ສຶກສາການຕັ້ງຈຸດ Refill Station  ທີ່ໃຫ້ຜູ້ໃຊ້ຖືບັນຈຸພັນເກົ່າມາໃສ່ສິນຄ້າ
ສຶກສາການຕັ້ງຈຸດ Refill Station ທີ່ໃຫ້ຜູ້ໃຊ້ຖືບັນຈຸພັນເກົ່າມາໃສ່ສິນຄ້າ
03 June, 2022
Share now
ການຕັ້ງຈຸດ Refill Station ຫຼື ຈຸດຕື່ມ ເປັນແຜນງານທີ່ໄດ້ມີການສຶກສາຮຽນຮູ້ ແລະ ທົດລອງການປັບປ່ຽນພຶດຕິກຳຈາກການຊື້ຜະລິດຕະພັນພາຍໃນບ້ານທີ່ເປັນບັນຈຸພັນສຳເລັດຮູບເປັນການສົ່ງເສີມໃຫ້ຜູ້ບໍລິໂພກນໍາໃຊ້ບັນຈຸພັນຂອງຕົນມາເຕີມ ເພື່ອເປັນການປະຢັດ ແລະ ຫຼຸດຜ່ອນຂີ້ເຫຍື້ອປລາສຕິກອີກດ້ວຍ. ໂຄງການດັ່ງກ່າວໄດ້ຖືກຈັດຕັ້ງຂື້ນໂດຍ UNDP ໃນປີ 2019 ເຊິ່ງລິເລີ່ມຕັ້ງຈຸດຢູ່ ມະຫາວິທະຍາໄລແຫ່ງຊາດ ແລະ ສູນການຄ້າທີ່ສຳຄັນໃຈກາງນະຄອນຫຼວງວຽງຈັນ.

ສຳລັບຜະລິດຕະພັນໃນ Refill Station ແມ່ນປະເພດຮັກສາສຸຂະພາບ ແລະ ອະນາໄມຄົວເຮືອນອັນໄດ້ແກ່: ຢາສະຫົວ, ຢານວດຜົມ, ສະບູແຫຼວອາບນໍ້າ, ໂລຊັ່ນບຳລຸງຜິວ, ນໍ້າຢາລ້າງຈານ, ແຟັບຊັກເຄື່ອງ ແລະ ນໍ້າຢາປັບຜ້ານຸ້ມ ໂດຍຜະລິດຕະພັນດັ່ງກ່າວແມ່ນຂອງ Unilever ທີ່ຫາຊື້ໄດ້ງ່າຍໃນທ້ອງຕະຫຼາດ.

​ໃນສ່ວນຂອງຖົງ ຫຼຶ ຊອງບັນຈຸພັນສິນຄ້າ ແມ່ນເຫັນໄດ້ວ່າຕົ້ນທຶນຂອງບັນຈຸພັນມີລາຄາຖືກ ແລະ ຍັງໃຫ້ຄວາມສະດວກສະບາຍແກ່ຜູ້ບໍລິໂພກໃນການຊົມໃຊ້. ແນວໃດກໍຕາມ, ເມື່ອສົມທຽບກັບການນຳໃຊ້ບັນຈຸພັນສ່ວນຕົວໄປຊື້ ຫຼື ເຕີມສິນຄ້າດັ່ງກ່າວ ແມ່ນປະຫຍັດຫຼາຍກວ່າ ເຊີ່ງໃນການຕັ້ງຈຸດ Refill Station ນັ້ນສາມາດຫຼຸດຜ່ອນຄ່າໃຊ້ຈ່າຍສ່ວນຕ່າງທີ່ເປັນບັນຈຸພັນ. ຕົວຢ່າງ: ຢາສະຜົມ, ໂດຍທົ່ວໄປແລ້ວ, ລາຄາຂາຍປີກຍ່ອຍຂອງຢາສະຜົມ ແມ່ນ 100 ກີບຕໍ່ 1 ml ແລະ ຊອງຢາສະຜົມໜື່ງຊອງມີ 5 ml. ສະນັ້ນ, ຢາສະຜົມ 1 ຊອງແມ່ນມີ 5 ml, ທຽບເປັນມູນຄ່າ ແມ່ນ 500 ກີບຕໍ່ຊອງ. ກົງກັນຂ້າມ, ໃນຈຸດຕື່ມສິນຄ້ານັ້ນ 1 mL ເພິ່ນຂາຍໃນລາຄາ 40​ ກີບ ເຊິ່ງປະຫຍັດເຖິງ 60 ກີບ

ນອກຈາກນີ້, ປລາສຕິກບັນຈຸພັນທີ່ເຮົາຊົມໃຊ້ສິນຄ້າ​ປັດຈຸບັນ ລ້ວນ​ແຕ່​ເປັນບັນຈຸ​ພັນ​ທີ່​ນຳ​ໃຊ້​ແລ້ວ​ຖີ້​ມ​ໃນ​ເທື່ອ​ດຽວ (Single-used Plastic) ​ເຊິ່ງ​ເປັນ​ການ​ສ້າງ​ຂີ້​ເຫຍື້ອ​ທີ່​ຍ່ອຍ​ສະຫຼາຍ​ຍາກ ໃນຈຳນວນທີ່ເພີ່ມ​ຂື້ນ. ດັ່ງ​ນັ້ນ, ການ​ມີ​ຈຸດ​ຕື່ມ ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກຄື​ດັ່ງ​ກໍລະນີ​ສຶກສາ​ນີ້ ສາມາດ​ຫຼຸດຜ່ອນ​ຂີ້​ເຫຍື້ອ​​​ໄດ້​ຫຼາຍ ເຊິ່ງ​ສະທ້ອນ​ໃຫ້​ເຫັນ​ຈາກ​ ຢາສະຜົມ​ທີ່​ສົມ​ທຽບ​ວ່າ 1 ຊອງ ມີ 5 mL ແລະ ບັນຈຸພັນປລາສຕິກຂອງຢາສະຜົມຂະໜາດໃຫຍ່ນັ້ນມີປະລິມານຢູ່ 450 mL ໝາຍຄວາມວ່າ 1 ຂວດ ຈະທຽບເທົ່າກັບ 90 ຊອງ. ຈາກການປຽບທຽບດັ່ງກ່າວ, ຫາກມີການຊົມໃຊ້ ສິນຄ້າທີ່ເປັນຊອງປລາສຕິກທຸກຄົວເຮືອນເປັນປະຈຳ ຈະເປັນການສ້າງຂີ້ເຫຍື້ອປລາສຕິກທີ່ທະວີຄູນຂື້ນ ເນື່ອງຈາກສິນຄ້າປະເພດນີ້ມີຂະໜາດກະທັດຮັດ, ລາຄາຍ່ອມເຍົາ ແລະ ເຂົ້າເຖິງທຸກຄົວເຮືອນ ເຮັດໃຫ້ກາຍເປັນທີ່ນິຍົມ ແລະ ຍັງສ້າງຂີ້ເຫຍືື້ອ. ສະນັ້ນ, Refill Station ແມ່ນອີກທາງເລືອກໜື່ງທີ່ເປັນການ​ຊ່ວຍ​ໃຫ້​ທາງ​ຜູ້​ຜະລິດ ມີ​ຕົ້ນ​ທືນ​ໃນ​ການ​ຜະລິດ​ຕໍ່າ ​ແລະ ຜູ້​ບໍລິ​ໂພ​ກສາມາດ​ຊື້​ໄດ້ໃນ​ລາຄາ​ຖືກ​ລົງ. ​ຍິ່ງໄປກວ່ານັ້ນ, ບັນດາຂີ້ເຫຍື້ອປລາສຕິກມີແນວໂນ້ມທີ່ຈະຫຼຸດໜ້ອຍຖອຍລົງ ເນື່ອງຈາກຜູ້ບໍລິໂພກມີການນຳໃຊ້ປລາສຕິກແບບ Recycle ແທນການນຳໃຊ້ຄັ້ງດຽວແລ້ວຖີ້ມ.

ແຫຼ່ງອ້າງອີງ:

https://www.la.undp.org/.../single-use-plastic-sachets...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.