ເມັດກລິດເຕີ(Glitters)ໃນເຄື່ອງສໍາອາງເປັນອັນຕະລາຍກັບສິ່ງແວດລ້ອມ
ເມັດກລິດເຕີ(Glitters)ໃນເຄື່ອງສໍາອາງເປັນອັນຕະລາຍກັບສິ່ງແວດລ້ອມ
15 November, 2021
Share now
ໃນປະຈຸບັນທີ່ອຸສາຫະກໍາເລື່ອງຄວາມງາມທີ່ເປັນທີ່ນິຍົມສູງ, ເມັດກລິດເຕີ ຫຼື ເມັດເຫຼື້ອມ ທີ່ມີໃນເຄື່ອງສຳອາງກໍເປັນໜຶ່ງຢ່າງທີ່ນິຍົມຜະລິດຫຼາຍອຸດສາຫະກໍາເຄື່ອງສໍາອາງ. ແທ້ຈິງແລ້ວນັ້ນຄວາມສວຍງາມເຫຼົ່ານີ້ ກໍຕາມມາດ້ວຍຜົນກະທົບທີ່ອັນຕະລາຍຫຼາຍຢ່າງຕໍ່ສຸຂະພາບຂອງຜູ້ຊົມໃຊ້ ແລະ ສິ່ງແວດລ້ອມ.

♳ ເມັດກລິດເຕີມີສ່ວນປະກອບມາຈາກປລາສຕິກຈໍາພວກ PET (Polyester) ແບບຟີມ, ທີ່ເຄືອບດ້ວຍອາລູມີນຽມ ຫຼັງຈາກນັ້ນເຄືອບດ້ວຍປລາສຕິກອີກຊັ້ນໜຶ່ງ. ເມື່ອເຮົາໃຊ້ແຕ່ງໜ້າ ແລະ ຊໍາລະລ້າງອອກໄປແລ້ວນັ້ນ ກໍສາມາດສະສົມໃນແຫຼ່ງນໍ້າຕ່າງໆໄດ້.

🏞 ທັງນີ້, ເພິ່ນໄດ້ມີການທົດລອງຜົນກະທົບຂອງເມັດກລິດເຕີ ໂດຍການເກັບນໍ້າ, ດິນຕະກອນ ແລະ ພືດ ຈາກແມ່ນໍ້ານໍາມາທົດລອງໃນບໍ່ນໍ້າຂະໜາດນ້ອຍໃນຫ້ອງວິໄຈ, ດ້ວຍເມັດກລິດເຕີ 6 ຊະນິດທີ່ແຕກຕ່າງກັນ. ພົບວ່າກລິດເຕີທຸກປະເພດເຮັດໃຫ້ຄວາມອຸດົມສົມບູນຂອງພືດໃນບໍ່ນໍ້ານັ້ນຫຼຸດລົງ.

🔎 ໃນໜັງສືພິມ The New York Times ຍັງໄດ້ລາຍງານວ່າ ກລິດເຕີໃນເຄື່ອງສໍາອາງນັ້ນສ້າງໄມໂຄຣປລາສຕິກໄດ້ໜ້ອຍກວ່າ 1% ທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ.

ເຖິງຈະບໍ່ແມ່ນແຫຼ່ງກໍ່ມົນລະພິດຂະໜາດໃຫຍ່, ແຕ່ທ່ານຮູ້ບໍ່ວ່າໄມໂຄຣປລາສຕິກເຫຼົ່ານີ້ສາມາດປົນເປື້ອນໄດ້ທຸກຫົນແຫ່ງ ເຊິ່ງໃນປີ 2020 ພົບວ່າໄມໂຄຣປລາສຕິກສາມາດລ່ອງລອຍຢູ່ໃນອາກາດ ແລະ ຕົກລົງມາກັບຝົນໄດ້. ນອກຈາກນີ້, ຍັງໄດ້ມີການວິໄຈຈາກສະຖາບັນວິທະຍາສາດແຫ່ງຊາດຂອງອອສເຕເລຍພົບວ່າມີໄມໂຄຣປລາສຕິກປົນເປື້ອນສູງເຖິງ 9.25​ – 15.87 ລ້ານໂຕນຝັງຢູ່ໃຕ້ທະເລ.

🌎 ຄວາມອັນຕະລາຍເຫຼົ່ານີ້ສາມາດປົນເປື້ອນໄປຍັງແຫຼ່ງຕ່າງໆຂອງສິ່ງແວດລ້ອມ ແລະ ຕ່ອງໂສ້ອາຫານ, ສິ່ງເຫຼົ່ານີ້ກໍລ້ວນແລ້ວແຕ່ສົ່ງຜົນກະທົບທີ່ອັນຕະລາຍກັບຄືນສູ່ມະນຸດ ແລະ ສິ່ງທີ່ມີຊີວິດຕ່າງໆ. ສະນັ້ນ, ເມື່ອຈະເລືອກຊື້ ຫຼື ຊົມໃຊ້ຜະລິດຕະພັນໃດກໍຕາມເຮົາຄວນຄໍານຶງເຖິງຜົນກະທົບທີ່ຈະຕາມມາ.

#EconewsLaos#PlasticPollution#MicroPlastics

ແຫຼ່ງທີ່ມາ:

-https://www.theguardian.com/.../glitter-environment...

-https://www.bbc.com/news/science-environment-54545669

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.