ມາຊ່ວຍ"ບົວເງິນ" ຊ້າງທີ່ອາດຈະກຳລັງຖືກຂາຍໃຫ້ເປັນອິດສະຫຼະ
ມາຊ່ວຍ"ບົວເງິນ" ຊ້າງທີ່ອາດຈະກຳລັງຖືກຂາຍໃຫ້ເປັນອິດສະຫຼະ
13 February, 2024
Share now
ຊ້າງອາຊີ ຫຼື Elephas maximus ຖືເປັນຊະນິດຊ້າງທ້ອງຖິ່ນຂອງ ປະເທດລາວ ເຊິ່ງປະຈຸບັນກຳລັງພົບກັບໄພຄຸກຄາມ ແລະ ຄາດວ່າເຫຼືອພຽງ 500 ຫາ 1000 ໂຕເທົ່ານັ້ນ ເຊິ່ງເທົ່າກັບ 1 ສ່ວນ 3 ຂອງຈຳນວນຊ້າງໃນຊ່ວງທົດສະວັດກ່ອນ, ອີງຕາມຂໍ້ມູນຂອງອົງການ WWF.

ບົວເງິນ ຫຼື ບົວ ເປັນຊ້າງທີ່ເກີດຈາກແມ່ຊ້າງທີ່ມີເຈົ້າຂອງຄຸ້ມຄອງຢ່າງຖືກກົດໝາຍ. ຄອບຄົວເຈົ້າຂອງຂອງແມ່(ເສຍຊີວິດແລ້ວ) ແລະ ບົວ ແມ່ນເປັນຄອບຄົວຊາວສວນ ແລະ ນຳໃຊ້ຊ້າງເພື່ອຊ່ວຍວຽກແຮງງານຕ່າງໆ. ທັງນີ້, ບົວ ເອງແມ່ນໃຫຍ່ມາໃນສູນອານຸລັກຊ້າງ ຫຼື Elephant Conservation Center (ECC) ແລະ ກຳລັງເປັນໜຶ່ງໃນຊ້າງຫຼາຍໂຕທີ່ທີ່ທາງສູນແນໃສ່ຢາກກະກຽມເພື່ອປ່ອຍຄືນສູ່ທຳມະຊາດ. ສວນທາງກັບຂ່າວດີນີ້, ຄອບຄົວເຈົ້າຂອງບົວເອງພັດກຳລັງຕ້ອງການເງິນເພື່ອມາຮັບໃຊ້ໃນຄອບຄົວ ແລະ ກຳລັງພິຈາລະນາຂາຍລາວໃຫ້ໃນລາຄາ 80,000 ໂດລາ ສະຫະລັດ.

ທັງນີ້, ຊ້າງ ທີ່ຖືກຂາຍ ພົບວ່າຍັງມີຄວາມສ່ຽງສູງທີ່ຈະຖືກໃຊ້ເຂົ້າໃນຂະບວນການນຳໃຊ້ແຮງງານທີ່ເປັນອັນຕະລາຍຕໍ່ຊ້າງ ເຊັ່ນ ເປັນພາຫະນະຂີ່ເພື່ອຄວາມບັນເທີງໃນການທ່ອງທ່ຽວ ແລະ ກັກຂັງບໍ່ໃຫ້ມີອິດສະຫຼະພາບ. ດັ່ງນັ້ນ, ສູນອານຸລັກຊ້າງ ແລະ Sun Bear Outreach ຈຶ່ງມີໂຄງການ “Save Boua” ຫຼື ຊ່ວຍບົວ ເພື່ອລະດົມທຶນເພື່ອໄຖ່ເອົາໂຕຂອງລາວ ແລະ ຊ່ວຍລາວໃຫ້ເປັນອິດສະຫຼະ.

ທ່ານສາມາດເຂົ້າເບິ່ງຂໍ້ມູນເພີ່ມຕື່ມ ແລະ ຮ່ວມບໍລິຈາກໄດ້ທີ່ ເວັບໄຊທ໌ saveboua.com

#econewslaos #saveboua #wildlifeconservation

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.