ວົງການ ຣີໄຊເຄິນ ມາເຖິງທາງຕັນ?  ເມື່ອການຜະລິດປລາສຕິກເພີ່ມຂື້ນແຕ່ຈໍານວນທີ່ຖືກ ຣີໄຊເຄິນ ໜ້ອຍລົງຮອດບໍ່ເຖິງ 5%
ວົງການ ຣີໄຊເຄິນ ມາເຖິງທາງຕັນ? ເມື່ອການຜະລິດປລາສຕິກເພີ່ມຂື້ນແຕ່ຈໍານວນທີ່ຖືກ ຣີໄຊເຄິນ ໜ້ອຍລົງຮອດບໍ່ເຖິງ 5%
14 November, 2022
Share now
ບໍ່ດົນມານີ້ ນັກວິຊາການດ້ານສິ່ງແວດລ້ອມມີຄຳຖາມ ວ່າລະບົບການຣິໄຊເຄິນໃນໂລກນີ້ ມາເຖິງທາງຕັນ ແລະ ພົບຄວາມລົ້ມເຫຼວຫຼືບໍ່? ບົດລາຍງານຂອງອົງການ Greenpeace ທີ່ອອກມາໃນ ເດືອນ 10 ປີ 2022 ນີ້ໃຫ້ເຫັນວ່າ ປລາສຕິກທີ່ນຳໃຊ້ເທື່ອດຽວເກືອບທັງໝົດແມ່ນບໍ່ສາມາດຖືກນຳເຂົ້້າສູ່ຂະບວນການຜະລິດຄືນໃໝ່.

ບໍ່ດົນມານີ້ ນັກວິຊາການດ້ານສິ່ງແວດລ້ອມມີຄຳຖາມ ວ່າລະບົບການຣິໄຊເຄິນໃນໂລກນີ້ ມາເຖິງທາງຕັນ ແລະ ພົບຄວາມລົ້ມເຫຼວຫຼືບໍ່? ບົດລາຍງານຂອງອົງການ Greenpeace ທີ່ອອກມາໃນ ເດືອນ 10 ປີ 2022 ນີ້ໃຫ້ເຫັນວ່າ ປລາສຕິກທີ່ນຳໃຊ້ເທື່ອດຽວເກືອບທັງໝົດແມ່ນບໍ່ສາມາດຖືກນຳເຂົ້້າສູ່ຂະບວນການຜະລິດຄືນໃໝ່.

ທັງນີ້ ບົດລາຍງານ Circular Claims Fall Flat Again ເປີດເຜີຍ ວ່າຄົວເຮືອນຂອງສະຫະລັດໄດ້ຜະລິດຂີ້ເຫຍື້ອປລາສຕິກປະມານ 51 ລ້ານໂຕນໃນປີ 2021 ແລະ ມີພຽງແຕ່ 2.4 ລ້ານໂຕນທີ່ຖືກນໍາມາໃຊ້ໃຫມ່ ຫຼື ໜ້ອຍກວ່າ 5% ທຽບໃສ່ໃນປີ 2018 ທີ່ມີອັດຕາສູງກວ່າ ກໍຄື 9%. ທັງນີ້, ປະເພດປລາສຕິກທີ່ສາມາດສົ່ງ ຣີໄຊເຄິນໃໝ່ຢ່າງແຜ່ຫຼາຍເຊັ່ນ PET ແລະ HDPE ໃນສະຫະລັດແມ່ນຖືກໄປຜະລິດໃໝ່ພຽງ 20.9% ແລະ 10.3% ເທົ່ານັ້ນ.

ທ່ານ Lisa Ramsden ຜູ້ນຳພາດຳເນີນແຄມເປນອາວຸໂສຂອງ Greenpeace ໄດ້ໃຫ້ຮູ້ວ່າ ບໍລິສັດຜູ້ຜະລິດຍັກໃຫຍ່ຂອງໂລກຫຼາຍໆບໍລິສັດທີ່ໄດ້ໂຄສະນາວ່າມີການນຳຂີ້້ເຫຍື້ອປລາສຕິກກັບມາຜະລິດເປັນສິນຄ້າຄືນໃໝ່ ຫຼື ເສດຖະກິດຮອບວຽນນັ້ນ ແມ່ນບໍ່ມີການປະຕິບັດໄດ້ຈິງ ແລະ ຂີ້ເຫຍື້ອສ່ວນຫຼາຍຖືກຖິ້ມໃນສະໜາມຂີ້ເຫຍື້ອເຊັ່ນເດີມ.

ທັງນີ້, ບົດລາຍງານດັ່ງກ່າວຍັງຊີ້ໃຫ້ເຫັນວ່າ ທີ່ມາຂອງຄວາມລົ້ມເຫຼວຂອງລະບົບການຣິໄຊເຄິນໃນໂລກນີ້ເກີດຈາກບັນຈຸຫຸ້ມຫໍ່ປລາສຕິກຕ່າງໆທີ່ຜະລິດຂຶ້ນແມ່ນປະເພດທີ່ບໍ່ສາມາດນຳໄປຜະລິດໃໝ່ໄດ້ງ່າຍ; ຂີ້ເຫຍື້ອປລາສຕິກມີການເກັບຄືນທີ່ຍາກ; ແຍກຍາກ; ປະປົນດ້ວຍສານພິດ ຫຼື ບໍ່ຄຸ້ມຄ່າກຳໄລໃນການນຳມາຜ່ານຂະບວນການໃໝ່.

ທ່ານ Ramsden ຍັງກ່າວວ່າ: “ປລາສຕິກທີ່ໃຊ້ຄັ້ງດຽວແມ່ນຄ້າຍຄືເຈ້ຍນ້ອຍ (ທີ່ໂປຍໃນງານລ້ຽງ) ຫຼາຍພັນຕື້ຊິ້ນ ທີ່ແຜ່ຈາກຮ້ານຂາຍຍ່ອຍ ແລະ ຮ້ານອາຫານ ໄປຫາປະຊາຊົນຫຼາຍກວ່າ 330 ລ້ານຄົນໃນສະຫະລັດໃນທົ່ວຫຼາຍກວ່າ 3 ລ້ານຕາລາງກິໂລແມັດໃນແຕ່ລະປີ. ມັນເປັນໄປບໍ່ໄດ້ທີ່ຈະເກັບເອົາປລາສຕິກຈຳນວນຫຼວງຫຼາຍເຫຼົ່ານີ້ທີ່ຂາຍໃຫ້ຜູ້ບໍລິໂພກໃນສະຫະລັດໃນແຕ່ລະປີ. ການຜະລິດປລາສສະຕິກຫຼາຍຂຶ້ນ, ແລະ ອັດຕາສ່ວນຂອງມັນນ້ອຍກວ່າຖືກນໍາມາໃຊ້ໃຫມ່. ວິກິດການນີ້ຮ້າຍແຮງຂຶ້ນຊັກໄຊ້ ໂດຍບໍ່ມີການປ່ຽນແປງຫຍັງຫຼາຍ. ມັນຈະສືບຕໍ່ຮ້າຍແຮງຂຶ້ນຍ້ອນວ່າອຸດສາຫະກໍາວາງແຜນການຜະລິດປລາສຕິກ ແມ່ນເພີ່ມຂຶ້ນ 3 ເທົ່າໃນປີ 2050."

#econewslaos#plasticcrisis#wastemanagement#recycle#recycling

ທີ່ມາ:- https://www.greenpeace.org/.../new-greenpeace-report.../

- https://www.npr.org/.../recycling-plastic-is-practically...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.