ນັກວິທະຍາສາດປະຈຳ NASA ຖືກຈັບຫຼັງອອກມາປະທ້ວງການນຳໃຊ້ພະລັງງານຖ່ານຫີນ
ນັກວິທະຍາສາດປະຈຳ NASA ຖືກຈັບຫຼັງອອກມາປະທ້ວງການນຳໃຊ້ພະລັງງານຖ່ານຫີນ
18 April, 2022
Share now
ນັກວິທະຍາສາດປະຈຳ NASA ອອກມາປະທ້ວງການນຳໃຊ້ພະລັງງານຖ່ານຫີນ. ວັນທີ 6 ເມສາ ທີ່ຜ່ານມາມີກຸ່ມນັກວິທະຍາສາດສິ່ງແວດລ້ອມປະຈຳ NASA ເຊິ່ງນຳພາໂດຍສາດສະດາຈານ ປີເຕີ ຄາລມັສ (Peter Kalmus) ນັກວິທະຍາສາດພູມອາກາດ, ພ້ອມດ້ວຍກຸ່ມນັກເຄື່ອນໄຫວສິ່ງແວດລ້ອມ ໄດ້ອອກມາປະທ້ວງຢູ່ຕໍ່ໜ້າທະນາຄານເຊສ (Chase Bank) ສາຂາ ລອສແອງເຈີລິສ, ລັດແຄລິຟໍເນຍ, ສະຫະລັດອາເມລິກາ. ເພື່ອຕໍ່ຕ້ານເລື່ອງການອະນຸມັດການສ້າງໂຮງງານເຜົາຖ່ານຫີນມາເປັນພະລັງງານໄຟຟ້າ ເພາະມັນ ເປັນປັດໄຈຫຼັກໃນການປ່ອຍກາສເຮືອນແກ້ວສູ່ຊັ້ນບັນຍາກາດ ແລະ ເປັນສາເຫດຕົ້ນຕໍຂອງປາກົດການປ່ຽນແປງດິນຟ້າອາກາດ

ກຸ່ມນັກວິທະຍາສາດຮ້ອງຂໍທະນາຄານເຊສ, ຢຸດການເປັນແຫຼ່ງທຶນ ແລະ ຢຸດດຳເນີນໂຄງການທີ່ກ່ຽວຂ້ອງກັບພະລັງງານຖ່ານຫີນໃນອະນາຄົດ. ທ່ານ ປີເຕີ ຄາລມັສ ຍັງກ່າວເນັ້ນຢ້ຳວ່າ “ມວນມະນຸດກຳລັງຢູ່ໃນສະພາວະແຫ່ງການລົ້ມສະຫຼາຍ, ຖ້າພວກເຮົາບໍ່ຊ່ວຍກັນຕໍ່ຕ້ານ ຄວາມຫາຍະນະຈະເກີດຂື້ນຢ່າງແນ່ນອນ”. ພາຍຫລັງການປະທ້ວງພວກເຂົາກໍໄດ້ຖືກເຈົ້າຫນ້າທີ່ຈັບກຸມ.

ຍ້ອນສາເຫດທີ່ກ່າວມາຂ້າງເທິງ, ຄົນທົ່ວໂລກຈຶ່ງເກີດມີກະແສ #LetTheEarthBreath ທີ່ຕິດເທຣນທະວິດເຕີອັນດັບ 1 ຂອງສາກົນໃນອາທິດນີ້, ເພື່ອຮຽກຮ້ອງໃຫ້ມີການຊ່ວຍກັນເປັນກະບອກສຽງໃນຂະບວນການຕໍ່ຕ້ານດັ່ງກ່າວ, ພ້ອມທັງປຸກລະດົມໃຫ້ຄົນທົ່ວໂລກຮ່ວມກັນປະຕິບັດສິ່ງຕ່າງໆທີ່ເປັນການຮັກສາສີ່ງແວດລ້ອມຮ່ວມກັນ.

ໃນຂະນະດຽວກັນ, ຮູບເງົາເລື່ອງ "Don't Look Up" ໄດ້ຖືກນໍາທຽບໃສ່ເຫດການປະທ້ວງດັ່ງກ່າວ, ເນື່ອງຈາກມີຄວາມຄ້າຍຄືຂອງເຫດການທີ່ວ່າ, ເມື່ອນັກວິທະຍາສາດພົບວ່າອຸກະບາດຈະຕົກມາໃສ່ໂລກ ແລະ ໄດ້ອອກມາກ່າວເຕືອນ ແຕ່ຍ້ອນຄວາມເສີຍເມີຍຈົນສຸດທ້າຍໂລກກໍຖືກອຸກະບາດທຳລາຍ ເຮັດໃຫ້ມວນມະນຸດດັບສູນ. ພວກເຮົາຫວັງຢ່າງຍິ່ງວ່າໂລກຂອງພວກເຮົາຈະຕ້ອງບໍ່ມີຈຸດຈົບຄືດັ່ງຮູບເງົາເລື່ອງນີ້.

ແຫຼ່ງຂໍ້ມູນຈາກ:https://www.greenmatters.com/.../peter-kalmus-nasa...https://en.siakapkeli.my/.../lettheearthbreath-trending.../

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.