UN ລົງມະຕິຄັ້ງປະຫວັດສາດເພື່ອຢຸດມົນລະພິດປລາສຕິກ, ມຸ່ງພັດທະນາຂໍ້ຕົກລົງທີ່ມີຜົນຜູກມັດທາງກົດໝາຍ
UN ລົງມະຕິຄັ້ງປະຫວັດສາດເພື່ອຢຸດມົນລະພິດປລາສຕິກ, ມຸ່ງພັດທະນາຂໍ້ຕົກລົງທີ່ມີຜົນຜູກມັດທາງກົດໝາຍ
15 March, 2022
Share now
ປລາສຕິກຈະບໍ່ກາຍເປັນບັນຫາທີ່ຖືກເບິ່ງຂ້າມອີກຕໍ່ໄປ, ເພາະມັນຈະເປັນບັນຫາທີ່ທົ່ວໂລກຕ້ອງມີການຮ່ວມມືແກ້ໄຂຢ່າງຈິງຈັງ ເພື່ອໃຫ້ວົງຈອນມົນລະພິດປລາສຕິກນັ້ນດັບສູນ. ກອງປະຊຸມສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEA-5) ທີ່ຈັດຂຶ້ນໃນວັນທີ 02 ມີນາ 2022, ທີ່ເມືອງ ໄນໂຣບີ ໂດຍມີບັນດາປະມຸກລັດ, ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ຕົວແທນ 175 ປະເທດໃນອົງການສະຫະປະຊາຊາດ ໃຫ້ກຽດເຂົ້າຮ່ວມລົງມະຕິຄັ້ງປະຫວັດສາດ, ເພື່ອຢຸດມົນລະພິດປລາສຕິກ ແລະ ສ້າງຂໍ້ຕົກລົງທີ່ມີຜົນຜູກມັດທາງກົດໝາຍລະຫວ່າງປະເທດພາຍໃນປີ 2024.

ໃນມະຕິດັ່ງກ່າວແມ່ນເພື່ອຈັດການກັບວົງຈອນທັງໝົດຂອງປລາສຕິກທີ່ລວມໄປເຖິງການຜະລິດ, ການອອກແບບ ແລະ ການກໍາຈັດ; ຄວາມຈໍາເປັນໃນການປັບປຸງຄວາມຮ່ວມມືລະຫວ່າງປະເທດເພື່ອອໍານວຍຄວາມສະດວກໃນການເຂົ້າເຖິງເຕັກໂນໂລຊີ, ການເສີມສ້າງສັກກະຍາພາບ, ວິທະຍາສາດ ແລະ ການຮ່ວມມືທາງດ້ານວິຊາການ. ເພື່ອການດໍາເນີນງານອີງຕາມມະຕິເບື້ອງຕົ້ນສາມສະບັບຈາກປະເທດຕ່າງໆ ແມ່ນໄດ້ມີການຈັດຕັ້ັ້ງຄະນະກໍາມະການເຈລະຈາລະຫວ່າງລັດຖະບານ Intergovernmental Negotiating Committee (INC), ເພື່ອເລີ່ມຈັດຕັ້ງປະຕິບັດໃນປີ 2022, ແລະ ຕາມເປົ້າໝາຍແມ່ນຈະບັນລຸຮ່າງຂໍ້ຕົກລົງທີ່ມີຜົນຜູກມັດທາງກົດໝາຍທົ່ວໂລກພາຍໃນທ້າຍປີ 2024. ການລິເລີ່ມວຽກງານໃນຄັ້ງນີ້ແມ່ນສືບເນື່ອງມາຈາກການຜະລິດປລາສຕິກເພີ່ມຂຶ້ນຈາກຈໍານວນ 2 ໂຕນໃນປີ 1950 ສູ່ 348 ລ້ານໂຕນໃນປີ 2017 ເປັນອຸດສາຫະກໍາລະດັບໂລກທີ່ມີມູນຄ່າ 522.6 ພັນລ້ານໂດລາສະຫະລັດ ແລະ ຄາດວ່າຈະມີກໍາລັງການຜະລິດເພີ່ມສູງຂຶ້ນເປັນສອງເທົ່າພາຍໃນປີ 2040. ເປັນທີ່ຮັບຮູ້ກັນດີວ່າຈາກໂຕເລກທີ່ເພີ່ມສູງຂຶ້ນ ຜົນກະທົບທີ່ຕາມມາກໍຍິ່ງສູງຂຶ້ນ, ຖ້າຫາກບໍ່ມີການຈັດການທີ່ດີຍັງຈະສົ່ງຜົນຕໍ່ວິກິດການໃນ 3 ດ້ານຫຼັກເຊັ່ນວ່າ: ການປ່ຽນແປງດິນຟ້າອາກາດ, ການສູນເສຍທຳມະຊາດ ແລະ ມົນລະພິດ. ທ່ານນາງ Inger Andersen ກໍາມະການຜູ້ບໍລິຫານ UNEP ຍັງໄດ້ກ່າວໄວ້ວ່າ: “ໃນມື້ນີ້ນັບວ່າເປັນໄຊຊະນະຂອງໂລກໃບນີ້ເໜືອປລາສຕິກທີ່ນໍາໃຊ້ຄັ້ງດຽວ. ນີ້ແມ່ນຂໍ້ຕົກລົງທາງດ້ານສິ່ງແວດລ້ອມທີ່ສຳຄັນທີ່ສຸດນັບຕັ້ງແຕ່ຂໍ້ຕົກລົງປາຣີ, ມັນຈະເປັນນະໂຍບາຍທີ່ປະກັນໄພຄົນໃນຮຸ່ນນີ້ ແລະ ອະນາຄົດ, ດັ່ງນັ້ນເຂົາອາດຈະໄດ້ດໍາລົງຊີວິດຢູ່ກັບປລາສຕິກ ແລະ ຈະບໍ່ຕົກເປັນຫາຍະນະຂອງມັນ”.  ທ່ານນາງ Inger Andersen ຍັງໄດ້ເສີມຕື່ມອີກວ່າ: “ຂໍໃຫ້ເປັນທີ່ຊັດເຈນວ່າຄໍາສັ່ງຂອງ INC ຈະບໍ່ເປັນການເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງໃດໆຢຸດປະພຶດແຕ່ພາຍໃນສອງປີ. ຄຽງຄູ່ກັບການເຈລະຈາຂໍ້ຕົກລົງຮ່ວມມືສາກົນ, UNEP ຈະສົມທົບກັບກັບລັດຖະບານ ແລະ ທຸລະກິດໃນທົ່ວລະບົບຕ່ອງໂສ້ມູນຄ່າ ໃຫ້ຫັນໜີຈາກການນໍາໃຊ້ປລາສຕິກທີ່ນໍາໃຊ້ຄັ້ງດຽວ, ພ້ອມທັງລະດົມການເງິນພາກເອກະຊົນ ແລະ ລົບລ້າງສິ່ງກີດຂວາງໃນການລົງທຶນຄົ້ນຄວ້າ ແລະ ເສດຖະກິດໝູນວຽນໃນໄລຍະໃໝ່”. ພ້ອມດຽວກັນນັ້ນຍັງໄດ້ມີການກ່າວຄໍາປາໄສຈາກ ທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດຂຶ້ນກ່າວວ່າ: “ໃນມື້ນີ້ ບໍ່ມີພື້ນທີ່ໃດໃນໂລກທີ່ບໍ່ຖືກສຳຜັດກັບມົນລະພິດປລາສຕິກ ນັບຕັ້ງແຕ່ດິນຕະກອນທີ່ເລິກທີ່ສຸດໃນທະເລ, ໄປຈົນເຖິງພູເຂົາເອເວີເລສທ, ໂລກຂອງເຮົາຄວນໄດ້ຮັບການແກ້ໄຂຈາກຫຼາຍຝ່າຍຢ່າງຈິງຈັງຕໍ່ກັບຫາຍະນະທີ່ສົ່ງຜົນກະທົບຕໍ່ຄົນເຮົາທຸກຄົນ, ນັບຕັ້ງແຕ່ໃນຂໍ້ຕົກລົງທີ່ກ່າວມາໃນແຫຼ່ງຂໍ້ມູນໄປຈົນເຖິງທະເລ”.  ການປະຊຸມຄັ້ງນີ້ແມ່ນເປັນການປະຕິບັດຕາມ “UNEP@50”, ກອງປະຊຸມພິເສດສອງມື້ຂອງສະພາເພື່ອການສະເຫຼີມສະຫຼອງຄົບຮອບ 50ປີ ຂອງUNEP ທີ່ບັນດາປະເທດສະມາຊິກຄາດວ່າຈະກ່າວເຖິງວິທີການສ້າງໂລກຫຼັງການລະບາດຂອງໂລກຢ່າງຍືດຢຸ່ນ ແລະ ຄອບຄຸມ. #EcoNewsLaos #PlasticPollution #PlasticCrisis #ClimateChage #UNEA5 #UNEP50 ແຫຼ່ງຂໍ້ມູນຈາກ: https://www.unep.org/.../historic-day-campaign-beat... https://news.un.org/en/story/2022/03/1113142

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.