ເລີ່ມແລ້ວ ໂຄງການທົດລອງ (SRW) ຈະມີການແຈກຢາຍຖັງຂີ້ເຫຍື້ອທີ່ສາມາດ Recycle ໄດ້ທັງໝົດ 10 ແຫ່ງ ໃນເຂດຕົວເມືອງ ຈັນທະບູລີ.
ເລີ່ມແລ້ວ ໂຄງການທົດລອງ (SRW) ຈະມີການແຈກຢາຍຖັງຂີ້ເຫຍື້ອທີ່ສາມາດ Recycle ໄດ້ທັງໝົດ 10 ແຫ່ງ ໃນເຂດຕົວເມືອງ ຈັນທະບູລີ.
11 January, 2023
Share now
ທ່ານສາມາດນຳຂີ້ເຫຍື້ອທີ່ສາມາດນຳໄປຜະລິດໃໝ່ໄດ້ ຫຼື ສາມາດ recycle ໄດ້ ໄປໃສ່ໃນຖັງຂີ້ເຫຍື້ອແຍກເວລາທີ່ທ່ານໄປຊື້ເຄື່ອງຢູ່ຮ້ານຈັນຫອມໄດ້ແລ້ວ ແລະ ຈະມີທັງໝົດ 10 ແຫ່ງໃນນະຄອນຫຼວງວຽງຈັນໄວໆນີ້.

ໂຄງການທົດລອງຄັດເລືອກຂີ້ເຫຍື້ອນຳມາໃຊ້ຄືນໄດ້ (SRW) ແມ່ນມີຈຸດປະສົງເພື່ອເພີ່ມອັດຕາການນຳສິ່ງເສດເຫຼືອມາໃຊ້ຄືນໃນຊຸມຊົນ ແລະ ທົດສອບພຶດຕິກໍາຂອງຜູ້ບໍລິໂພກຕໍ່ກັບການແຍກຂີ້ເຫຍື້ອ. ໂຄງການດັ່ງກ່າວນີ້ແມ່ນໄດ້ຖືກຈັດຕັ້ງປະຕິບັດໂດຍ ອົງການສະຫະປະຊາຊາດເພື່ອການພັດທະນາ ຮ່ວມມືກັບ Green Vientiane, ອົງການກາແດງລາວ ແລະ ອົງການກາແດງ ສະວິສ.

post-images

ໃນວັນສຸກ, 6 ມັງກອນທີ່ຜ່ານມາ ທີມງານໂຄງການໄດ້ເຂົ້າໄປມອບຖັງຂີ້ເຫຍື້ອຖັງທຳອິດທີ່ຮ້ານຈັນຫອມ ແລະ ຈັດຕັ້ງການເຝິກອົບຮົມວິທີການນຳໃຊ້ ແລະ ເບິ່ງແຍງຮັກສາກັບທາງພະນັກງານຮ້ານໃນວັນທີ 8 ມັງກອນ.

post-images
post-images
post-images

ທັ້ງນີ້, ໂຄງການດັ່ງກ່າວຈະສົ່ງມອບຖັງຂີ້ເຫຍື້ອແຍກນີ້ໃຫ້ແກ່ອີກ 9 ຮ້ານຂາຍເຄື່ອງທົ່ວນະຄອນຫຼວງວຽງຈັນ. ທ່ານສາມາດຕິດຕາມ Econews Laos ໄດ້ສຳລັບຂໍ້ມູນເພີ່ມຕື່ມ.

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.