ເປັນຫຍັງ ບັນຫາປລາສຕິກຈື່ງເປັນເລື່ອງທີ່ທຸກຄົນຕ້ອງໃສ່ໃຈ ມາທຳຄວາມເຂົ້າໃຈໄປພ້ອມກັນຜ່ານວິດິໂອນີ້
ເປັນຫຍັງ ບັນຫາປລາສຕິກຈື່ງເປັນເລື່ອງທີ່ທຸກຄົນຕ້ອງໃສ່ໃຈ ມາທຳຄວາມເຂົ້າໃຈໄປພ້ອມກັນຜ່ານວິດິໂອນີ້
14 January, 2022
Share now
ການຈັດການກັບບັນຫາສິ່ງເສດເຫຼືອນັ້ນ ບໍ່ແມ່ນພຽງແຕ່ເປັນໜ້າທີ່ຂອງພາກສ່ວນ ຫຼື ອົງການໃດໜຶ່ງ, ແຕ່ເປັນສິ່ງທີ່ທຸກຄົນໃນສັງຄົມຕ້ອງຮ່ວມແຮງຮ່ວມໃຈຊ່ວຍກັນ ຫຼດຜ່ອນການນໍາໃຊ້ປລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມ, ເພາະນັ້ນຈະຖືເປັນການຫຼຸດຜ່ອນແຫຼ່ງກໍາເນີດຂອງສິ່ງເສດເຫຼືອຕົ້ນຕໍໄດ້ເປັນຢ່າງດີ.

ເພື່ອເຮັດໃຫ້ປະເທດລາວກາຍເປັນເມືອງທີ່ສີຂຽວ ແລະ ສະອາດ, ພ້ອມທັງມີສະພາບແວດລ້ອມທີ່ສວຍງາມ ທາງ Green Vientiane ຈຶ່ງໄດ້ມີການສ້າງກິດຈະກຳໃນການຫຼຸດຜ່ອນສິ່ງເສດເຫຼືອໃນຮູບແບບຂອງວິດີໂອ, ເພື່ອສະແດງໃຫ້ທຸກຄົນໄດ້ເຂົ້າໃຈເຖິງບັນຫາມົນລະພິດຂອງປລາສຕິກທີ່ໃຊ້ຄັ້ງດຽວແລ້ວຖິ້ມໄດ້ງ່າຍຂຶ້ນ ແລະ ເປັນການປຸກລະດົມປັບປ່ຽນພຶດຕິກໍາຂອງທຸກຄົນໃຫ້ນໍາໃຊ້ຊັບພະຍາກອນທີ່ຍືນຍົງ.

ທ່ານສາມາດເຂົ້າເບິ່ງວິດີໂອໄດ້ແລ້ວທີ່:  https://www.youtube.com/watch?v=8cIEH53hBnM  https://www.youtube.com/watch?v=Y9Xz_YEJ3GI  https://www.youtube.com/watch?v=v2GksNSOFbE  https://www.youtube.com/watch?v=mjo4ix-UMaI #Econews #EconewsLaos #Recycle #Upcycle #Plasticfree

See what people say about this article
Our Sponsor
Ad
Small Ad
Small Ad 2
Small Ad 3
Related Articles
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
16 August, 2023
ໄຟໄໝ້ປ່າຮຸນແຮງ ທີ່ເກາະມວຍ, ລັດຮາວາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເມືອງ ລາໄຮນາ ຖືກເຜົາທັ້ງໝົດ.
ໃນວັນທີ 8 ສິງຫາທີ່ຜ່ານມາ ໄດ້ເກີດມີເຫດການໄຟໄໝ້ປ່າຢ່າງຮຸນແຮງທີ່ເກາະມວຍ (Maui), ລັດຮາວາຍ (Hawaii) ຂອງສະຫະລັດອາເມຣິກາ, ໂດຍມີເມືອງລາໄຮນາ (Lahaina) ເປັນຈຸດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການລຸກລາມຂອງໄຟປ່າຄັ້ງນີ້. ໂດຍເຫດການດັ່ງກ່າວ ແມ່ນຖືເປັນເຫດການໄຟໄໝ້ທີ່ເກີດຈາໄພພິບັດທຳມະຊາດທີ່ຮ້າຍແຮງທີ່ສຸດໃນຮອບ 100 ປີ; ອີກທັງຍັງມີຕົວເລກຈໍານວນຜູ້ເສຍຊີວິດຫຼາຍກວ່າເຫດການສຶນະມິໃນປີ 1960 ທີ່ມີຜູ້ເສຍຊີວິດ 61 ຄົນ, ແຕ່ໃນຄັ້ງນີ້ແມ່ນມີຕົວເລກຜູ້ເສຍຊີວິດຫຼາຍກວ່າ 100 ຄົນທີ່ຖືກຢືນຢັນ ແລະ ຍັງມີຫຼາຍກວ່າ 1300 ຄົນທີ່ຍັງຄົງຫາຍສາບສູນ ແລະ ຢູ່ໃນລະຫວ່າງການຄົ້ນຫາ.