ອັດຕາຄົນລວຍ 1% ມີພຶດຕິກຳປ່ອຍກາສກາກບອນທຽບເທົ່າກັບ 66% ຂອງຈຳນວນຄົນທີ່ທຸກຍາກ
ອັດຕາຄົນລວຍ 1% ມີພຶດຕິກຳປ່ອຍກາສກາກບອນທຽບເທົ່າກັບ 66% ຂອງຈຳນວນຄົນທີ່ທຸກຍາກ
11 December, 2023
Share now
ໃນເດືອນພະຈິກທີ່ຜ່ານມານີ້ ທາງອົງການ Oxfam ໄດ້ມີການເປີດເຜີຍບົດລາຍງານກ່ຽວກັບອັດຕາຄວາມເລື່ອມລໍ້າໃນການປ່ອຍກາສກາກບອນ CO2 ລະຫວ່າງຄົນລວຍ ແລະ ຄົນທຸກຍາກ, ໂດຍພາຍໃນເນື້ອຫາໄດ້ມີການກ່າວເຖິງ ການພຶດຕິກຳປ່ອຍກາສມົນລະພິດເກີນຂະໜາດຂອງກຸ່ມຄົນລວຍ 1% ໄດ້ເຮັດໃຫ້ເກີດມີຈໍານວນຜູ້ເສຍຊີວິດເຖິງ 1,3 ລ້ານຄົນເຊິ່ງມີສາເຫດກ່ຽວຂ້ອງກັບພາວະຄວາມຮ້ອນ.

ອີງຕາມບົດລາຍງານປີ 2019 ກຸ່ມຜູ້ຄົນທີ່ມີຖານະລໍ້າລວຍ 1% ນັ້ນ ແມ່ນມີພຶດຕິກຳການປ່ອຍກາສກາກບອນກວມເອົາ 16% ຂອງອັດຕາທັງໝົດທົ່ວໂລກ, ເຊິ່ງອັດຕາດັ່ງກ່າວມີເປີເຊັນທຽບເທົ່າການປ່ອຍກາສຂອງຜູ້ຄົນຈໍານວນ 5.000.000.000 ຄົນ (5ພັນລ້ານຄົນ) ຫຼື 66% ຂອງປະຊາກອນທີ່ມີຖານະທຸກຍາກ. ການປ່ອຍກາສຂອງກຸ່ມຄົນ 1% ນີ້ແມ່ນໄດ້ສ້າງຜົນກະທົບແກ່ສິ່ງແວດລ້ອມ ແລະ ການປ່ຽນແປງສະພາບພູມອາກາດຜ່ານ 3 ຊ່ອງທາງຄື: ຜ່ານການບໍລິໂພກທີ່ຟູມເຟືອຍເກີນຈໍາເປັນຢ່າງເຊັ່ນ ການຄອບຄອງເຮືອບິນສ່ວນຕົວເປັນຕົ້ນ, ຜ່ານການລົງທຶນໃນອຸດສາຫະກຳຂະໜາດທີ່ມີການຜະລິດ ແລະ ປ່ອຍກາສມົນລະພິດຫຼາຍ ແລະ ອັນສຸດທ້າຍແມ່ນ ຜ່ານການມີອໍານາດ, ອິດທິພົນທີ່ບໍ່ເໝາະສົມຕໍ່ເສດຖະກິດ, ສື່ມວນຊົນ ແລະ ການຕັດສິນໃຈທາງການເມືອງເປັນຕົ້ນ.

ກຸ່ມຄົນທີ່ມີສະຖານະລໍ້າລວຍ, ຮັ່ງມີກຳລັງປົ້ນສະດົມ ແລະ ສ້າງມົນລະພິດໃຫ້ແກ່ໂລກຈົນເຖິງພາວະເສື່ອມສະພາບ, ປ່ອຍໃຫ້ຜູ້ຄົນທັງຫຼາຍສໍາລັກຢູ່ໃຕ້ຄວາມຮ້ອນເອົ້າ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ” ທ່ານ Amitabh Behar ກຳມະການບໍລິຫານຊົ່ວຄາວຂອງອົງການ Oxfam ນານາຊາດໄດ້ກ່າວ. ບົດລາຍງານ Climate Equality: A Planet For The 99% ສະບັບເຕັມ ແລະ ສະບັບຫຍໍ້ຂອງອົງການ Oxfam ສາມາດດາວໂຫຼດ ແລະ ເຂົ້າເບິ່ງໄດ້ທີ່: https://policy-practice.oxfam.org/resources/climate-equality-a-planet-for-the-99-621551/?fbclid=IwAR0xQMdTVS4wzG9SdZf3AE1hm7M6tOYK9e6r1eu7jn0pfIlj4Xn01_8I1Rs

ແຫຼ່ງຂໍ້ມູນອ້າງອີງ:

#econewslaos #ClimateChange #globalwarming

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
08 April, 2024
ສາຍພູທີ່ວັງວຽງຫາຍໄປໃສ? ເມືອງແຫ່ງປ່າຂຽວ-ນໍ້າໃສ ກັບທິວທັດທີ່ປ່ຽນໄປໃນຝຸ່ນພິດ
ເຊົ້ານີ້ທີ່ເມືອງວັງວຽງ ກັບຄ່າຄຸນະພາບອາກາດສູງເຖິງ US AQI 161 ຢຽບຂັ້ນອັນຕະລາຍ ມີລະອອງຝຸ່ນ PM2.5 ເປັນປັດໄຈຫຼັກ ຈາກການກະກຽມດິນກະສິກຳຂອງປະຊາຊົນ ແລະ ໄຟຈາກພູຄູນ. ໂຕເລກດັດຊະນີຄຸນະພາບອາກາດດັ່ງກ່າວຍັງສູງກວ່າທີ່ ອົງການອະນາໄມ ໂລກໄດ້ແນະນຳເຖິງ 15 ເທົ່າ ແລະ ຄາດວ່າຈະສູງຈົນກວ່າທ້າຍອາທິດນີ້.
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
05 April, 2024
ກໍລະນີສຶກສາ ແກ້ບັນຫາມົນລະພິດທາງອາກາດດ້ວຍກົດໝາຍ ແລະ ນະໂຍບາຍ
ຕໍ່ກັບບັນຫາທີ່ເປັນອັນພົ້ນເດັ່ນໃນລາວໃນປະຈຸບັນ, ມັນໄດ້ຢັ້ງຢືນບັນຫາທີ່ທົ່ວໂລກຕ່າງຮູ້ຈັກກັນດີວ່າ ມົນລະພິດທາງອາກາດແມ່ນວິກິດການດ້ານສິ່ງແວດລ້ອມທີ່ກົດດັນທີ່ສຸດໃນຍຸກປະຈຸບັນ. ມັນເຮັດໃຫ້ມີ 7 ລ້ານຄົນເສຍຊີວິດກ່ອນໄວອັນຄວນໃນແຕ່ລະປີ ແລະ ປະມານ 9 ໃນ 10 ຄົນໃນທົ່ວໂລກໄດ້ມີການຫາຍໃຈເອົາອາກາດທີ່ບໍ່ສະອາດ ຊຶ່ງເປັນການເພີ່ມຄວາມສ່ຽງຂອງພະຍາດຫືດ, ພະຍາດຫົວໃຈແລະ ມະເຮັງປອດ ອີກດ້ວຍ.