ຂ່າວດີ!!  ພົບລູກປາຂ່ານໍ້າຈືດ ອິລະວະດີ ໂຕໃໝ່ໃນເຂດແມ່ນໍ້າຂອງ ປະເທດກໍາປູເຈຍ
ຂ່າວດີ!! ພົບລູກປາຂ່ານໍ້າຈືດ ອິລະວະດີ ໂຕໃໝ່ໃນເຂດແມ່ນໍ້າຂອງ ປະເທດກໍາປູເຈຍ
28 April, 2022
Share now
ເມື່ອອາທິດທີ່ຜ່ານມາທີມນັກວິໄຈນໍ້າຈືດໃນແມ່ນໍ້າຂອງ ປະຈໍາອົງການກອງທຶນສັດປ່າໂລກສາກົນ (WWF) ແລະ ກົມປະມົງ ກຳປູເຈຍ, ໄດ້ມີການຮ່ວມລົງສໍາຫຼວດເຂດແມ່ນໍ້າຂອງ ແຂວງ ກຣະແຈະ (Kratie).

ໂດຍທີມນັກວິໄຈໄດ້ເຜີຍພາບຖ່າຍ ລູກປາຂ່ານໍ້າຈືດ ທີ່ກຳລັງລອຍນໍ້າຢູ່ກັບປາຂ່າໃຫຍ່ 9 ໂຕ, ລຸກປາຂ່າໂຕນີ້ມີອາຍຸພຽງ 5 ມື້ ແລະ ເປັນປ່າຂ່າທີ່ເກີດໃໝ່ໂຕທີ່ສອງພາຍໃນປີ 2022. ນັບວ່າເປັນຂ່າວທີ່ໜ້າຍິນດີຂອງປີນີ້ ທີ່ມີການຄົ້ນພົບລູກປ່າຂ່ານໍ້າຈືດທີ່ເກີດໃໝ່, ເພາະກວ່າປາຂ່ານໍ້າຈືດ ອິລະວະດີ ຈະເກີດລູກໃໝ່ອີກໄດ້ນັ້ນຕ້ອງໃຊ້ເວລາດົນເຖິງ 2-3 ປີ.

post-images

ແຕ່ເຖິງຢ່າງໃດກໍຕາມການອະນຸລັກປາຂ່ານໍ້າຈືດ ອິລະວະດີ ກໍຍັງເປັນສິ່ງທ້າທ້າຍ ແລະ ຕ້ອງໄດ້ເຝົ້າລະວັງເປັນພິເສດ, ເພາະປາຂ່ານໍ້າຈືດ ອິລະວະດີ ເປັນສັດທີ່ຈັດຢູ່ໃນປະເພດສ່ຽງຕໍ່ການໃກ້ສູນພັນທີ່ສຸດ ໃນບັນຊີແດງຂອງ IUCN. ຈາກຜົນການສຳຫຼວດພາຍໃນປີ 2020 ພົບວ່າຍັງຄົງມີປາຂ່ານໍ້າຈືດພຽງ 89 ໂຕເທົ່ານັ້ນທີ່ຍັງອາໄສຢູ່ເຂດ ແມ່ນໍ້າຂອງ.

ໃນປີທີ່ຜ່ານມາກໍຍັງຄົງພົບການສູນພັນທີ່ມາຈາກໄພຄຸມຄາມຂອງມະນຸດເຊັ່ນ: ການສ້າງເຂື່ອນໄຟຟ້າພະລັງງານນໍ້າທີ່ມີຜົນຕໍ່ການໄຫຼຂອງນໍ້າ, ການຫາປາດ້ວຍວິທີທີ່ອັນຕະລາຍເຊັ່ນ ການຫາປາແບບໃຊ້ໄຟຟ້າຊ໊ອດ ແລະ ລວມໄປເຖິງການຫາປາໃນຈໍານວນທີ່ຫຼາຍເກີນໄປ.

ແຫຼ່ງຂໍ້ມູນຈາກ: https://www.facebook.com/327186907332680/posts/5312159212168733/?sfnsn=mohttps://www.facebook.com/WWFCambodia

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.