ສິງກະໂປຈະນໍາເຂົ້າພະລັງງານສະອາດຈາກລາວ
ສິງກະໂປຈະນໍາເຂົ້າພະລັງງານສະອາດຈາກລາວ
24 June, 2022
Share now
ສິງກະໂປເປັນປະເທດທີ່ພັດທະນາຫຼາຍທີ່ສຸດໃນອາຊຽນ (ASEAN) ແລະ ຍັງເປັນປະເທດທີ່ຕິດອັນດັບລໍ່າລວຍທີ່ສຸດໃນໂລກ. ເຖິງຈະມີຄວາມເປັນເມືອງໃຫຍ່ ແລະ ນຳໃຊ້ພະລັງງານຫຼາຍ, ປະເທດສິງກະໂປພັດເປັນປະເທດທີ່ເນັ້ນໜັກໃສ່ການພັດທະນາສີຂຽວ ແລະ ການປົກປັກຮັກສາສິ່ງແວດລ້ອມ. ຢ່າງໃດກໍຕາມ, ໃນປະຈຸບັນ ການນຳໃຊ້ໄຟຟ້າຂອງປະເທດດັ່ງກ່າວ 95% ກໍຍັງແມ່ນຈາກການເຜົາໄໝ້ກາສທໍາມະຊາດ ເຊັ່ນນຳ້ມັນດິບ. ການນຳໃຊ້ພະລັງງານນີ້ແມ່ນກວມເອົາເຖິງ 40% ຂອງການປ່ອຍກາສກາກບອນໄດອັອກໄຊ (CO2) ຂອງປະເທດດັ່ງກ່າວເຊິ່ງເປັນສິ່ງທີ່ສົ່ງຜົນກະທົບຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເຮັດໃຫ້ເປົ້າໝາຍກາກບອນເປັນ 0 ຂອງປະເທດດັ່ງກ່າວພົບຄວາມຫຍຸ້ງຍາກ.

ທັງນີ້, ວັນພະຫັດທີ 23 ມິຖຸນາ ນີ້ ໄດ້ເລີ່ມແຜນການນຳເຂົ້າພະລັງງານສະອາດຈາກປະເທດລາວຜ່ານທາງປະເທດໄທ ແລະ ມາເລເຊຍ, ເຊິ່ງກໍເປັນຂີດໝາຍສຳຄັນຂອງສິງກະໂປໃນດ້ານການຄ້າພະລັງງານລະຫວ່າງປະເທດການພູມີພາກ ASEAN. ພະລັງງານສູງເຖິງ 100 ເມກາວັດ (MW) ຈະຖືກນໍາເຂົ້າສິງກະໂປຜ່ານທາງເສັ້ນທາງນຳສົ່ງຂອງ ລາວ-ໄທ-ມາເລເຊຍ ທີ່ມີຢູ່ແລ້ວ.

ປອ. ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວເນື່ອງໃນໂອກາດການຮ່ວມມືຄັ້ງນີ້ວ່າ “ໂອກາດຄັ້ງນີ້ຈະຕອບໂຈດພະລັງງານສະອາດ-ກາກບອນຕໍ່າ ໃນພາກພື້ນນີ້ ແລະ ຈະສ້າງປະໂຫຍດໃຫ້ແກ່ການພັດທະນາເສດຖະກິດ ແລະ ປັບປຸງຄວາມບໍ່ສະຖຽນ ແລະ ຄວາມຍືນຍົງຂອງພະລັງງານ”.

ນອກຈາກນີ້, ສິງກະໂປແມ່ນມີຂໍ້ຈຳກັດໃນການຜະລິດພະລັງງານສະອາດເນື່ອງຈາກພື້ນທີ່ທີ່ຈຳກັດ ທີ່ເຮັດໃຫ້ບໍ່ສາມາດສ້າງກັງຫັນລົມ ແລະ ແຜງພະລັງງານແສງອາທິດໄດ້.

#econewslaos #Renewableenergy ແຫຼ່ງອ້າງອີງ:

https://www.straitstimes.com/.../singapore-begins... https://www.upstreamonline.com/.../significan.../2-1-1244912

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.