ຜົນຈາກການສຶກສາພົບວ່າໄມໂຄຣປລາສຕິກສາມາດຊຶມຜ່ານເຂົ້າສູ່ເສັ້ນເລືອດຝອຍຫຸ້ມສະໝອງໄດ້
ຜົນຈາກການສຶກສາພົບວ່າໄມໂຄຣປລາສຕິກສາມາດຊຶມຜ່ານເຂົ້າສູ່ເສັ້ນເລືອດຝອຍຫຸ້ມສະໝອງໄດ້
18 January, 2022
Share now
“ໄມໂຄຣປລາສຕິກ” ເປັນມົນລະພິດທີ່ນັບມື້ນັບມີການປົນເປື້ອນທີ່ເພີ່ມສູງຂຶ້ນ, ຈຶ່ງເປັນສິ່ງທີ່ສ້າງຄວາມກັງວົນທີ່ອັນຕະລາຍຕໍ່ສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ, ທີມນັກວິໄຈຈາກສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ Daegu Gyeongbuk ໄດ້ມີການທົດລອງ ໃຊ້ໄມໂຄຣປລາສຕິກ ຊະນິດ ໂພລີສະໄຕຣີນ (Polystyrene) ຂະໜາດ 2 ໄມໂຄຣແມັດ ຫຼື ນ້ອຍກວ່າ ເຂົ້າສູ່ຮ່າງກາຍຂອງໜູ ເປັນເວລາ 7 ມື້.

🧠 ເນື່ອງຈາກຄົນເຮົາ ມີເສັ້ນເລືອດຝອຍຫຸ້ມສະໝອງຄືກັນກັບໜູ ທີ່ສາມາດປ້ອງກັນສານແປກປອມໄດ້, ໂດຍສະເພາະຢ່າງຍິ່ງແມ່ນຂອງແຂງ ເພື່ອບໍ່ໃຫ້ເຂົ້າໄປໃນອະໄວຍະວະ. ແຕ່ກັບກັນໄມໂຄຣປລາສຕິກແມ່ນສາມາດຜ່ານເຂົ້າໄປໃນເສັ້ນເລືອດຝອຍຫຸ້ມສະໝອງໄດ້ ແລະ ເປັນສິ່ງແປກປອມໜຶ່ງທີ່ກໍ່ໃຫ້ເກີດການຕາຍຂອງເຊວໃນສະໝອງ.

👨🏻‍⚕️ ຈາກການສຶກສາໃນຄັ້ງນີ້ສະແດງໃຫ້ເຫັນວ່າເຖິງແມ່ນວ່າຈະເປັນການທົດລອງໃນໄລຍະເວລາທີ່ສັ້ນ ແຕ່ກໍຍັງເປັນຄວາມກັງວົນຢ່າງຍິ່ງທີ່ໄມໂຄຣປລາສຕິກສາມາດຕົກຄ້າງໃນເສັ້ນເລືອດຝອຍຫຸ້ມສະໝອງໄດ້, ໂດຍສະເພາະໃນຂະໜາດ 2 ໄມໂຄຣແມັດ ຫຼື ນ້ອຍກວ່າ ທີ່ສາມາດເຮັດໃຫ້ເກີດການຕາຍຂອງເຊວ, ການຕອບສະໜອງຕໍ່ພູມຄຸ້ມກັນ ແລະ ການຕອບສະໜອງຕໍ່ການອັກເສບ.

#Econews#EconewsLaos#PlasticPollution#PlasticCrisis#ClimateChage#WastePollution

ແຫຼ່ງຂໍ້ມູນຈາກ:

-https://newatlas.com/.../microplastics-blood-brain-barrier/

-https://medicalxpress.com/.../2021-11-cellular-physiology...

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.