Global recycling day 18 March 2022
Global recycling day 18 March 2022
18 June, 2022
Share now
ຮູ້ຫຼືບໍ່ວ່າປລາສຕິກທີ່ທ່ານໃຊ້ໃນເວລາອັນແສນສັ້ນ, ເມື່ອຖິ້ມໄປນັ້ນມີໄລຍະເວລາຢູ່ໄດ້ເຖິງຫຼາຍລ້ານປີ ແລະ ບໍ່ໄດ້ຖືກນໍາໄປກໍາຈັດຢ່າງຖືກວິທີທັງໝົດ. ຕາມບົດລາຍງານຂອງ UNEP ໃນປີ 2018 ໄດ້ເຜີຍວ່າ ມີຂີ້ເຫຍື້ອປລາສຕິກຈໍານວນ 7 ພັນລ້ານໂຕນກະຈາຍຢູ່ທົ່ວໂລກ, ແຕ່ມີບໍ່ເຖິງ 10% ຂອງສິ່ງເສດເຫຼືອທີ່ຖືກນໍາໄປຜະລິດຄືນໃຫມ່. ຫາກຂີ້ເຫຍື້ອປລາສຕິກເຫຼົ່ານີ້ຖືກນໍາໄປຜະລິດຄືນໃຫມ່ຈະເປັນການປົກປັກຮັກສາສິ່ງແວດລ້ອມ ແລະ ສົ່ງເສີມເສດຖະກິດໝູນວຽນຢ່າງມີປະສິດທິພາບ, ເພາະໃນຂະບວນການຜະລິດຄືນໃຫມ່ຈະຊ່ວຍຫຼດການປ່ອຍທາດກາກບອນດີອົກຊິດໄດ້ສູງເຖິງ 700 ລ້ານໂຕນ ແລະ ຄາດວ່າຈະຊ່ວຍຫຼຸດໄດ້ເພີ່ມເຖິງ 1 ພັນລ້ານໂຕນພາຍໃນປີ 2030.

ວັນຣີໄຊໂຄໂລກຖືເປັນມື້ປຸກລະດົມວຽກງານທາງສິ່ງແວດລ້ອມທີ່ສຳຄັນ, ຖືກສ້າງຕັ້ງໃນປີ 2018 ທີ່ດໍາເນີນງານໂດຍມູນລະນິທິຣີໄຊໂຄໂລກ ໂດຍມີການສະເຫຼີມສະຫຼອງໃນວັນທີ 18 ມີນາ ຂອງທຸກໆປີ; ເປັນມື້ທີ່ເພີ່ມຄວາມໝາຍຄວາມສຳຄັນຂອງການນໍາສິ່ງເສດເຫຼືອໄປຜະລິດຄືນໃຫມ່, ໃຫ້ຄວາມຮູ້ໃນການຮັກສາຊັບພະຍາກອນອັນມີຄ່າ ແລະ ຮັກສາອານາຄົດຂອງໂລກເຮົາ. #EcoNewsLaos #PlasticPollution #PlasticCrisis #ClimateChage #RecyclingDay!  ແຫຼ່ງຂໍ້ມູນຈາກ: https://nationaltoday.com/global-recycling-day/ https://www.globalrecyclingday.com/about/ https://www.unep.org/interactives/beat-plastic-pollution/ 

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.