໃຫ້ຜົນກະທົບຕໍ່ກັບສິ່ງແວດລ້ອມໃນລະດັບຕໍ່າ ແຕ່ກໍປະກອບດ້ວຍຜົນໄດ້ຮັບ ແລະ ປະລິມານການບໍລິໂພກ ໂດຍມີການນຳໃຊ້ຮູບແບບການແບ່ງປັນ, ການໝູນໃຊ້, ການຮ່ວມມື ແລະ ຮູບແບບອື່ນໆ ເຂົ້າໃນການດຳເນີນເສດຖະກິດໃນລັກສະນະດັ່ງກ່າວ. ຂໍ້ມູນອ້າງອີງ: - https://thestandard.co/podcast/thesmehandbook-ep12/https://www.unep.org/.../why.../what-inclusive-green-economyhttps://www.nbs.net/.../from-timas-desk-what-is-business...https://www.imd.org/.../why-all-businesses-should.../

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.