ນັກເຄື່ອນໄຫວທາງສີ່ງແວດລ້ອມປະທ້ວງ-ສາດຊຸບໝາກເລັ່ນໃສ່ຮູບດອກທານຕາເວັນຂອງແວນໂກະ
ນັກເຄື່ອນໄຫວທາງສີ່ງແວດລ້ອມປະທ້ວງ-ສາດຊຸບໝາກເລັ່ນໃສ່ຮູບດອກທານຕາເວັນຂອງແວນໂກະ
17 October, 2022
Share now
“ແມ່ນຫຍັງສຳຄັນກວ່າກັນ ສິນລະປະ ຫຼື ຊີວິດ?” ນັກເຄື່ອນໄຫວທາງສິ່ງແວດລ້ອມ 2 ຄົນຖາມ ຫຼັງໄດ້ສາດຊຸບໝາກເລັ່ນໃສ່ຮູບແຕ້ມສີນໍ້າມັນຮູບດອກທານຕາເວັນຂອງສິນລະປິນລະດັບໂລກຜູ້ລ່ວງລັບ ວິນເຊັນ ແວນໂກະ ໃນວັນສຸກທີ່ຜ່ານມາ.

ເຫດການດັ່ງກ່າວ ແມ່ນເກີດຂຶ້ນທີ່ຫໍພິພິດຕະພັນແຫ່ງຊາດລອນດອນ ຫຼື National Gallery in London ໃນຫ້ອງທີ່ເຕັມໄປດ້ວຍຜູ້ຄົນເກືອບຫ້າສິບຄົນທີ່ຕື່ນຕົກໃຈ. ນອກຈາກນີ້, ນັກເຄື່ອນໄຫວທາງສິ່ງແວດລ້ອມ 2 ຄົນທີ່ອາຍຸ 20 ແລະ 21 ປີຍັງໄດ້ຮ້ອງຖາມຕື່ມ ຮຽກຮ້ອງໃຫ້ຄົນສົນໃຈກ່ຽວກັບບັນຫາສິ່ງແວດລ້ອມ ໂດຍທຽບໃສ່ຄວາມສຳຄັນຂອງສິລະປະທີ່ຄົນຫຼາຍຄົນໃຫ້ຄ່າ. ທັງນີ້, ກຸ່ມປະທ້ວງທີ່ທັງ 2 ຄົນເຂົ້າຮ່ວມໄດ້ມີການປັກຫຼັກເຄື່ອນໄຫວຢູ່ໃຈກາງເມືອງລອນດອນແລ້ວ 2 ອາທິດທີ່ຜ່ານມານີ້. ພະນັກງານຫໍພິພິດຕະພັນແຫ່ງຊາດລອນດອນໄດ້ອະນາໄມຫ້ອງຢ່າງໄວວາຫຼັງຈາກນັ້ນ ແລະ ໄດ້ຢືນຢັນວ່າຮູບແຕ້ມດັ່ງກ່າວບໍ່ເປັນອັນຕະລາຍແຕ່ຢ່າງໃດ. ຢ່າງໃດກໍຕາມ, ເຫດການຄັ້ງນີ້ກໍມີທັງຄົນທີ່ເຫັນດີ ແລະ ວິຈານວ່າການກະທໍາດັ່ງກ່າວແມ່ນບໍ່ເໝາະສົມ. ຜູ້ເຫັນເຫດການທ່ານໜຶ່ງໄດ້ກ່າວວ່າ “ພວກເຂົາອາດຈະພະຍາຍາມເຮັດໃຫ້ຄົນຄິດກ່ຽວກັບບັນຫາຕ່າງໆ, ແຕ່ສິ່ງທີ່ພວກເຂົາເຮັດສຸດທ້າຍແມ່ນເຮັດໃຫ້ຄົນລໍາຄານ ແລະ ໃຈຮ້າຍແທ້ໆ.” ທັງນີ້, ພາບດັ່ງກ່າວຂອງ ວິນເຊັນ ແວນໂກະ ແມ່ນມີຊື່ສຽງ ແລະ ມູນຄ່າສູງຫຼາຍ. ພາບໜຶ່ງໃນຊຸດດຽວກັນນີ້ເຄີຍຖືກຂາຍມາແລ້ວໃນລາຄາ 39 ລ້ານ ຫຼຽນ ສະຫະລັດ. #climatechange #econewslaos ທີ່ມາ: - https://www.theguardian.com/.../just-stop-oil-activists...https://www.washingtonpost.com/.../tomato-soup.../

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.